spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການໂຣກແຜໃນກະເພາະອາຫານ ແລະ ລຳໄສ້ ພ້ອມວິທີຮັກສາດ້ວຍສະໝຸນໄພ

ອາການໂຣກແຜໃນກະເພາະອາຫານ ແລະ ລຳໄສ້ ພ້ອມວິທີຮັກສາດ້ວຍສະໝຸນໄພ

Published on

ໂຣກແຜກະເພາະ ແລະ ເປັນອີກໂຣກໜຶ່ງທີ່ພົບໄດ້ຫຼາຍໃນຄົນລາວ ໂຣກນີ້ສາມາດເປັນໄດ້ທຸກເພດທຸກໄວ ແຕ່ຈະພົບໃນຜູ້ຊາຍຫຼາຍກວ່າພົບໃນແມ່ຍິງ ສ່ວນຫຼາຍແມ່ນຈະພົບໂຣກນີ້ໃນໄວກາງຄົນ

ສາເຫດຂອງໂຣກດັ່ງກ່າວແມ່ນຍັງບໍ່ຊັດເຈນ ແຕ່ມີປັດໄຈບາງຢ່າງຄາດວ່າຈະເຮັດໃຫ້ເຍື່ອບຸກະເພາະອາຫານອ່ອນແອລົງ ເກີດການອັກເສບ ແລະ ເປັນແຜໄດ້ງ່າຍເຊັ່ນ: ພາວະການຂາດອາຫານ, ພາວະຄວາມຕຶງຄຽດ, ພັກຜ່ອນບໍ່ພຽງພໍ, ກິນຢາ ຫຼື ສານບາງຢ່າງທີ່ກັດກະເພາະ, ສູບຢາຫຼາຍ, ດື່ມກາເຟທີ່ມີຄາຟາອິນຫຼາຍ ຫຼື ເນື່ອງມາຈາກກຳມະພັນ

ອາການທຳອິດ ຄື: ປວດທ້ອງບໍລິເວນລິ້ນປີ່ ອາດມີຄວາມຮູ້ສຶກອີ່ມແໜ້ນ ຫຼື ຫິວຮ່ວມນຳ ແຜໃນກະເພາະອາຫານມັກປວດທ້ອງຫຼັງກິນອາຫານປະມານ 1-1 ຊົ່ວໂມງເຄິ່ງ ສ່ວນແຜໃນລຳໄສ້ມັກປວດທ້ອງຫຼັງກິນອາຫານປະມານ 2-4 ຊົ່ວໂມງ ແລະ ຊ່ວງເດິກຫຼັງທ່ຽງຄືນອີກດ້ວຍ

ການຮັກສາ ຈະບໍ່ຫາຍຂາດ ຜູ້ປ່ວຍຈະຕ້ອງດູແລຕົວເອງຄ້າຍກັບຜູ້ປ່ວຍທ້ອງອືດ ໄລຍະທີ່ປວດທ້ອງຄວນດື່ມນົມຖົ່ວເຫຼືອງ 3-4 ຊົ່ວໂມງພ້ອມທັງໃຊ້ສະໝຸນໄພທີ່ຈະແນະນຳຕໍ່ໄປນີ້ ຜູ້ປ່ວຍຄວນກິນອາຫານອ່ອນ ແລະ ກິນຄັ້ງລະໜ້ອຍໆ ແຕ່ກິນເລື່ອຍໆ ແລະ ຄວາມງົດອາຫານປະເພດຣົດຊາດເພັດ, ເຄັມ ທີ່ສຳຄັນຄວນຫາທາງຜ່ອນຄາຍຄວາມຕຶງຄຽດພ້ອມ ສະໝຸນໄພທີ່ຊ່ວຍເຍື່ອບຸທາງເດີນອາຫານແຂງແຮງຄວນໃຊ້ສະໝຸນໄພຂັບລົມເຊັ່ນ: ກ້ວຍນ້ຳ ຄວນກິນກ້ວຍນ້ຳດິບສົດໆຄັ້ງລະ 1 ໜ່ວຍ ຫຼື ອາດໃຊ້ກ້ວຍນ້ຳດິບມາຝານເປັນປ່ຽງບາງໆຈາກນັ້ນກໍ່ນຳໄປຕາກແດດໃຫ້ແຫ້ງແລ້ວບົດໃຫ້ເປັນຜົງ ເພື່ອຊົງນ້ຳດື່ມກໍ່ໄດ້ເຊັ່ນດຽວກັນ

ຜົງຂີ້ໜິ້ນຂຶ້ນຊົງນ້ຳດື່ມຄັ້ງລະ 500 ມິລີກຣັມ ວັນລະ 3 -4 ຄັ້ງ ຫຼັງອາຫານ ແລະ ກ່ອນນອນ ດື່ມເປັນປະຈຳກໍ່ຈະຊ່ວຍຮັກສາແຜໃນກະເພາະລຳໄສ້ໄດ້ເຊັ່ນດຽວກັນ

 

ຂໍ້ມູນຈາກ: http://healthfood.muslimthaipost.com/main/index.php?page=sub&category=71&id=20651

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...