Homeຂ່າວຕ່າງປະເທດສຸດສຽວ! ຕຶກສູງອັນດັບ 10 ຂອງໂລກເປີດໃຫ້ຊົມວິວຍ່າງເທິງແວ່ນແກ້ວ

ສຸດສຽວ! ຕຶກສູງອັນດັບ 10 ຂອງໂລກເປີດໃຫ້ຊົມວິວຍ່າງເທິງແວ່ນແກ້ວ

Published on

ເມື່ອວັນທີ 29 ກໍລະກົດ 2016 ທີ່ຜ່ານມາ mashable ລາຍງານຄວາມເຄື່ອນໄຫວຂອງຕຶກ ຈິນເໝົາທາວເວີຣ ໃນນະຄອນຊຽງໄຮ້ ປະເທດຈີນ ເຊິ່ງເປັນຕຶກທີ່ສູງອັນດັບ 10 ຂອງໂລກ ເຊິ່ງມີຄວາມໂດດເດັ່ນເລື່ອງສະກາຍວໍຣ ມີລັກສະນະເປັນທາງຍ່າງແວ່ນແກ້ວ ໃຫ້ຜູ້ຊົມເບິ່ງວິວຈາກທີ່ສູງລົງມາ ໂດຍມີການເປີດໃຫ້ປະຊາຊົນສາມາດຍ່າງ ຫຼື ນັ່ງ ເທິງທາງຍ່າງແວ່ນແກ້ວເຫຼົ່ານີ້ໄດ້ປະມານ 30 ນາທີ ໂດຍທາງຍ່າງແວ່ນແກ້ວນີ້ມີຄວາມຍາວ 60 ແມັດ

ip

ຈຸດທີ່ນັກທ່ອງທ່ຽວສາມາດຂຶ້ນໄປຊົມວິວໄດ້ສູງທີ່ສຸດຄືໂຮງແຮມຊຽງໄຮ້ແກຣນໄຮແອທ ໃນຊັ້ນທີ 53-87 ແລະ ຊັ້ນທີ 88 ນີ້ເປັນສ່ວນທີ່ເອີ້ນວ່າ ສະກາຍວໍຣ ເຊິ່ງຈະເປີດໃຫ້ນັກທ່ອງທ່ຽວໄດ້ຊົມວິວຢ່າງເຕັມທີ່ ແລະ ໃນແຕ່ລະຄັ້ງຈະຈຳກັດຜູ້ເຂົ້າຊົມວິວໄດ້ພຽງ 15 ຄົນ ເພື່ອຄວາມປອດໄພ ເຊິ່ງຜູ້ທີ່ຕ້ອງການສຳພັດຄວາມສູງ ແລະ ຄວາມທ້າທາຍແບບນີ້ຈະມີຄ່າໃຊ້ຈ່າຍປະມານຄົນລະ 388 ຫຍວນ ຫຼື 460,000 ກີບ/ຄົນ/ຄັ້ງ

pi

ຈິນເໝົາທາວເວີຣ ມີຄວາມສູງ 421 ແມັດ ເປັນຕຶກທີ່ສູງອັນດັບສາມຂອງປະເທດຈີນ ກໍ່ສ້າງສຳເລັດໃນປີ ພ.ສ 2541 ສູງ 88 ຊັ້ນ ເຊິ່ງຄົນຈີນຖືວ່າເລກ 8 ເປັນເລກນຳໂຊກ ຮູບການກໍ່ສ້າງອາຄານແຫ່ງນີ້ມີລັກສະນະເໝືອນເຈດີບູຮານຂອງຈີນ

ທີ່ມາຂ່າວ: http://news.mthai.com/mashable/510116.html

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...