spot_img
HomeມູມໄອທີລາວHuawei Honor Note 8 ເປີດໂຕຢ່າງເປັນທາງການແລ້ວ!! ມາພ້ອມຈໍ Super AMOLED ແລະ ແບັດ 4500 mAh

Huawei Honor Note 8 ເປີດໂຕຢ່າງເປັນທາງການແລ້ວ!! ມາພ້ອມຈໍ Super AMOLED ແລະ ແບັດ 4500 mAh

Published on

ສາມາດຕິດຕາມສະເພາະຂ່າວໄອທີ ແລະ ເກມໄດ້ທີ່ >>ລິ້ງນີ້<<

​ຫຼັງຈາກທີ່ທາງ Honor ສົ່ງບັດເຊີນເຂົ້າຮ່ວມງານເປີດໂຕສະມາດລຸ້ນໃໝ່ ທີ່ຈະຈັດຂຶ້ນໃນວັນທີ 1 ສິງຫາ ຫຼືມື້ນີ້ນັ້ນເອງ. ຫຼ້າສຸດນີ້ Huawei ກໍໄດ້ຈັດງານເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ຢ່າງເປັນທາງການແລ້ວທີ່ປະເທດຈີນ ເຊິ່ງມີນາມວ່າ: Honor Note 8. ໂດຍສິ່ງທີ່ໜ້າສົນໃຈຫຼັກໆກະຄົງຈະເປັນຈໍຄວາມລະອຽດ 2K ແລະການປ່ຽນຈາກຈໍ IPS ມາໃຊ້ຈໍ Super AMOLED. 

ສຳລັບໂຕເຄື່ອງ Honor Note 8 ແມ່ນເຮັດມາດ້ວຍວັດສະດຸອະລູມິນ້ຽມອັລລອຍ, ອອກແບບດ້ວຍເທັກໂນໂລຢີ Sand blasting ແລະມີໃຫ້ເລືອກທັງໝົດ 3 ສີໄດ້ແກ່: ສີຄຳ, ສີເງິນ ແລະສີເທົາ. 

ສ່ວນໜ້າຈໍນັ້ນແມ່ນປ່ຽນມາໃຊ້ຈໍ Super AMOLED ຂະໜາດ 6.6 ນິ້ວ, ພ້ອມດ້ວຍຄວາມລະອຽດຈໍ 2K (2560 x 1440 ພິກເຊວ) ແລະ 443ppi. ແກ້ວຈໍເປັນແບບໂຄ້ງ 2.5D, ພ້ອມດ້ວຍຊ່ວງສີ (Color gamut) NTSC 105% ແລະອັດຕາຄວາມຄົມຊັດຢູ່ທີ່ 70000:1

ທາງດ້ານຮາດແວຣ໌ພາຍໃນນັ້ນມາພ້ອມກັບຊິບປະມວນຜົນ Kirin 955 (16 ນມ FinFET Plus) ຄວາມແຮງຢູ່ທີ່ 2.5GHz + 1.8GHz ມາພ້ອມກັບຊິບກຣາບຟິກ Mali-T880 MP4. RAM 4GB LPDDR4 ແລະພື້ນທີ່ຈັດເກັບໃຫ້ມາ 32GB, 64GB ແລະ 128GB (ສາມາດເພີ່ມ microSD ສູງສຸດ 128GB).  

ໃນສ່ວນຂອງກ້ອງຫຼັງ Honor Note 8 ໃຫ້ຄວາມລະອຽດມາ 13 ລ້ານພິກເຊວ ພ້ອມຮູຮັບແສງ f/2.0, OIS ແລະແຟລັດຄູ່ LED. ສ່ວນກ້ອງໜ້າໃຫ້ມາ 8 ລ້ານພິກເຊວ ພ້ອມ f/2.0 ແລະເລນມຸມກວ້າງເພື່ອໃຫ້ການເຊວຟີ້ມີມິຕິຂຶ້ນ. ນອກຈາກນີ້ທາງດ້ານຫຼັງໂຕເຄື່ອງກໍຍັງຕິດຕັ້ງເຊັນເຊີ້ສະແກນນິ້ວມືມາໃຫ້ພ້ອມ. 

ທາງດ້ານຊ໋ອບແວຣ໌ແມ່ນໃຊ້ງານລະບົບ Android 6.0 Marshmallow ຄອບດ້ວຍ Huawei EMUI 4.1. ແບັດເຕີຣີໃຫ້ມາ 4500mAh ພ້ອມດ້ວຍເທັກໂນໂລຢີປະຢັດພະລັງງານ. ນອກຈາກນີ້ກໍຍັງມາພ້ອມກັບຊິບສຽງ SmartPA ແລະເທັກໂນໂລຢີສຽງ DTS ທີ່ສາມາດເພີ່ມຄວາມດັງໄດ້ເຖິງ 1.5 ເທົ່າ. 

ສ່ວນຄຸນສົມບັດອື່ນໆກໍມີຮອງຮັບ 2 ຊິມ ສະແຕນບາຍໄດ້ທັງສອງ, 4G VoLTE, 3G, Wi-Fi 802.11 b/g/n, GPS, A-GPS, Bluetooth 4.1, microUSB 2.0 ແລະຮູແຈັກ 3.5 ມມ. 

ໃນດ້ານການວາງຈຳໜ່າຍ Honor Note 8 ຕອນນີ້ແມ່ນເປີດໃຫ້ສັ່ງຈອງຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 8 ສິງຫາ ແລະຈະຂາຍຜ່ານເວັບໄຊອອນລາຍ Vmall.com ແລະ JD.com ນຳ, ສຳລັບລາຄາໂຕເຄື່ອງມີດັ່ງນີ້:

  • Honor Note 8 ລຸ້ນ RAM 4GB + ROM 32GB ລາຄາ 2299 ຢວນ (2.785.000 ກີບ)
  • Honor Note 8 ລຸ້ນ RAM 4GB + ROM 64GB ລາຄາ 2499 ຢວນ (3.030.000 ກີບ)
  • Honor Note 8 ລຸ້ນ RAM 4GB + ROM 128GB ລາຄາ 2799 ຢວນ (3.400.000 ກີບ)



ເພີ່ມຮູບພາບຈາກກ້ອງຫຼັງ

    ທີ່ມາ:techtoyreviews

    ບົດຄວາມຫຼ້າສຸດ

    ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

    ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

    ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

    ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

    ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

    ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

    ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

    ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...