Homeເກັບຕົກ-ເລື່ອງແປກເດັກນ້ອຍ 4 ປີ ແຕ່ມີໜ້າຕາຜິວພັນແຫ່ວເໝືອນຄົນເຖົ້າ

ເດັກນ້ອຍ 4 ປີ ແຕ່ມີໜ້າຕາຜິວພັນແຫ່ວເໝືອນຄົນເຖົ້າ

Published on

ເວັບໄຊ໌ ຊີຊີທີວີ ຂອງທາງການຈີນນຳສະເໜີເລື່ອງລາວຂອງ ເດັກຊາຍ ບາເຢຊິດ ໂຮສຊາຍນ໌ ເດັກນ້ອຍຊາວບັງກາລາເທດທີ່ມີໃບໜ້າ ແລະ ຜິວພັນແຫ່ວຕັ້ງແຕ່ອາຍຸ 4 ປີເທົ່ານັ້ນ ເນື່ອງຈາກການຜິດປົກກະຕິທາງພັນທຸກຳຫາຍາກທີ່ມີຊື່ວ່າ Progeria ແລະ Cutis Laxa

1201

ເດັກຊາຍ ບາເຢຊິດຕ້ອງໃຊ້ຊີວິດບໍ່ຄືກັບເດັກນ້ອຍໄວດຽວກັນ ແລະ ຍັງໄດ້ພົບກັບພາວະແຊກຊ້ອນເຊັ່ນ: ປັດສະວະຍາກ, ແຂ້ວບາງ ແລະ ຫັກງ່າຍ ແຖມຍັງມັກປວດກະດູກຄໍ່ຕໍ່

1701

ນາງ ທຣິບຕີ ຄາຕຸນ ແມ່ຂອງລາວເລົ່າວ່າ ຮູ້ສຶກຢ້າທີ່ເຫັນສະພາບລູກຊາຍຕອນເກີດມາທຳອິດ ເພາະມີແຕ່ໜັງຫຸ້ມກະດູກເໝືອນສັດປະຫຼາດ ຫົວໃຈຂອງນາງແທບໃຈສະຫຼາຍ ແລະ ແພດກໍ່ບໍ່ມີຫົນທາງຮັກສາ ເພາະບໍ່ເຄີຍພົບເດັກເກີດໃໝ່ແບບນີ້ມາກ່ອນ ແຕ່ລູກຊາຍຂອງນາງ ທ້າວ ບາເຢຊິດ ເປັນຄົນສະຫຼາດ ລົມເກັ່ງທັງວັນ ແຖມຍັງເປັນຄົນຫົວແຂງ ແລະ ໃຈຮ້ອນອີກດ້ວຍ

ຄອບຄົວໄດ້ໝົດຄ່າໃຊ້ຈ່າຍໄປກວ່າ 5,200 ໂດລາ ເພື່ອຫາຫົນທາງຮັກສາ ບາເຢຊິດ ແຕ່ສະພາບຍັງເໝືອນເດີມ ແລະ ມີອາການທົດຖອຍລົງເລື່ອຍໆ ໂດຍແພດຜູ່ຊ່ຽວຊານໄດ້ບອກວ່າຍັງບໍ່ສາມາດຮັກສາອາການຂອງເດັກນ້ອຍຄົນນີ້ໄດ້

 

ທີ່ມາຈາກ: http://bk.upyim.com/12730/

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...