Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 3 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 3 ສິງຫາ

Published on

ວັນທີ 3 ສິງຫາ ປີ 2001 ຫຼືມື້ນີ້ເມື່ອ 15 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Rockman Dash 2 (ຫຼື Mega Man Legends 2) ເທິງເຄື່ອງ PS1 ໃນທະວີບຢຸໂຣບ.  ໂດຍເກມ Rockman Dash 2 ເປັນພາກຕໍ່ຈາກພາກທຳອິດທີ່ອອກວາງຈຳໜ່າຍເມື່ອປີ 1997 ເຊິ່ງພາກ Dash ຫຼື Legends ນີ້ຈະເປັນເກມແນວແອັກຊັ່ນປະສົມ RPG ເລັກນ້ອຍທີ່ຕ້ອງການເຮັດເຄວສໄປເລື້ອຍໆເພື່ອດຳເນີນເນື້ອເລື່ອງຕໍ່ ໂດຍມີທ່ານເຄຈິ ອິນາຟຸເນະ ທີ່ຫາກ່ອນຈະມີດຣາມ້າກັບເກມ Mighty No.9, ເຊິ່ງລາວຮັບໜ້າທີ່ເປັນໂປຣດິວເຊີ້ໃຫ້ກັບເກມນີ້ນຳ. 

ດ້ານເນື້ອເລື່ອງຂອງເກມນີ້ຈະເວົ້າເຖິງຣ໋ອກແມນທີ່ຕ້ອງອອກຊອກຫາກະແຈວິເສດຈຳນວນ 4 ດອກທີ່ເຊື່ອງຢູ່ຕາມຈຸດຕ່າງໆ ເທິງໂລກເພື່ອນຳທາງສູ່ຂຸມຊັບໃນຕຳນານທີ່ເປັນແຫຼ່ງພະລັງງານອະນັນ ທີ່ສາມາດນຳມາໃຊ້ໄດ້ບໍ່ສິ້ນສຸດ ແລະຕ້ອງປະເຊີນໜ້າກັບວາຍຮ້າຍທີ່ຄອຍຂັດຂວາງແລະຕ້ອງການຍາດເອົາຂຸມຊັບນີ້ໄວ້ຄອບຄອງແຕ່ພຽງຜູ້ດຽວນຳ.

ລະບົບເກມຂອງ Rockman Dash 2 ຈະເປັນລັກສະນະຟຣີຣັນນິິ້ງ 3D ທີ່ຜູ້ຫຼິ້ນຈະແລ່ນໄປມາໄດ້ຢ່າງອິດສະຫຼະຄືເກມແອັກຊັ່ນ RPG ທົ່ວໄປ ແຕ່ການໂຈມຕີສັດຕູຈະເປັນການຍິງໄປໃນທິດດ້ານໃນຂອງຈໍເທົ່ານັ້ນ (ໂຕຣ໋ອກແມນຈະຢືນຫັນຫຼັງໃຫ້ເຮົາເວລາຍິງ) ຜູ້ຫຼິ້ນຈະຕ້ອງບັງຄັບຣ໋ອກແມນອອກປະຈົນໄພໃນເມືອງແລະດັນຈ້ຽນຕ່າງໆ ທີ່ເຕັມໄປດ້ວຍສັດຕູຫຼາກຫຼາຍ ພ້ອມກັບມີເຄວສໃຫ້ເຮັດເປັນໄລຍະໆ ໂດຍແຕ່ລະດັນຈ້ຽນກະຈະມີປິດສະໜາໃຫ້ຄຶດແກ້ໄປນຳ ເຊິ່ງຣ໋ອກແມນສາມາດຍົກວັດຖຸຫຼືໃຊ້ບັສເຕີ້ໃນການໄຂປິດສະໜາໄດ້. 

Fact ເລັກນ້ອຍກ່ຽວກັບເກມ Rockman Dash 2

  • ໃນເວີຊັ່ນພາສາອັງກິດ (Mega Man Legends 2) ຫາກໃຜທີ່ຊື້ໄອເທັມ Stuffed Doll, Cushion ແລະ Model Ship ແລ້ວນຳໄປໃຫ້ໂຣລ ນາງຈະຕອບແທນດ້ວຍການຫຼຸດຄ່າອັບເກຣດອາວຸດທຸກຢ່າງລົງ 10% ຢ່າງຖາວອນທັນທີ. 

  • ຫາກເຮັດການບໍລິຈາກເງິນໃນໂບດຄົບ 1 ລ້ານ Zenny ໂຕຣ໋ອກແມນຈະປ່ຽນເປັນສີຂາວ ແລະສິນຄ້າຕ່າງໆ ໃນຮ້ານທົ່ວໄປຈະຫຼຸດລາຄາລົງ 20% ທັງໝົດ. 

  • ຖ້າຫາກຍ່າງໄປທີ່ເກາະ Calbania ແລ້ວລອງເຕະໝູລົວໆເບິ່ງ ຈະພົບວ່າໂຕຣ໋ອກແມນຈະປ່ຽນເປັນສີເຂັ້ມຂຶ້ນ (ຄ້າຍໆກັບວ່າຍິ່ງເຮັດຊົ່ວໂຕຍິ່ງດຳຂຶ້ນ 55+)

  • ເວລາເຮົາຍິງບັສເຕີ້ອອກໄປດ້ານໜ້າ ໃຫ້ລອງກົດປຸ່ມ “ເທິງ” ຂອງ D-Pad ລົວໆເບິ່ງ ຈະພົບວ່າລູກປືນຂອງເຮົາຈະແລ່ນໄວແລະລົວຂຶ້ນໂດຍທີ່ເຮົາບໍ່ຕ້ອງອັບເກຣດຄວາມລົວຂອງບັສເຕີ້ເລີຍ (ແຕ່ຖ້າຢ້ານເມື່ອຍນິ້ວກໍຄົງຕ້ອງໄປອັບເກຣດມາຈະດີກວ່າ)

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:online station

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...