Homeຂ່າວຕ່າງປະເທດຣັດເຊຍເພີ່ມກຳລັງທະຫານ ຢູ່ພາກຕາເວັນຕົກສຽງໃຕ້ ຫລັງພົບການເຄື່ອນໄຫວ ຂອງຝ່າຍນາໂຕ້!

ຣັດເຊຍເພີ່ມກຳລັງທະຫານ ຢູ່ພາກຕາເວັນຕົກສຽງໃຕ້ ຫລັງພົບການເຄື່ອນໄຫວ ຂອງຝ່າຍນາໂຕ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ກໍລະກົດນີ້ວ່າ ໃນມື້ວານນີ້ (27 ກໍລະກົດ) ທ່ານ ເຊີເກ ຊອຍກູ  ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໄດ້ເປີດເຜີຍໃນລະຫວ່າງກອງປະຊຸມ ຢູ່ນະຄອນຫລວງມົດສະກູວ່າ ຣັດເຊຍໄດ້ເພີ່ມກຳລັງທາງທະຫານ ໄປເຂດພື້ນທີ່ພາກຕາເວັນຕົກສຽງໃຕ້ຂອງຕົນ ໃນໄລຍະທີ່ມີກອງກຳລັງນາໂຕ້ ຈຳນວນຫລາຍກອງພົນ ປະກົດໃຫ້ເຫັນໃນຂົງເຂດດັ່ງກ່າວຫລາຍຂຶ້ນ ລວມເຖິງສະພາບການຢູ່ອູແກຣນ ກໍຍັງບໍ່ທັນໝັ້ນຄົງ ໂດຍທ່ານໄດ້ລະບຸວ່າ ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ຣັດເຊຍໄດ້ຈັດຕັ້ງກຳລັງທະຫານ 4 ກອງພົນ, 9 ກອງພົນນ້ອຍ, 22 ກົມທະຫານ ໄປປະຈຳການຢູ່ເຂດນີ້ ຊຶ່ງໃນນັ້ນ ແມ່ນລວມມີ 2 ກອງພົນນ້ອຍ ລູກສອນໄຟ ທີ່ມີອາວຸດລູກສອນໄຟ Iskander ປະຈຳກອງພົນ ຊຶ່ງມີຂີດຄວາມສາມາດ ແລະ ເພີ່ມອຳນາດຍິງ ເພື່ອທຳລາຍຜູ້ທີ່ອາດເປັນສັດຕູ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...