Homeຂ່າວຕ່າງປະເທດແອັດສະປາຍ-ເກຣັກ ປະກາດພາວະສຸກເສີນ ໄຟໄໝ້ປ່າຮຸນແຮງ!

ແອັດສະປາຍ-ເກຣັກ ປະກາດພາວະສຸກເສີນ ໄຟໄໝ້ປ່າຮຸນແຮງ!

Published on

ຂປລ. ຕາມ​ຂ່າວຕ່າງປະ​ເທດ, ວັນ​ທີ 27 ກໍລະກົດ 2016, ​​ເຈົ້າໜ້າ​ທ່ີກູ້​ໄພແອັດ​ສະ​ປາຍ ​ໃຫ້​ຮູ້​ວ່າ ​ເນື່ອງ​ຈາກອຸນຫະພູມເພີ່ມ​ຂຶ້ນ ​ແລະ ກະ​ແສ​ລົມ​ພັດມາຢ່າງ​ແຮງ ​​​ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ປ່າໃນ​ແຂວງກັສ​ເຕຍອນ ທາງ​ພາກ ​ຕາ​ເວັນ​ອອກ ຂອງປະ​ເທດ​ນີ້, ​ສ້າງ​ຜົນ​ເສຍ​ຫາຍ​ເກື​ອບ 1.000 ​ເຮັກຕາ ​ໃນ​ເບື້ອງຕົ້ນ​​​ເຈົ້າ​ໜ້າ​ທ່ີກູ້​ໄພ ປະ​ມານ 400 ຄົນ ​ພ້ອມ​ດ້ວຍເຮືອບິນດັບ​ເພີງ 30 ລຳ ​ໄດ້​ລະດົມກຳລັງ​ເຂົ້າ​ໄປ​ຊ່ວຍດັບ​ເພີງ​ ​ໃນ​ພື້ນ​ທ່ີ​ດັ່ງກ່າວ. ຂະນະ​ດຽວກັນ​ນັ້ນ, ທາງ​ການ​ເກຣັກ ​ໄດ້​ປະກາດພາວະສຸກ​ເສີນ​ໄຟ​ໄໝ້​ປ່າ ທ່ີ​ພວມ​​ແຜ່​ລາມຢ່າງ​ໜັກ ​ເຮັດ​ໃຫ້ປະຊາຊົນໃນ​ພື້ນ​ທ່ີດັ່ງກ່າວ ຕ້ອງ​ອົບ​ພະຍົບອອກ​ຈາກບ້ານ​ເຮືອນ ​ເພື່ອ​ໄປຍັງ​ສະຖານ​ທ່ີ​ປອດ​ໄພ, ສົ່ງ​ຜົນ​​ເສຍ​ຫາຍ​ຕໍ່ພື້ນທ່ີ​ກະສິກຳ ໂດຍເກຣັກ​ ​ໄດ້​ສົ່ງ​ເຮືອ​ບິນ​ເຮ​ລີ​ກົ​ບ​ແຕ້ 6 ລຳ​ ເຂົ້າ​ໄປ​ຊ່ວຍ​ດັບ​ແປວ​ໄຟ​ດັ່ງ​ກ່າວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...