spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 1 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 1 ສິງຫາ

Published on

ສາມາດຕິດຕາມສະເພາະຂ່າວໄອທີ ແລະ ເກມໄດ້ທີ່ >>ລິ້ງນີ້<<

ວັນທີ 1 ສິງຫາ ປີ 1997 ຫຼືມື້ນີ້ເມື່ອ 19 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Rockman X4 (ຫຼື Mega Man X4 ສຳລັບນອກປະເທດຍີ່ປຸ່ນ) ເທິງເຄື່ອງ PS1 ແລະ Sega Saturn ທີ່ປະເທດຍີ່ປຸ່ນ. ໂດຍພາກນີ້ຈັດວ່າເປັນພາກທຳອິດທີ່ຜູ້ຫຼິ້ນສາມາດເລືອກໂຕລະຄອນ X ຫຼື Zero ເພື່ອໃຊ້ລຸຍຕະຫຼອດເກມໄດ້ຢ່າງຖາວອນ (ແຕ່ກ່ອນໃນ Rockman X3 ສາມາດໃຊ້ Zero ໄດ້ແບບຊົ່ວຄາວເທົ່ານັ້ນ) ແລະດ້ວຍຄວາມທີ່ພາກນີ້ເປັນພາກທຳອິດທີ່ລົງໃຫ້ກັບເຄື່ອງ PS1 ແລະ Sega Saturn ທີ່ໃຊ້ການຫຼິ້ນເກມເປັນແບບແຜ່ນຊີດີຣອມ ຈຶ່ງມີມູວີ້ໃຫ້ເບິ່ງຕອນເລີ່ມເລື່ອງ ແລະຕອນຈົບເກມໃຫ້ເບິ່ງກັນເຕັມອິ່ມພ້ອມເພງມ່ວນໆ ອີກນຳ.

ທາງດ້ານເນື້ອເລື່ອງຂອງ Rockman X4 ຈະເປັນເຫດການໃນສະຕະວັດທີ 22 ເມື່ອມະນຸດສາມາດໃຊ້ຊີວິດຮ່ວມກັບຫຸ່ນຍົນເຣພລອຍທີ່ມີສະຕິປັນຍາເທົ່າທຽມກັນໄດ້ຢ່າງມີຄວາມສຸກເປັນເລື່ອງປົກກະຕິ ແຕ່ກໍມີກຸ່ມ ມາເວີຣິກຮັນເຕີ້ ທີ່ເອີ້ນໂຕເອງວ່າ “ເຣພລິຟອຣ໌ດ” ໄດ້ຖືກຳເນີດຂຶ້ນມາ ນຳໂດຍ General ແລະມືຂວາຊື່ Colonel. ໂດຍຄົນທີ່ຢູ່ເບື້ອງຫຼັງແຜນການນີ້ກໍຄື Sigma ວາຍຮ້າຍປະຈຳຊີຣີນີ້ ທີ່ສັ່ງໃຫ້ເຮັດການທຳລາຍລ້າງມະນຸດຖິ້ມ ຈາກນັ້ນແຜນການຖະຫຼົ່ມເມືອງລອຍຟ້າໃຫ້ຕົກລົງສູ່ເມືອງດ້ານລຸ່ມຈຶ່ງເລີ່ມຂຶ້ນເພື່ອຫວັງສັງຫານຄົນຫຼາຍລ້ານຄົນ ເຊິ່ງກໍລວມທັງມະນຸດແລະຫຸ່ນຍົນເຣພລອຍນຳ ດ້ວຍເຫດນີ້ X ກັບ Zero ສອງໂຕເອກເລີຍຕ້ອງອອກຮົບອີກຄັ້ງເພື່ອກອບກູ້ໂລກໃຫ້ພົ້ນຈາກມືຂອງຊິກມ້າໃຫ້ໄດ້. 

ດ້ານລະບົບຂອງພາກນີ້ຈະແບ່ງແຍກອອກຕາມໂຕລະຄອນທັງ 2 ຢ່າງຊັດເຈນຄື: X ນັ້ນຈະເໝາະກັບຜູ້ຫຼິ້ນທົ່ວໄປເປັນຫຼັກ ເນື່ອງຈາກອາວຸດຂອງ X ຈະເປັນບັສເຕີ້ທີ່ສ້າງຄວາມເສຍຫາຍແກ່ສັດຕູໄດ້ທຸກໄລຍະ ແລະ X ເອງຍັງສາມາດໄລ່ເກັບຊຸດເກາະທັງ 4 ສ່ວນເພື່ອເພີ່ມພະລັງຂອງໂຕເອງໄປໄດ້ອີກຂັ້ນ. ໃນຂະນະທີ່ Zero ຈະເໝາະກັບຜູ້ຫຼິ້ນທີ່ຕ້ອງການຄວາມທ້າທາຍຫຼາຍຂຶ້ນ ໂດຍດາບເລເຊີ້ຂອງ Zero ຈະມີພະລັງໂຈມຕີໂດຍພື້ນຖານທີ່ຮຸນແຮງພໍໆກັນກັບບັສເຕີ້ສາກຍິງຂອງ X ແຕ່ຈະເພີ່ມຄວາມມັນຢູ່ທີ່ Zero ສາມາດເຂົ້າໄປຄຸກວົງໃນແລະຕໍ່ຄອມໂບໄດ້ຫຼາກຫຼາຍກວ່າ ແລະເມື່ອກຳຈັດບອສແຕ່ລະໂຕໄດ້ Zero ກໍຈະໄດ້ທ່າໄມ້ຕາຍໃໝ່ໆ ຫຼືທ່າການເຄື່ອນໄຫວທີ່ອຳນວຍຄວາມສະດວກກວ່າເກົ່າເພີ່ມເຂົ້າມາ. 

