spot_img
Homeນານາສາລະວິທີປູກຜັກກາດກວາງຕຸ້ງ

ວິທີປູກຜັກກາດກວາງຕຸ້ງ

Published on

ຜັກກາດຂຽວກວາງຕຸ້ງໃຊ້ບໍລິໂພກພາກສ່ວນໃບ ແລະກ້ານ, ຊຶ່ງເປັນທີ່ນິຍົມບລິໂພກຫຼາຍລັກສະນະກ້ານໃບໜາມົນເກືອບ, ກົມສີຂຽວປາຍແຜ່ນໃບມົນສີຂຽວເຂັ້ມມີຖິ່ນກຳເນີດໃນທະວີບອາຊີຕາເວັນອອກສຽງໃຕ້ປູກຫຼາຍໃນມົນທົນກວາງຕຸ້ງຂອງປະເທດຈີນ, ໄທ ແລະສປປ ລາວ.

     ຜັກກາດກວາງຕຸ້ງເປັນພືດຜັກທີ່ຢູ່ໃນຕະກູນ Cruciferae ມີຊື່ວິທະຍາສາດວ່າ: Brassica chinensisvar. para chinensis (Bailey) Tsen lee ຜັກກາດກວາງຕຸ້ງເປັນພືດອາຍຸປີດຽວ (Annual) ສາມາດຈະເລີນເຕີບໂຕໄດ້ໃນດິນທຸກຊະນິດທີ່ມີຄວາມອຸດົມສົມບູນດີປະຕິກິລິຍາຂອງດິນ pH 5,8-6,5 (ຂ້ອນຂ້າງເປັນກົດເລັກນ້ອຍຫາປານກາງ) ສະພາບດິນມີຄວາມຊຸ່ມສູງພໍສົມຄວນ, ມີແສງສະຫວ່າງ(ແສງແດດ) ສະໝ່ຳສະເໝີຕະຫຼອດມື້, ອຸນຫະພູມທີ່ເໝາະສົມ 20-25  ອົງສາ, ສະພາບອາກາດໃນບ້ານເຮົາແມ່ນສາມາດປູກໄດ້ຕະຫຼອດປີອາຍຸຕັ້ງແຕ່ຫວ່ານເມັດຢອດ ເມັດເຖິງເກັບກ່ຽວປະມານ 35-45 ວັນ.

ການເລືອກແນວພັນຜັກກາດຂຽວກວາງຕຸ້ງຍັງບໍ່ມີການລະບຸຄວາມແຕກຕ່າງຂອງລັກສະນະພັນນອກຈາກຜັກກາດຂຽວກວາງຕຸ້ງແລ້ວ, ຍັງມີຜັກກວາງຕຸ້ງ 3 ຊະນິດຄື: ຜັກກາດຂາວກວາງຕຸ້ງ, ຜັກກາດຮ່ອງເຕ້ ແລະຜັກກາດດອກ.

ການກຽມດິນຜັກກາດຂຽວກວາງຕຸ້ງ ເປັນຜັກທີ່ມີຮາກຕື້ນການກຽມດິນຄວນໄຖຂຸດເລິກປະມານ 15-20 ຊັງຕີແມັດ ຕາກ ດິນໄວ້ປະມານ 5-7 ວັນ ໂຮຍຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ລະລາຍຕົວດີ ແລະຍ່ອຍດິນໃຫ້ລະອຽດຍົກເປັນໜານໆ.

ການປູກແບບຫວ່ານເມັດ: ໃຫ້ປະສົມເມັດພັນ 1 ສ່ວນກັບຊາຍສະອາດ 3 ສ່ວນ, ຫວ່ານໃຫ້ທົ່ວໜານແລ້ວປົກດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມໜາ 0,5-1 ຊັງຕີແມັດ, ປົກດ້ວຍເຟືອງແຫ້ງທີ່ສະອາດບາງໆ ເພື່ອເກັບຮັກສາຄວາມຊຸ່ມຊື່ນ ແລ້ວຫົດນ້ຳໃຫ້ຊຸ່ມເມື່ອເມັດງອກໄດ້ປະມານ 20 ວັນຄວນຖອນແຍກຈັດໃຫ້ໄດ້ໄລຍະຫ່າງຕົ້ນ 20-25 ຊັງຕີແມັດ.

