spot_img
Homeຂ່າວພາຍ​ໃນຊຽງຂວາງ ລົງຕິດຕາມໂຄງການປູກຊາ

ຊຽງຂວາງ ລົງຕິດຕາມໂຄງການປູກຊາ

Published on

 ວັນ​ທີ 27 ກໍ­ລະ­ກົດ​ຜ່ານ​ມາ​ນີ້ ທ່ານ ຄຳ​ປາວ ມົວ ຄະ­ນະ​ປະ­ຈຳ​ພັກ​ແຂວງຮອງ​ເຈົ້າ­ແຂວງໆ​ຊຽງ​ຂວາງ ພ້ອມ​ດ້ວຍຄະ­ນະ​ໄດ້​ລົງ​ກວດ­ກາ​ໂຄງ­ການ​ຊ່ວຍ ເຫຼືອ​ລ້າ​ຂອງ​ແຂວງ​ຕວຽນ​ກວາງ ສສ ຫວຽດ­ນາມໃນ​ການ​ທົດ​ລອງ​ສາ­ທິດ​ປູກ ຊາ​ຢູ່​ບ້ານ​ຍວນ​ທອງ ເມືອງ​ແປກ ແຂວງ ຊຽງ​ຂວາງ.

    ຊຶ່ງ​ການ​ທົດ​ລອງ​ນີ້​ໄດ້​ເລີ່ມ​ມາ​ແຕ່ ເດືອນ​ພຶດ­ສະ­ພາ​ປີ 2015 ປະ­ຈຸ​ບັນ​ປູກ ໄດ້​ແລ້ວ 74 ພັນ​ເບ້ຍ ໃນ​ເນື້ອ­ທີ່ 2 ເຮັກຕາ, ມີ 4 ສາຍ​ພັນ​ຄື: PH8, PH11, LDP1, LDP2  ມີ 5 ຄອບ­ຄົວ​ປູກ​ຊາ​ໃນ ການ​ທົດ​ລອງ ຊຶ່ງ​ຈະ​ສ້າງ​ເປັນ​ຕົວ​ແບບ ໃນ​ການ​ປູກ​ຊາ​ໃນ­ຕໍ່­ໜ້າ​ຢູ່​ເມືອງ​ແປກ​ປະ ຈຸ​ບັນ​ນີ້​ແຂວງ​ຕວຽນ​ກວາງ​ໄດ້​ນຳ​ເອົາ ວັດ​ສະ​ດຸ​ອຸ­ປະ­ກອນ​ການ​ຜະ­ລິດ​ຊາ​ມາ ເຖິງ​ບ້ານ​ຍວນ​ທອງ ເພື່ອ​ຈະ​ເລີ່ມ​ທົດ​ລອງ ການ​ຜະ­ລິດ​ສ່ວນ​ແຂວງ​ຊຽງ​ຂວາງ​ຈະ​ສົມ­ທົບ​ຊ່ວຍ​ສ້າງ​ເຮືອນ​ຜະ­ລິດ​ຊາ​ຜົນ​ຜະ­ລິດ​ແມ່ນ ສສ ຫວຽດ­ນາມ​ຈະ​ເກັບ​ຊື້​ຄືນ.

ຜ່ານ​ການ​ກວດ­ກາ​ເຫັນ​ວ່າ​ຕົ້ນ​ຊາ​ຂຶ້ນ ງາມ​ເພາະ​ພູມ​ສັນ­ຖານ, ອາ­ກາດ ແລະ ຄຸນ​ນະ​ພາບ​ຂອງ​ດິນ​ກໍ​ເໝາະ​ສົມ​ອີກ​ຢ່າງ ໜຶ່ງ​ຊ່ຽວ­ຊານ​ຫວຽດ­ນາມ​ກໍ​ໄດ້​ໃກ້­ຊິດ ຕິດ​ແທດ​ເອົາ­ໃຈ­ໃສ່​ຢ່າງ​ຈິງ​ຈັງ​ຈິ່ງ​ເຮັດ ໃຫ້­ການ​ທົດ​ລອງ​ນີ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ມີ​ປະ­ສິດ­ທິ­ພາບ.

ໃນ​ໂອ­ກາດ​ນີ້​ທ່ານ​ຮອງ​ເຈົ້າ­ແຂວງໆ​ຊຽງ​ຂວາງ​ກໍ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ ຕໍ່​ການ​ໃກ້­ຊິດ­ຕິດ­ແທດ​ໃຫ້​ຄວາມ​ຮູ້​ຄວາມ ເຂົ້າ­ໃຈ​ໃນ​ການ​ປູກ​ຊາ​ກໍ​ຄື​ການ​ປູກ­ຝັງ​ທີ່ ມີ​ຄຸນ​ນະ​ພາບ ນອກ​ນີ້​ທ່ານ​ຍັງ​ເນັ້ນ​ໜັກ ໃຫ້​ປະ­ຊາ­ຊົນ​ຈົ່ງ​ເພີ່ມ​ຄວາມ​ຫ້າວ­ຫັນ ຄວາມ​ດຸ­ໝັ່ນ​ເອົາ­ໃຈ­ໃສ່​ຕໍ່​ກັບ​ການ​ປູກ​ຊາ ປະ­ຕິ­ບັດ​ຕາມ​ການ​ແນະ­ນຳ​ຂອງ​ຊ່ຽວຊານ​ບົວ­ລະ­ບັດ​ຮັກ­ສາ ແລະ​ຂະ­ຫຍາຍ ສວນ​ຊາ​ໃຫ້​ຫຼາຍ ໂດຍ​ອະ­ນາ­ຄົດ​ມີ​ແຜນ ຈະ​ຂະ­ຫຍາຍ​ໄປ​ເມືອງ​ຕ່າງໆ​ທີ່​ເຫັນ​ວ່າ ເໝາະ​ສົມ​ເປັນ​ການ​ຫຼຸດ­ຜ່ອນ​ການ​ຖ່າງ ໄຮ່​ແບບ​ເລື່ອນ­ລອຍ​ມາ​ປູກ​ຊາ ແລະ​ເປັນ ການ​ລົງ­ທຶນ​ໜ້ອຍ​ຄັ້ງ​ດຽວ​ສາ­ມາດ​ເກັບ ຜົນ​ຜະ­ລິດ​ໄດ້​ຫຼາຍ​ປີ​ອັນ​ຈະ​ສາ­ມາດ​ສ້າງ ລາຍ​ຮັບ​ເຂົ້າ​ຄອບ­ຄົວ ເພື່ອ​ຫຼຸດ­ຜ່ອນ​ຄວາມ ທຸກ​ຍາກ​ໄປ​ເທື່ອ​ລະ​ກ້າວ.

 

ແຫລ່ງຂ່າວ: 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...