Homeຂ່າວທ້ອງຖິ່ນແຈ້ງເຕືອນພະຍຸໝູນເຂດຮ້ອນ ປະຈຳວັນທີ ວັນທີ 1 - 2 ສິງຫາ 2016

ແຈ້ງເຕືອນພະຍຸໝູນເຂດຮ້ອນ ປະຈຳວັນທີ ວັນທີ 1 – 2 ສິງຫາ 2016

Published on

ມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງຫາແຮງພັດປົກຄຸມຢູ່ທົ່ວທຸກພາກຂອງລາວ,ພ້ອມດຽວກັນ ພະຍຸເຂດຮ້ອນ ນິດາ (Nida) ຫົວທີ່ 4 ປະຈໍາປີ 2016 ໃນເວລາ 10 ໂມງເຊົ້າ ຂອງວັນທີ 01 ສິງຫາ, ມີສູນກາງຢູ່ເສັ້ນຂະໜານທີ່ 20,7 ອົງສາ ເໜືອ ແລະ ເສັ້ນແວງ 118,1 ອົງສາ ຕາເວັນອອກ,ພວມເຄື່ອນທີ່ໄປທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 30 ກິໂລ ແມັດຕໍ່ຊົ່ວໂມງ.ພະຍຸຫົວນີ້ຈະເຄື່ອນທີ່ຂື້ນຝັ່ງທາງຕອນໃຕ້ຂອງປະເທດຈີນໃນຄືນຂອງວັນທີ 01 – 02 ສິງຫາ 2016. ຕະຫຼອດໄລຍະການເຄື່ອນຕົວຂອງພະຍຸຫົວນີ້,ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນບັນດາແຂວງພາກເໜືອຫາພາກກາງ ແລະ ພາກໃຕ້ຂອງລາວໃນໄລຍະ 1 ຫາ 2 ວັນຕໍ່ໜ້າໂດຍສະເພາະແຂວງ ຜົ້ງສາລີ,ຫົວພັນ,ຊຽງຂວາງ,ອຸດົມໄຊ,ຫຼວງນໍ້າທາ,ໄຊຍະບູລີ,ແຂວງ ວຽງຈັນ,ຄຳມ່ວນ,ສະຫວັນນະເຂດ,ສາລະວັນ ແລະ ຈຳປາສັກ ,ນັບທັງ ນະຄອນຫູວງວຽງຈັນ,ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ລົມພັດແຮງ ເຊິ່ງອາດຈະມີນໍ້າປ່າໄຫຼຊຸ່ແຮງ, ນໍ້າຖ້ວມອັ່ງ, ດິນເຈື່ອນ ພ້ອມນີ້ ໃຫ້ຕິດຕາມຂ່າວອາກາດ ຈາກກົມອຸຕຸ ນິຍົມ ແລະ ອຸທົກກະສາດເປັນປະຈໍາ.

ພະຍາກອນອາກາດ ແຕ່ເວລາ 19:00ໂມງ ຂອງວັນທີ 01/08/2016 ຫາ 19:00 ໂມງ ຂອງວັນທີ 02/08/2016

ຈາກ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...