HomePicpostຂົວນ້ຳແຫ່ງດຽວໃນໂລກທີ່ປະເທດ ເຢຍລະມັນ

ຂົວນ້ຳແຫ່ງດຽວໃນໂລກທີ່ປະເທດ ເຢຍລະມັນ

Published on

ຈຸດປະສົງຂອງການສ້າງຂົວສ່ວນຫຼາຍຄືການໃຊ້ເປັນທາງສັນຈອນຂອງລົດຍົນ ແລະ ຜູ້ຄົນ ເພື່ອຂ້າມສິ່ງກີດຂວາງເຊັ່ນ: ຖະໜົນຫົນທາງ ຫຼື ແມ່ນ້ຳລຳຄອງແຕ່ທີ່ປະເທດ ເຢຍລະມັນ ມີການສ້າງຂົວທີ່ບໍ່ຄືບ່ອນໃດໃນໂລກ ເນື່ອງຈາກການສ້າງຂຶ້ນເພື່ອໃຊ້ເປັນຄອງນ້ຳໃຫ້ເຮືອສັນຈອນໄປມາຂ້າມແມ່ນ້ຳທີ່ຢູ່ດ້ານລຸ່ມ

Magdeburg Water Bridge ຄືໜຶ່ງໃນສຸດຍອດງານທາງວິສະວະກຳທີ່ໄດ້ສ້າງຂົວທີ່ບັນຈຸນ້ຳໄວ້ໃນຂວາ ເຮັດໃຫ້ເກີດສິ່ງເຫຼືອເຊື່ອທີ່ເໜືອທຳມະຊາດຄື ຄອງນ້ຳທີ່ຍົກຂົວຂຶ້ນ 6.25 ແມັດ ຂ້າມແມ່ນ້ຳດ້ານລຸ່ມ

3-45

ຂົວຂ້າມນ້ຳແຫ່ງນີ້ໄດ້ເລີ່ມສ້າງຂຶ້ນແຕ່ຕົ້ນປີ 1938 ຈົນມາເຖິງໃທ້າຍປີ 1938 ການກໍ່ສ້າງຕ້ອງໄດ້ຍຸດໄວ້ຊົ່ວຄາວເນື່ອງຈາກສົງຄາມໂລກຄັ້ງທີ 2 ເມື່ອສົງຄາມສິ້ນສຸດ ແລະ ສະພາບເຫດການບ້ານເມືອງສະຫງົບ ໂຄງການຈຶ່ງເລີ່ມກໍ່ສ້າງອີກຄັ້ງໃນປີ 1997 ກໍ່ສ້າງແລ້ວສຳເລັດໃນປີ 2003

ລັກນະຂອງຂົວຂ້າມນ້ຳ ເອີ້ນວ່າ ຂົວຄອງນ້ຳ (Canal bridge) ຄືຂົວຂ້າມນໍ້າທີ່ສ້າງເປັນຮູບໂຕຢູ ພາຍໃນຈະບັນຈຸນໍ້າກໍ່ຄືເປັນຄອງນໍ້າເພື່ອໃຊ້ໃຫ້ເຮືອສາມາດສັນຈອນໄປມາໄດ້ ຂົວຄອງນໍ້າແຫ່ງນີ້ຍົກໂຕສູງຂື້ນຂ້າມແມ່ນໍ້າ Elbe River ແລະເຊື່ອມຕໍ່ລະຫວ່າງຄອງນໍ້າ Elbe Havel ແລະຄອງ Midland ຄອງທັງສອງໄຫຼມາໄກ້ກັບບໍລິເວນເມືອງ Magdeburg ຂົວນັ້ນມີຄວາມຍາວ 918 ແມັດ (690 ແມັດຢູ່ເທິງຝັ່ງ ແລະ ອີກ 228 ແມັດຢູ່ໃນແມ່ນ້ຳ Elbe) ກ້ວາງ 43 ແມັດ ສ່ວນທີ່ເປັນພື້ນນໍ້າກ້ວາງ 32 ແມັດ ນໍ້າໃນຂົວເລິກ 4.25 ແມັດ ໃນສ່ວນຂອງທ້ອງຂົວຂ້າມນ້ຳ ຍົກໂຕສູງຈາກແມ່ນໍ້າ Elbe ຢູ່ 6.25 ແມັດ

0x600 1289 122 111 006

 

ຂໍ້ມູນຈາກ: wowboom.blogspot.com

ຕິດຕາມPictpost ຮູບພາບລາວໂພສຕ໌ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...