Homeຂ່າວພາຍ​ໃນAsean Schools Games 2016 ນັກສຶກສາລາວ ຍາດມາໄດ້ 4 ຫຼຽນທອງແລ້ວ

Asean Schools Games 2016 ນັກສຶກສາລາວ ຍາດມາໄດ້ 4 ຫຼຽນທອງແລ້ວ

Published on

ທ້າວ ກິ່ງແກ້ວ ອິນທະວົງ ແລະ ນາງ ຈໍຄຳ ສອງນັກ­ກີ­ລາແລ່ນ-ລານນັກ­ຮຽນລາວ ຈາກໂຮງ­ຮຽນພອນສະ­ຫວັນກີ­ລາ-ກາຍະກຳ ສາ­ມາດຍາດໄດ້ 2 ຫຼຽນທອງ ໃຫ້ທີມນັກ­ກີ­ລານັກ­ຮຽນລາວ ໃນການແຂ່ງ­ຂັນແລ່ນ 4X100 ຂ້າມຮົ້ວ ປະ­ເພດຍິງ ແລະ ຊາຍ ໃນງານມະຫະກຳກີ­ລານັກຮຽນອາຊຽນ ຄັ້ງທີ 8 ຫຼື ASG “Asean Schools Games 2016” ທີ່ແຂວງຊຽງໃໝ່ ປະ­ເທດໄທ ຮັບກຽດເປັນເຈົ້າ­ພາບ ລະ­ຫວ່າງວັນທີ 21-29 ກໍ­ລະ­ກົດ 2016.

ການແຂ່ງ­ຂັນກີ­ລາແລ່ນ-ລານມື້ທຳອິດ (ວັນທີ 25 ກໍ­ລະ­ກົດຜ່ານມາ) ມີການຊີງໄຊກັນທັງໝົດ 36 ລາຍ­ການ ໃນນັ້ນ ສະ­ເພາະ ສປປ ລາວ ສົ່ງນັກ­ກີ­ລາເຂົ້າຮ່ວມທັງໝົດ 9 ຄົນ ຍິງ 3 ຄົນ ລົງແຂ່ງ­ຂັນ 16 ລາຍ­ການ ຜ່ານການແຂ່ງ­ຂັນຜົນປາ­ກົດວ່າ ນັກ­ກີ­ລາລາວ ສາ­ມາດແລ່ນເຂົ້າເສັ້ນໄຊໄດ້ອັນດັບທີ 3 ທັງຍິງ ແລະ ຊາຍ ສົ່ງຜົນໃຫ້ໄດ້ພຽງ 2 ຫຼຽນທອງໄປຄອງ ສ່ວນຫຼຽນຄຳ ປະ­ເພດຍິງແມ່ນຕົກເປັນຂອງນັກ­ກີ­ລາຈາກອິນໂດເນເຊຍ ແລະ ຫຼຽນເງິນແມ່ນສິງ­ກະ­ໂປ ຂະ­ນະທີ່ ປະ­ເພດຊາຍ ຫຼຽນຄຳແມ່ນອິນໂດເນເຊຍ ແລະ ຫຼຽນເງິນແມ່ນໄທ ເຈົ້າ­ພາບ.

ນອກນີ້ ຍັງມີການແຂ່ງ­ຂັນລາຍ­ການແລ່ນ 100 ແມັດ (ຊາຍ) ຮອບຄັດເລືອກ ມີນັກ­ກີ­ລາເຂົ້າຮ່ວມແຂ່ງ­ຂັນ 9 ຄົນ ຈາກໄທ 2 ຄົນ ສິງ­ກະ­ໂປ 2 ຄົນ ມາເລເຊຍ 2 ຄົນ ແລະ ອິນໂດເນເຊຍ 2 ຄົນ ສ່ວນ ສປປ ລາວ ໄດ້ສົ່ງນັກ­ກີ­ລາ 1 ຄົນ ກໍ່ຄືທ້າວ ອຸ່ນແກ້ວ ເພັດນາມສິງ ຜ່ານການແຂ່ງ­ຂັນຜົນປາ­ກົດວ່າ ອຸ່ນແກ້ວ ຕົກຮອບ ແລະ ບໍ່ສາ­ມາດຜ່ານຮອບຄັດເລືອກ.

ສຳ­ລັບຜົນ­ງານຂອງທີມນັກ­ກີ­ລາລາວ ຮອດປັດ­ຈຸ­ບັນ ກໍ່ສາ­ມາດຍາດໄດ້ 4 ຫຼຽນທອງ ຈາກກີ­ລາກະ­ຕໍ້ 1 ຫຼຽນເງິນ 1 ຫຼຽນທອງ ແລະ ກີ­ລາແລ່ນ-ລານ 2 ຫຼຽນທອງ ລວມ 4 ຢູ່ອັນດັບທີ 6 ຂອງການສະ­ຫຼຸບຫຼຽນຕາ­ຕະ­ລາງ ຈາກ 8 ປະ­ເທດເຂົ້າຮ່ວມ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...