spot_img
Homeຂ່າວພາຍ​ໃນເມື່ອງແທງ ເປີດໂຮງແຮມ 25 ຊັ້ນລະດັບ 5 ດາວ

ເມື່ອງແທງ ເປີດໂຮງແຮມ 25 ຊັ້ນລະດັບ 5 ດາວ

Published on

ໃນ​ວັນ​ທີ 28 ກໍ­ລະ­ກົດ 2016 ທີ່ ນະ­ຄອນ­ຫຼວງ​ວຽງ​ຈັນໄດ້​ມີ​ພິ­ທີ​ເປີດ​ໂຮງແຮມ​ເມື່ອງ​ແທງ​ລັກ​ເຊີ​ຣີ​ວຽງ​ຈັນ​ຂຶ້ນຢ່າງ​ເປັນ​ທາງ​ການໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ຕັດ​ແຖບ​ຜ້າ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ ຈັນ, ພ້ອມ​ນີ້​ກໍ​ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ, ຮອງລັດ­ຖະ­ມົນ­ຕີ, ຄະ­ນະ​ອຳ­ນວຍ​ການ, ອົງການ­ຈັດ­ຕັ້ງ​ສາ­ກົນ, ແຂກ​ຖືກ​ເຊີນ​ພ້ອມດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂຮງ­ແຮມ​ເມື່ອງ​ແທງ​ລັກ​ເຊີ​ຣີວຽງຈັນ ຕັ້ງ​ຢູ່​ໃຈ­ກາງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ກໍ່­ສ້າງ​ຕາມ​ມາດ­ຕະ­ຖານ 5 ດາວ​ຂອງ ຍຸກ​ສະ­ໄໝ ແຕ່​ຍັງ​ຮັກ­ສາ​ເອ­ກະ­ລັກ​ວັດ​ທະນະ​ທຳ​ທີ່​ພິ­ເສດ​ຂອງ​ປະ­ເທດ​ລາວ​ລ້ານຊ້າງ​ດ້ວຍ​ທີ່​ຕັ້ງ​ທີ່​ສະ­ດວກ​ສະ­ບາຍ, ງ່າຍໃນ​ການ­ເຄື່ອນ­ໄຫວ​ໄປ​ຫາ​ບັນ­ດາ​ອົງ­ການປົກ­ຄອງ ແລະ​ຈຸດ​ທ່ຽວ​ຊົມ​ທີ່​ມີ​ຊື່​ສຽງ​ຢູ່ ວຽງ​ຈັນ​ເຊັ່ນ: ພະ​ທາດ­ຫຼວງ, ປະ­ຕູ​ໄຊ​ເມື່ອງແທງ​ລັກ​ເຊີ​ຣີ ວຽງ​ຈັນ ຈະ​ເປັນ​ທາງ​ເລືອກ​ອັນ​ດັບ​ໜຶ່ງ​ສຳ­ລັບ​ນັກ​ທ່ອງ​ທ່ຽວ​ໃນ​ການ​ໄປ​ເຮັດ​ວຽກ, ທ່ຽວ​ຊົມ​ຊອກ​ຮູ້​ກ່ຽວ​ກັບ ປະ­ເທດ​ລາວ​ມີ​ລະ­ບົບ​ຫ້ອງ​ມາດ­ຖານ 5 ດາວ ຈຳ­ນວນ 331 ຫ້ອງ ຕອບ​ະ​ສະ­ໜອງ​ຕາມ​ຄວາມ​ຕ້ອງ­ການ​ດ້ານ​ທີ່​ພັກ​ອາ­ໄສ ໃຫ້​ກັບ​ນັກ​ທ່ອງ​ທ່ຽວ 700 ຄົນ, ບັນ­ດາ​ຫ້ອງ​ໄດ້​ປະ­ກອບ​ເຄື່ອງ​ຕົກ­ແຕ່ງ​ພາຍ​ໃນ​ທີ່​ທັນ​ສະ­ໄໝ, ຫຼູ​ຫຼາ, ນຳ​ເອົາ​ບັນ­ຍາ­ກາດ ພັກ­ຜ່ອນ​ສະ­ດວກ​ສະ­ບາຍ, ງຽບ​ສະ­ຫງົບ​ໃຫ້​ແກ່​ຜູ້​ພັກ​ເຊົາ​ຈາກ​ຊັ້ນ​ສູງ​ສຸດ​ຂອງ​ໂຮງ­ແຮມ​ທ່ານ​ຍັງ​ໄດ້​ຊົມ​ທິວ​ທັດ​ຄວາມ​ງາມ​ທີ່​ສຸດ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໂຮງ­ແຮມ​ຍັງ​ມີ​ຫ້ອງ​ອື່ນໆ ສຳ­ລັບ​ການ​ຈັດ​ກອງ​ປະ­ຊຸມ, ສຳ​ມະ​ນາ ແລະ​ງານ​ລ້ຽງ​ຕ່າງໆ ຊຶ່ງ​ປະ­ກອບ​ດ້ວຍ​ລະ­ບົບ​ເຄື່ອງ​ສຽງ​ທີ່​ທັນ​ສະ­ໄໝສາ­ມາດ​ບັນ­ຈຸ​ໄດ້ 500-800 ຄົນ, ມີ​ການ​ສັບຊ້ອນ​ຈັດ​ວາງ​ແບບ​ໄຫວພິກ ເພື່ອ​ຮັບ​ໃຊ້​ຫຼາຍ​ຮູບແບບ​ຂອງ​ງານ​ທີ່​ແຕກຕ່າງ​ກັນ.

