Homeຂ່າວພາຍ​ໃນກົມປູກຝັງເຜີຍ ທົ່ວປະເທດປັກດຳເຂົ້ານາປີ ສຳເລັດແລ້ວຫຼາຍກວ່າ 90%

ກົມປູກຝັງເຜີຍ ທົ່ວປະເທດປັກດຳເຂົ້ານາປີ ສຳເລັດແລ້ວຫຼາຍກວ່າ 90%

Published on

ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ກະສິກອນທົ່ວປະເທດ ສາມາດປັກດຳເຂົ້ານາປີຂອງຕົນ ສຳເລັດແລ້ວຫຼາຍກວ່າ 7 ແສນເຮັກຕາ ເທົ່າກັບ 90% ຂອງເນື້ອທີ່ແຜນການ (787.500) ເຮັກຕາ, ພົ້ນເດັ່ນກວ່າໝູ່ ແມ່ນບັນດາແຂວງພາກກາງ ສາມາດປັກດຳໄດ້ແລ້ວຫຼາຍກວ່າ 399 ພັນເຮັກຕາ ເທົ່າກັບ 89% ຂອງແຜນການ, ພາກໃຕ້ປະຕິບັດໄດ້ 2 ແສນກວ່າເຮັກຕາ ເທົ່າກັບ 90%, ພາກເໜືອປະຕິບັດໄດ້ແລ້ວ 1 ແສນກວ່າເຮັກຕາ ເທົ່າກັບ 92%, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ເອງ ກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນ ລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ດຳເນີນໄປຢ່າງແຂງແຮງ ເພື່ອໃຫ້ບັນລຸຕາມຄາດໝາຍແຜນການ, ພ້ອມທັງໄດ້ແນະນຳໃຫ້ກະສິກອນ ເອົາໃຈໃສ່ບົວລະບັດຮັກສາເຂົ້າຂອງຕົນ, ດ້ວຍການໃສ່ຝຸ່ນ-ເສຍຫຍ້າ, ຮັກສານາໃຫ້ດີ ເພື່ອສາມາດຍົກສະມັດຕະພາບການຜະລິດ ໃຫ້ໄດ້ຕາມຄາດໝາຍວາງໄວ້.

ສ່ວນການປູກເຂົ້າເນີນສູງ(ເຂົ້າໄຮ່) ມາຮອດປັດຈຸບັນ ທົ່ວປະເທດສາມາດປະຕິບັດໄດ້ແລ້ວ 81 ພັນກວ່າເຮັກຕາ, ເທົ່າກັບ 81% ຂອງແຜນການ (100.000) ເຮັກຕາ ແລະ ໄປຄຽງຄູ່ກັບການປູກເຂົ້າແລ້ວ ກະສິກອນທ້ອງຖິ່ນຕ່າງໆ ຍັງໄດ້ສຸມໃສ່ມືປູກພືດລະດູຝົນ ຢ່າງເປັນຂະບວນກ້ວາງຂວາງ ຊຶ່ງມາຮອດປັດຈຸບັນ ສາມາດປະຕິບັດໄດ້ແລ້ວ ຫຼາຍກວ່າ 367 ພັນເຮັກຕາ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ອີກວ່າ: ນອກຈາກລົງຊຸກຍູ້ການຜະລິດເຂົ້າ ແລະ ປູກພືດລະດຸຝົນແລ້ວ ຂະແໜງການຂອງຕົນ ຍັງໄດ້ລົງຊຸກຍູ້ທ້ອງຖິ່ນຕ່າງໆ ໃຫ້ເອົາໃຈໃສ່ນຳໃຊ້ເຕັກນິກວິທະຍາສາດ ເຂົ້າໃນການຜະລິດໃຫ້ມີຜົນ, ເພື່ອສາມາດຍົກສູງສະມາດຕະພາບຜົນຜະລິດໃຫ້ໄດ້ຫຼາຍຂຶ້ນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...