Homeຂ່າວທ້ອງຖິ່ນຮອງເຈົ້າແຂວງຊຽງຂວາງ ລົງກວດກາໂຄງການປູກຊາ ບ້ານຍວນທອງ

ຮອງເຈົ້າແຂວງຊຽງຂວາງ ລົງກວດກາໂຄງການປູກຊາ ບ້ານຍວນທອງ

Published on

ຂປລ. ວັນທີ 27 ກໍລະກົດນີ້, ທ່ານ ຄຳປາວ ມົວ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງກວດກາໂຄງການຊ່ວຍເຫລືອລ້າຂອງ ແຂວງຕວຽນກວາງ ສສ ຫວຽດນາມ ໃນການທົດລອງສາທິດປູກຊາ ຢູ່ບ້ານ ຍວນທອງ ເມືອງແປກ ແຂວງໆຊຽງຂວາງ.

​ໂຄງການ​ດັ່ງກ່າວ, ​ໄດ້​ເລີ່​ມທົດລອງມາແຕ່ເດືອນພຶດສະພາ 2015, ມາ​ຮອດປັດຈຸບັນ ປູກໄດ້ແລ້ວ 74.000 ເບ້ຍ ໃນເນື້ອທີ່ 2 ເຮັກຕາ, ມີ 4 ສາຍພັນ ຄື: PH8, PH11, LDP1, LDP2, ​ໂດຍ​ມີ​ປະຊາຊົນ 5 ຄອບຄົວປູກຊາ ໃນການທົດລອງ ​ໂດຍ​ຈະ​ສ້າງເປັນຕົວແບບໃນການປູກຊາ ໃນຕໍ່ໜ້າຢູ່ເມືອງແປກ. ປັດຈຸບັນ ແຂວງຕວຽນກວາງ ໄດ້ນຳເອົາວັດສະດຸອຸປະກອນການຜະລິດຊາ ມາເຖິງບ້ານຍວນທອງ ເພື່ອຈະເລີ່ມທົດລອງການຜະລິດ, ສ່ວນແຂວງຊຽງຂວາງ ຈະສົມທົບຊ່ວຍສ້າງເຮືອນຜະລິດຊາ​ ເຊິ່ງຜົນຜະລິດແມ່ນ ສສ ຫວຽດນາມ ຈະເກັບຊື້.

ໃນ​ໂອກາດ​ນີ້, ທ່ານ​ຮອງ​ເຈົ້າ​ແຂວງ ​ໄດ້ເນັ້ນໜັກໃຫ້ປະຊາຊົນ ຈົ່ງເພີ່ມຄວາມຫ້າວຫັນ, ດຸໝັ່ນເອົາໃຈໃສ່ ຕໍ່ກັບການປູກຊາ, ປະຕິບັດຕາມການແນະນຳຂອງຊ່ຽວຊານ, ບົວລະບັດຮັກສາ, ຂະຫຍາຍສວນຊາໃຫ້ຫລາຍ, ຖ້າ​ການ​ທົດ​ລອງ​ດັ່ງກ່າວ​ປະສົບ​ຜົນສຳ​ເລັດ ​ແມ່ນຈະຂະຫຍາຍໄປເມືອງຕ່າງໆ ທີ່ເຫັນວ່າເໝາະສົມ ​ເພື່ອເປັນການຫລຸດຜ່ອນການ ຖ່າງໄຮ່ແບບເລື່ອນລອຍ, ​ໃຫ້​ປະຊາຊົນ​ຫັນປູກຊາ ​ເຊິ່ງຈະສາມາດ ສ້າງລາຍຮັບເຂົ້າຄອບຄົວ ເພື່ອຫລຸດຜ່ອນຄວາມທຸກຍາກໄປເທື່ອລະກ້າວ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...