Fact ເລັກນ້ອຍກ່ຽວກັບ Rockman X4

  • ສຳລັບຍອດຂາຍແຜ່ນພາກນີ້ຈະບໍ່ຄ່ອຍດີປານໃດໂດຍມີພຽງ Rockman X ພາກທຳອິດພາກດຽວເທົ່ານັ້ນທີ່ສາມາດເຮັດຍອດຂາຍໄດ້ກາຍ 1 ລ້ານຊຸດ (ນັບສະເພາະຊີຣີ X) 

  • ສຳລັບເວີຊັ່ນພາສາອັງກິດ (Mega Man X4) ຂອງເຄື່ອງ PS1 ໃນໜ້າຈໍເລືອກໂຕລະຄອນຕອນເລີ່ມເກມ ໃຫ້ກົດປຸ່ມວົງມົນ 2 ເທື່ອ, ປຸ່ມຊ້າຍ 6 ເທື່ອ ແລ້ວກົດປຸ່ມ L1 ແລະ R2 ປະໄວ້ຈົນເຂົ້າສູ່ດ່ານທຳອິດ ຖ້າສູດນີ້ເປີດໃຊ້ງານແລ້ວ ເຮົາຈະເຫັນລຳໂຕຂອງ X ມີສີເຂັ້ມຂຶ້ນຈົນເກືອບເປັນສີມ້ວງ ຈາກນັ້ນກໍໃຫ້ໄປເກັບເກາະສ່ວນຂາທີ່ດ່ານ Web Spidus (ບອສແມງມຸມ) ກໍຈະໄດ້ເກາະ Ultimate Armor ມາໃຊ້ ເຊິ່ງເກາະນີ້ຈະສາມາດໃຊ້ທ່າ Nova Strike ໄດ້ບໍ່ຈຳກັດຈຳນວນເທື່ອ ແລະນອກຈາກນັ້ນຈະມີຄຸນສົມບັດຄືກັບເກາະ Force Armor ທຸກຢ່າງ. 

  • ຄືກັນກັບຂໍ້ກ່ອນນີ້ ຫາກເລື່ອນເຄີເຊີ້ໄປທີ່ Zero ແລ້ວ ກົດປຸ່ມ R1 ຄ້າງໄວ້ ຈາກນັ້ນກົດປຸ່ມຂວາ 5 ເທື່ອ ແລ້ວປ່ອຍປຸ່ມ R1 ພ້ອມດ້ວຍກົດປຸ່ມວົງມົນຄ້າງໄວ້ ແລະກົດປຸ່ມ Start ເມື່ອເລີ່ມດ່ານທຳອິດກໍຈະໄດ້ຫຼິ້ນ Zero ທີ່ມີສີດຳໝົດໂຕ (ແຕ່ບໍ່ມີຄຸນສົມບັດພິເສດໃດໆ ພຽງປ່ຽນເພື່ອຄວາມເທ້ເທົ່ານັ້ນ)

  • ເພງປະກອບມູວີ່ຕອນເລີ່ມແລະຕອນຈົບຂອງເກມໃນເວີຊັ່ນຍີ່ປຸ່ນ ຈະຮ້ອງໂດຍທ່ານຢູຄິເອະ ນາຄາມະ ນັກຮ້ອງເພງປ໋ອບທີ່ກຳລັງມີຊື່ສຽງໃນຕອນນັ້ນ ແຕ່ໃນເວີຊັ່ນອັງກິດນັ້ນເພງຮ້ອງຈະຖືກຕັດອອກແລະໃສ່ເປັນເພງອື່ນບັນເລງແທນ. 

  • ບອສມັງກອນທີ່ຊື່ວ່າ Magma Dragoon ນັ້ນໄດ້ແຮງບັນດານໃຈມາຈາກໂຕລະຄອນ Ryu, Ken ແລະ Akuma ຈາກເກມ Street Fighter ມາເຕັມໆ, ໂດຍຂອງ Ryu ກັບ Ken ຈະເປັນທ່າຮາໂດເຄນໄຟແລະໂຊຣິວເຄນໄຟ Akuma ຈະເປັນລູກປະຄຳທີ່ຄ້ອງຄໍໂຕ Magma Dragoon ນັ້ນເອງ (ຕ້ອງສັງເກດດີໆ)

  • ຊ່ວງທີ່ສູ້ກັບບອສ General ນັ້ນ ທີມພັດທະນາ Rockman X4 ເຄີຍໃຫ້ສຳພາດວິທີການຂ້າບອສໂຕນີ້ວ່າໄດ້ແຮງບັນດານໃຈມາຈາກການຂ້າບອສໃຫຍ່ຂອງເກມ Super Ghouls ‘N Ghosts ຫຼືມາໄຄມູຣະ ຂອງເຄື່ອງ Super Famicom ໂດຍບອສໃຫຍ່ຂອງມາໄຄມູຣະພາກດັ່ງກ່າວກໍຂະມີຈຸດອ່ອນຢູ່ທີ່ຫົວຄືກັນ ແລະຜູ້ຫຼິ້ນກໍຕ້ອງບັງຄັບໂຕອາເທີໄຕ່ຂຶ້ນແພລັດຟອຣ໌ມເຂົ້າໄປໂຈມຕີສ່ວນຫົວຂອງມັນ ຄືກັນກັບ X ແລະ Zero ເຊິ່ງຕ້ອງອາໄສແຂນທີ່ມັນຍິງອອກມາໃນການເກາະຂຶ້ນໄປໂຈມຕີມັນ ເວົ້າໄດ້ວ່າແຮງບັນດານໃຈຈາກເກມຄ້າຍດຽວກັນມາຄົບເລີຍ. 

ທີ່ມາ:online station

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...