spot_img
Homeຂ່າວຕ່າງປະເທດກຳປູ​​ເຈຍ​ອອກ​ວີ​ຊາ​ໃໝ່ ຫວັງ​ດຶງ​ຕ່າງ​ຊາດ​ເຂົ້າປະ​ເທດ

ກຳປູ​​ເຈຍ​ອອກ​ວີ​ຊາ​ໃໝ່ ຫວັງ​ດຶງ​ຕ່າງ​ຊາດ​ເຂົ້າປະ​ເທດ

Published on

ກະຊວງ​ພາຍ​ໃນ​ກຳປູ​ເຈຍ​ເປີດ​ເຜີຍ​ວ່າ ກຳປູ​ເຈຍ​ກຽມ​ອອກ​ວີ​ຊາ​ໃໝ່​ສຳລັບ​ຕ່າງປະ​ເທດ​ທີ່ອອກ​ບຳນານ ແລ້ວ​ຢ່າງ​ວ່ອງ​ໄວ​ທີ່​ສຸດ​ພາຍ​ໃນ​ວັນ​ທີ 1 ສິງຫາ​ນີ້.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທ່ານ ພົນ​ຕີ ສົກ​ເວສນາ ຜູ້ອຳນວຍການ​ສຳນັກ​ງານ​ກວດ​ຄົນ​ເຂົ້າ​ເມືອງ​ທີ່​ສັງກັດ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ​ເປີດ​ເຜີຍ​ວ່າ ກຳປູ​ເຈຍ​ກຽມ​ອອກ​ວີ​ຊາ​ແບບ​ໃໝ່​ສຳລັບ​ຕ່າງປະ​ເທດ​ທີ່​ມີ​ອາຍຸ​ບຳນານແລ້ວ​ຢ່າງ​ວ່ອງ​ໄວ​ທີ່​ສຸດ​ພາຍ​ໃນ​ວັນ​ທີ 1 ສິງຫາ​ນີ້ ນັບ​ເປັນຄວາມ​ພະຍາຍາມ​ຫຼ້າ​ສຸດ​ໃນ​ໂຄງການ​ເພື່ອ​ຊຸກຍູ້​ໃຫ້​ມີ​ຊາວ​ຕ່າງປະ​ເທດ​ມາ​ພັກ​ອາ​ໄສ​ຢູ່ກຳ​ປູ​ເຈຍ​ຫຼາຍ​ຂຶ້ນ ​ໂດຍ​​ເອກະສານ​ທີ່​ຈຳ​ເປັນ​ຕ້ອງ​ໃຊ້​ໃນ​ການ​ຍື່ນ​ຂໍ​ວີ​ຊາ​ປະ​ເພດ​ໃໝ່​ນີ້​ປະກອບ​ມີ: ​ເອກະສານ​ສະ​ແດງ​ຖານະ​ຄວາມ​ໝັ້ນຄົງ​ທາງ​ການ​ເງິນ ​ແລະ ​ເອກະສານ​ຮັບຮອງ​ວ່າ​ເປັນ​ຜູ້​ທີ່ອອກ​ບຳນານ​ຈາກ​ປະ​ເທດ​ທີ່​ໃຊ້​ຊີວິດ​ຢູ່  ຊຶ່ງ​ວີ​ຊາ​ໃໝ່​ນີ້​ເອີ້ນ​ວີ​ຊາ​ປະ​ເພດ ອີ​ອາຣ ຈະ​ມີ​ອາຍຸ 1 ປີ ​ແລະ ບໍ່​ຕ້ອງ​ຂໍ​ໃບ​ອະນຸຍາດ​ເຮັດ​ວຽກ​ແຕ່​ຢ່າງ​ໃດ ​ໂດຍ​ຜູ້​ບຳນານ​ທີ່​ຂໍ​ວີ​ຊາ​ປະ​ເພດ​ນີ້​ຈະ​ສາ​ມາດ​ພັກ​ອາ​ໄສ​ຢູ່ກຳ​ປູ​ເຈຍ​ໄດ້ ​ແຕ່​ມີ​ຂໍ້​ກຳນົດ​ວ່າ ຫ້າມ​ຄອບ​ຄອງ​ເຮືອນ​ຫຼື​ທີ່​ດິນ​ຢູ່ກຳ​ປູ​ເຈຍ.

ທ່ານ ​ໂຕ ສະ​ເຣັງ ຮອງ​ຜູ້ອຳນວຍການ​ກວດ​ຄົນ​ເຂົ້າ​ເມືອງ​ກຳປູ​ເຈຍ​ເປີດ​ເຜີຍ​ວ່າ ທາງ​ສຳນັກງານ​ຕ້ອງການ​ໃຫ້​ວີ​ຊາ​ປະ​ເພດ​ໃໝ່​ນີ້​ພ້ອມ​ອອກ​ໃນ​ວັນ​ທີ 1 ສິງຫາ​ນີ້​ເລີຍ ​ແຕ່​ອາດ​ເກີດ​ຄວາມ​ຫຼ້າ​ຊ້າ​ຂຶ້ນ​ໄດ້​ເນື່ອງ​ຈາກ​ທາງ​ການ​ກຳປູ​ເຈຍ​ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ແຈ້ງ​ຂໍ້​ມູນ​ຕໍ່​ສະຖານທູດ​ຕ່າງປະ​ເທດກ່ຽວ​ກັບ​ການ​ປ່ຽນ​ແປງ​ນີ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...