Homeສຸຂະພາບ ແລະ ສີ່ງແວດລ້ອມຮັກສາໂຣກປະດົງຄໍ່ດ້ວຍໝາກເຟືອງສຸກ

ຮັກສາໂຣກປະດົງຄໍ່ດ້ວຍໝາກເຟືອງສຸກ

Published on

ສຳລັບໝາກເຟືອງສຸກ ເປັນອີກສູດໜຶ່ງທີ່ນິຍົມໃຊ້ກັນມາແຕ່ບູຮານ ເປັນສູດສະເພາະກຸ່ມ ໄດ້ຮັບການບອກຕໍ່ຈາກຜູ້ໃຈດີວ່າສູດນີ້ສາມາດເຮັດໃຫ້ໂຣກປະດົງຄໍ່ຫາຍຂາດໄດ້ ສະນັ້ນພວກເຮົາກໍ່ບໍ່ຊັກຊ້າທີ່ຈະນຳມາບອກຕໍ່

ໂດຍມີວິທີການເຮັດງ່າຍໆຄື: ໃຫ້ເອົາໝາກເຟືອງສຸກ ຈຳນວນ 1 ໜ່ວຍ ເກືອເລັກໜ້ອຍ, ນ້ຳເຜິ້ງແທ້ 1 ບ່ວງ, ນ້ຳຕົ້ມສຸກ 2 ຈອກ ຈາກນັ້ນກໍ່ນຳສ່ວນປະສົມທຸກຢ່າງມາປັ່ນລວມເຂົ້າກັນ

ວິທີກິນ: ກິນມື້ລະ 2 ຈອກເຊົ້າແລງກ່ອນອາຫານ ຕິດຕໍ່ກັນ 6 ວັນ ກິນແຕ່ລະຄັ້ງເກືອບເຕັມຈອກ ຄົນທີ່ເປັນໂຣກປະດົງຄໍ່ຄວນນຳສູດນີ້ໄປທົດລອງກິນເບິ່ງ ເພາະມັນບໍ່ເປັນອັນຕະລາຍໃດໆທັງນັ້ນ

ໝາກເຟືອງນອກຈາກຈະມີສັບພະຄຸນທາງຢາທີ່ສາມາດປິ່ນປົວໂຣກປະດົງຄໍ່ໄກ້ແລ້ວ ຍອດໃບໝາກເຟືອງກັບຍອດໝາກພ້າວມາຕົ້ມປະສົມກັນກິນແກ້ໄຂ້ຫວັດໃຫຍ່, ໃບໝາກເຟືອງຕົ້ມອາບນ້ຳແກ້ຕຸ່ມຄັນ, ແກ່ ແລະ ຮາກຕົ້ມກິນແກ້ຖອກທ້ອງ, ແກ້ເຈັບເສັ້ນເອັນ, ໝາກເຟືອງນຳໄປສະຜົມກຳຈັດລັງແຄໄດ້ດີອີກດ້ວຍ

 

ທີ່ມາ: http://www.rak-sukapap.com/2016/07/blog-post_260.html

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...