spot_img
Home​ຂ່າວທ່ອງທ່ຽວສະຖານທີ່ແຫຼງທ່ອງທ່ຽວທຳມະຊາດນ້ຳຕົກຕາດນ້ຳປາ.

ສະຖານທີ່ແຫຼງທ່ອງທ່ຽວທຳມະຊາດນ້ຳຕົກຕາດນ້ຳປາ.

Published on

ທ່ອງທ່ຽວວັນນີ້ ເຮົາຈະມາແນະນຳສະຖານທີ່ທ່ຽວອີກແຫ່ງໜຶ່ງທີ່ເມືອງປາກຊັນ ແຂວງ ບໍລິຄຳໄຊ ເພື່ອມາເບິ່ງຄວາມສວຍງາມຂອງນ້ຳຕົກຕາດນ້ຳປາ ທີ່ຮັບຮອງວ່າເມື່ອມາຮອດແລ້ວທ່ານຈະບໍ່ຜິດຫວັງແນ່ນອນ

ຕາດນ້ຳປາແຫ່ງນີ້ຕັ້ງຢູ່ຫ່າງຈາກ ເມືອງປາກຊັນ 14 ກິໂລແມັດ, ເດີນທາງໄປຕາມເສັ້ນທາງ ເລກທີ 4B ແລ້ວລ້ຽວຊ້າຍເຂົ້າໄປອີກ 1 ກິໂລແມັດ ກໍ່ຈະເຖິງບ້ານນ້ຳປາ ຫຼັງຈາກນັ້ນເຮົາສາມາດເດີນທາງ ດ້ວຍເຮືອຈັກ ເຂົ້າໄຕາມລຳນ້ຳປາ ປະມານ 8 ກິໂລແມັດ.

167

ເລີ່ມຕົ້ນການເດີນ ດ້ວຍການຂີ່ເຮືອ ຈາກບ້ານນ້ຳປາ, ເມືອງບໍລິຄັນ ເຊິ່ງໃນເວລາເດີນທາງກໍ່ຈະໄດ້ຊົມທິວທັດສອງຝາກນ້ຳ ທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່ນ້ອຍທີ່ຂຽວອຸ່ມທຸ່ມ ມີຫາດຊາຍທີ່ສວຍງາມທີ່ແຄມສອງຝາກຝັ່ງຂອງ ບ້ານນ້ຳປາ ໃຊ້ເວລາ 30 ນາທີ ຈາກນັ້ນກໍ່ຈະໄດ້ພົບຕາດນ້ຳປາ ທີ່ອ້ອມຮອບດ້ວຍທຳມະຊາດທີ່ອຸດົມສົມບູນ ເຕັມໄປດ້ວຍຕົ້ນໄມ້ ແລະ ດອກໄມ້ ແລະ ພືດພັນນາໆຊະນິດ ເໝາະສົມກັບການກິນເຂົ້າປ່າ ແລ້ວທ່ຽວຊົມທຳມະຊາດ ແລະ ຫຼີ້ນນ້ຳ ຢ່າງເປັນທີ່ສຸດ.

tad nampa

ສຳລັບໄລຍະທີ່ກ້າວເຂົ້າລະດູຝົນແບບນີ້ ນ້ຳຕົກແຕ່ລະແຫ່ງແມ່ນມີນ້ຳຫຼາຍ ເຮັດໃຫ້ເປັນສະຖານທີ່ທີ່ຜູ້ຄົນນິຍົມໄປພັກຜ່ອນເຊິ່ງສັງເກດໄດ້ໃນວັນຢຸດເສົາ ອາທິດ ເຊິ່ງຈະມີຜູ້ຄົນຈຳນວນບໍ່ໜ້ອຍທີ່ເດີນທາງໄປເປັນຄອບຄົວ ຫຼື ໝູ່ຄະນະ.

621

ຂໍ້ມູນລະພາບຈາກ: ເວບໄຊທ່ອງທ່ຽວແຂວງບໍລິຄຳໄຊ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...