Homeສຸຂະພາບ ແລະ ສີ່ງແວດລ້ອມພະຍາດ​ອັກເສບ​ຕັບ A ຮູບແບບການກະຈາຍເຊື້ອພະຍາດ ແລະ ວິທີປ້ອງກັນ

ພະຍາດ​ອັກເສບ​ຕັບ A ຮູບແບບການກະຈາຍເຊື້ອພະຍາດ ແລະ ວິທີປ້ອງກັນ

Published on

ພະຍາດ​ອັກເສບ​ຕັບ A ແມ່ນຕິດເຊື້ອ​ພະຍາດ​ໄດ້​ງ່າຍ​ໂດຍ ການ​ຈັບບາຍ ຫຼື ສຳຜັດ​ໂດຍ​ກົງກັບ​ຜູ້​ທີ່​ກຳລັງ​ຕິດເຊື້ອ ຈາກ​ການກິນ​ອາຫານ ແລະ ຈາກ​ການ​ນຳໃຊ້​ນ້ຳ​ທີ່​ປົນ​ເປື້ອນ​ເຊື້ອ​ພະຍາດເຂົ້າ​ທາງ​ປາກ ບໍ່​ນຳ​ໃຊ້​ວິດຖ່າຍຮ່ວມ​ກັນ ການ​ປະຕິບັດ​ຫຼັກການອະນາໄມ​ສາມ​ສະອາດ​ບໍ່​ໄດ້​ດີ ແລະ ອື່ນໆ ເຊິ່ງ​ການ​ຕິດ​ພະຍາດ​ດັ່ງກ່າວ​ນີ້ ​ຜູ້​ໃຫຍ່​ຈະ​ສະແດງ​ອອກ​ເລີ່ມ​ຕົ້ນ​ດ້ວຍ​ການ​ມີ​ໄຂ້ ອິດເມື່ອຍ ບໍ່​ຢາກກິນເຂົ້າ ຖອກທ້ອງ ປວດຮາກ ທ້ອງ​ເບັງ ຍ່ຽວເປັນ​ສີເຫຼືອງ ຜິວໜັງ​ເຫຼືອງ ແຕ່ຖ້າ​ເປັນ​ເດັກນ້ອຍ​ສ່ວນ​ຫຼາຍຈະມີ​ອາການ​ແບບ​ເບົາບາງ ແລະ ບໍ່ມີ​ອາການ​ເຫຼືອງ ພະຍາດ​ດັ່ງກ່າວ​ຈະ​ບໍ່​ມີ​ຢາ​ປິ່ນປົວ ແຕ່​ຜູ້​ເປັນພະຍາດ​ຈະ​ສາມາດ​ຫາຍ​ດີ​ເອງໄດ້​ພາຍໃນ 1 ເດືອນ ແຕ່​ຕ້ອງ​ໄປ​ຫາ​ແພດ​ໝໍ ເພື່ອ​ໃຫ້​ຄຳ​ແນະນຳ ແລະ ປິ່ນປົວ.

ສ່ວນ​ວິທີ​ປ້ອງ​ກັນ​ທີ່​ຖືກຕ້ອງນັ້ນ ຕ້ອງ​ລ້າງ​ມື​ໃຫ້​ສະອາດ ​ດ້ວຍການ​ໃສ່​ສະບູ​ທຸກ​ຄັ້ງ​ຖ້າ​ມີ​ການຈັບບາຍ ຫຼື ສຳຜັດ​ກັບ​ຄົນ​ເຈັບ ຫຼັງ​ໃຊ້​ວິດຖ່າຍ ແລະ ກ່ອນ​ປຸງ​ອາຫານ ນອກ​ນີ້ຍັງ​ຕ້ອງ​ດື່ມນ້ຳ​ສະອາດ ຫຼື ນ້ຳ​ຕົ້ມ​ທີ່​ສຸກ ກິນ​ອາຫານ​ທີ່​ປຸງ​ແຕ່ງ​ສຸກ ແລະ ສະອາດ ອັນ​ສຳຄັນ​ໜຶ່ງ​ອີກ​ຜູ້​ທີ່​ຕິດເຊື້ອ​ພະຍາດ​ດັ່ງກ່າວ​ ບໍ່​ຄວນ​ປຸງແຕ່ງອາຫານ​ໃຫ້​ຄົນ​ອື່ນ​ກິນ ແລະ ຫຼີກ​ລ່ຽງ​ການ​ນຳ​ໃຊ້​ອຸປະກອນ​ຮ່ວມ​ກັນ ​ເປັນຕົ້ນ ແປງ​ຖູແຂ້ວ ມີດແຖ​ໜວດ ຖ້ວຍ ບ່ວງ ຈອກ​ນ້ຳ ຜ້າ​ເຊັດ​ໂຕ ແລະ ອື່ນໆ ແລະ ຜູ້​ທີ່​ມີ​ອາການ​ຄ້າຍ​ກັບ​ທີ່ກ່າວ​ມາ​ຂ້າງ​ເທິງ​ນີ້ ​ແມ່ນ​ໃຫ້​ໄປຫາ​ໂຮງໝໍ​ດ່ວນ.

 

ແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...