ປູກແບບໂຮຍເມັດເປັນແຖວຫຼັງຈາກປະສົມເມັດພັນດັ່ງກ່າວຂ້າງເທິງແລ້ວໃຫ້ໂຮຍເປັນແຖວເລິກລົງໄປໃນດິນປະມານ 0,5-1 ຊັງຕີແມັດ, ໂດຍໃຫ້ໄລຍະລະຫວ່າງແຖວ 20-25 ຊັງຕີແມັດ ແລ້ວປົກດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມບາງໆ, ປົກດ້ວຍ ເຟືອງແຫ້ງຫົດນ້ຳໃຫ້ຊຸ່ມ. ຫຼັງຈາກເມັດງອກໄດ້ 20 ມື້ ໃຫ້ຖອນແຍກໃນແຖວໂດຍພະຍາຍາມຈັດໄລຍະຫ່າງຂອງຕົ້ນໃຫ້ໄດ້ປະມານ 20-25 ຊັງຕີ ແມັດ.

ການໃສ່ຝຸ່ນ: ພືດດັ່ງກ່າວນີ້ຕ້ອງການຝຸ່ນພໍສົມຄວນດັ່ງນັ້ນ, ການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນແນໃສ່ການຫຼຸດຕົ້ນທຶນການຜະລິດ ແລະໃຫ້ມີປະສິດ ທິຜົນສູງດ້ານຜົນຜະລິດໂດຍສະເພາະດ້ານການຈະເລີນເຕີບໂຕໃບ ແລະທາງກ້ານ ຫຼື ລຳຕົ້ນ ດັ່ງນັ້ນ ຈິ່ງແນະນຳໃຫ້ໃຊ້ຝຸ່ນ N:P:K ສູດ 20-11-11 ຫຼື 16-8-8 ຫຼື ສູດທີ່ໃກ້ຄຽງໃນຈຳນວນ 300 ກິໂລຕໍ່ເຮັກຕາ ໂດຍແບ່ງໃສ່ 2 ເທື່ອ: ເທື່ອທີ 1 ໃສ່ເຄິ່ງໜຶ່ງເປັນ ຝຸ່ນຮອງພື້ນຕອນປູກແລ້ວພວນດິນປົກ, ເທື່ອທີ 2 ໃຫ້ໃສ່ຝຸ່ນເມື່ອ ພືດມີອາຍຸປະມານ 10-20 ວັນ ຈຳນວນທີ່ເຫຼືອຄັ້ງທຳອິດ, ພ້ອມນີ້ອາດຈະເພີ່ມຝຸ່ນຢູເຣຍອີກ 60 ກິໂລຕໍ່ເຮັກຕາ, ເພື່ອເລັ່ງການຈະ ເລີນເຕີບໂຕຂອງລຳຕົ້ນ ແລະໃບ.

ການໃຫ້ນ້ຳ: ຄວນໃຫ້ຢ່າງພຽງພໍແຕ່ຢ່າໃຫ້ປຽກຈົນເກີນໄປແຕ່ຕ້ອງໃຫ້ມີຄວາມຊຸ່ມຢ່າງສະໝ່ຳສະເໝີ.

ການພວນດິນ ແລະກຳຈັດຫຍ້າ: ຄວນເຮັດໃນໄລຍະທຳອິດ ເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດ ແລະນ້ຳໄດ້ດີພ້ອມກັບການກຳຈັດຫຍ້າໄປພ້ອມໆກັນ ເມື່ອຕົ້ນພືດມີໃບປົກຄຸມດິນ ແລ້ວບໍ່ຈຳເປັນເຮັດເລີຍ.

ການເກັບກ່ຽວອາຍຸການເກັບກ່ຽວຂອງຜັກກາດຂຽວກວາງຕຸ້ງຂ້ອນຂ້າງໄວປະມານ 35-45 ວັນ ໃຫ້ເລືອກຕົ້ນທີ່ໃຫຍ່ໄດ້ຂະ ໜາດຕາມຄວາມຕ້ອງການແລ້ວຕັດດ້ວຍມີດຄົມໆທີ່ໂຄນຕົ້ນຕັດແຕ່ງໃບນອກທີ່ແກ່ ແລະຖືກແມງໄມ້ທຳລາຍອອກກ່ອນບັນຈຸສົ່ງຕະຫຼາດ ຫຼື ບໍລິໂພກ.

 

ຂຽນໂດຍ: ແວວດາວ (ເສດຖະກິດ-ສັງຄົມ)

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...