Homeສຸຂະພາບ ແລະ ສີ່ງແວດລ້ອມພຽງຕົ້ມຂີງກັບຂອງ 3 ຢ່າງນີ້ແລ້ວດື່ມ ກໍ່ຈະຊ່ວຍກຳຈັດສານນິໂຄຕິນທີ່ສະສົມຢູ່ໃນປອດໄດ້

ພຽງຕົ້ມຂີງກັບຂອງ 3 ຢ່າງນີ້ແລ້ວດື່ມ ກໍ່ຈະຊ່ວຍກຳຈັດສານນິໂຄຕິນທີ່ສະສົມຢູ່ໃນປອດໄດ້

Published on

ທຸກຄົນຮູ້ດີວ່າປອດຂອງຕົວເອງເວລາທີ່ສູດດົມຄັວນຢາສູບເຂົ້າໄປແລ້ວຈະເປັນແນວໃດ ເພາະປອດຂອງເຮົາຈະມີລັກສະນະຄືຢູ່ໃນຮູບ ແຕ່ບໍ່ຕ້ອງຕົກໃຈ ວັນນີ້ເຮົາມີວິທີການຊ່ວຍຂັບສານພິດອັນຕະລາຍຢ່າງນິໂຄຕິນອອກຈາກປອດມາຝາກກັນ ມາລອງເຮັດໄປພ້ອມກັນເລີຍ

ວັດຖຸດິບ:

1. ຂີງ 1 ຫົວ
2. ຜົງຂີ້ໝິ້ນຂຶ້ນ 2 ບ່ວງແກງ
3. ນ້ຳລ້າ 1 ລິດ
4. ກະທຽມ 400 ກຣາມ
5. ນ້ຳຕານຊາຍແດງ 400 ກຣາມ

ວິທີເຮັດ:

1. ນຳຂີງທີ່ລ້າງສະອາດແລ້ວ ກັບກະກທຽມທີ່ແກະເປືອກແລ້ວມາຊອຍເປັນປ່ຽງບາງໆ
2. ຕົ້ມນ້ຳໃຫ້ເດືອດ
3. ໃສ່ນ້ຳຕານຊາຍແດງລົງໄປຕົ້ມຈົນນ້ຳຕານລະລາຍໝົດ
4. ໃສ່ຂີງຊອຍ, ກະທຽມຊອຍ ແລະ ຜົງຂີ້ໝິ້ນຂຶ້ນລົງໃນໝໍ້ ແລ້ວກໍ່ຄົນໆໃຫ້ເຂົ້າກັນ
5. ເມື່ອຕົ້ມຈົນກະທຽມ ແລະ ຂີງສຸກແລ້ວກໍ່ປົງໝໍ້ລົງ ປະໄວ້ໃຫ້ນ້ຳຈົນເຢັນ ຈາກນັ້ນກໍ່ມາໃສ່ທີ່ຕຸກນ້ຳໄວ້

ວິທີກິນ: ວິທີການກິນແມ່ນກິນວັນລະ 2 ຄັ້ງເຊົ້າ ແລະ ແລງ ຫຼັງ ຫຼື ກ່ອນອາຫານກໍ່ໄດ້ ກິນຄັ້ງລະ 2 ບ່ວງແກງ ກິນຢ່າງຕໍ່ເນື່ອງຢ່າງໜ້ອຍ 1 ອາທິດ ປອດຂອງທ່ານຈະເລີ່ມຖືກບຳບັດຈົນສະອາດຂຶ້ນໄດ້

ແຫລ່ງຂໍ້ມູນຈາກ: http://www.rak-sukapap.com/2016/07/3_61.html

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...