ຈຸດ​ພົ້ນ​ເດັ່ນ​ທີ່​ສ້າງມາດ­ຕະ­ຖານ 5 ດາວ ຂອງ​ເມື່ອງ​ແທງ​ລັກ​ເຊີຣີ ວຽງ​ຈັນ​ແມ່ນ​ລະ­ບົບ ມີ​ຫ້ອງ​ຮ້ານ​ອາ­ຫານ ແລະ​ບາ​ຄື: ຫ້ອງ​ສະຫຼອງ​ໄຊ, ຫ້ອງ​ດອກຈຳ­ປາ, ຫ້ອງ​ແສງ​ທຽນບາ, ຫ້ອງ​ແຄນ​ລາວບາ​ສາ­ມາດ​ບັນ­ຈຸ​ແຂກ ເຖິງ 400 ຄົນ, ນອກຈາກ​ນັ້ນ​ທ່ານ​ຈະ​ໄດ້​ພົບ​ກັບ​ປະ­ສົບ​ການ​ປະ​ທັບ​ໃຈ​ຂອງ​ອາ­ຫານ​ເປັນ​ເອ­ກະ­ລັກ​ຂອງເຂດ​ອາ­ຊີ, ເອີ​ຣົບ ລວມ​ທັງ​ອາ­ຫານ​ພິ­ເສດ​ຂອງ​ທ້ອງ­ຖິ່ນ, ບັນ­ຍາ­ກາດ​ຫຼູ​ຫຼາ, ອົບ​ອຸ່ນ ຢູ່​ຮ້ານ​ອາ­ຫານ​ເໝາະ​ສຳ­ລັບ​ການ​ພົບ​ປະ​ຄູ່​ສັນ­ຍາ, ງານ​ລ້ຽງ​ສັງ​ສັນ, ສະ­ຫຼອງ​ວັນ​ສຳຄັນ​ອື່ນໆ​ຂອງ​ລູກ​ຄ້າ​ທີ່​ເປັນ​ບຸກ­ຄົນ ຫຼື ບໍ­ລິ­ສັດ.

ນອກ­ຈາກ​ນັ້ນ ໂຮງ­ແຮມ​ຍັງ​ນຳ​ເອົາ​ຄວາມ​ສະ­ດວກ​ດ້ານ​ບັນ­ເທີງ​ຫຼາຍ​ຢ່າງ​ມາ​ໃຫ້ ຜູ້​ພັກ​ເຊົາ, ດ້ວຍ​ເດີ່ນ​ເທັນ​ນິ​ສ​ທີ່​ສ້າງ​ຕາມ​ມາດ­ຕະ­ຖານ​ສາ­ກົນ, ລະ­ບົບ​ຫ້ອງ​ຄາ​ຣາ​ໂອເກະ 5 ຫ້ອງ ຊຶ່ງ​ໄດ້​ຕິດ​ຕັ້ງ​ລະ­ບົບ​ເຄື່ອງ​ສຽງ​ຄົບ​ຊຸດ, ມີ​ຄຸນ​ນະ​ພາບ​ສູງ, ສູນ​ແອບ​ກາຍ, ສະ​ລອຍ­ນ້ຳ ແລະ​ຫ້ອງ​ຮົມ​ຢາ, ຫ້ອງ​ນວດ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ຈະ​ຊ່ວຍ​ໃຫ້ ທ່ານ​ໄດ້​ສຳ­ຜັດ​ກັບ​ຄວາມ​ຜ່ອນ­ຄາຍ​ຂອງ​ຊີ­ວິດ​ລະ­ດັບ​ສູງ​ຢູ່​ໃຈ­ກາງ​ຕົວ​ເມືອງ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...