spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 27 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 27 ກໍລະກົດ

Published on

ວັນທີ 27 ກໍລະກົດ ປີ 1990 ຫຼືມື້ນີ້ເມື່ອ 26 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Ghouls ‘n Ghosts ເທິງເຄື່ອງ PC-Engine ທີ່ປະເທດຍີ່ປຸ່ນ.  ໂດຍໃນຍີ່ປຸ່ນຈະໃຊ້ຊື່ເກມນີ້ວ່າ: Daimakaimura ເຊິ່ງ ໄດ ມາໄຄມູຣະ ນີ້ແມ່ນພາກຕໍ່ຂອງໄຄມູຣະທີ່ມີການເພີ່ມລະບົບປີກຍ່ອຍເຂົ້າໄປໃຫ້ມີລູກຫຼິ້ນຫຼາຍຂຶ້ນ (ມາໄຄມູຣະພາກທຳອິດໃຊ້ຊື່ພາສາອັງກິດວ່າ Ghosts ‘n Goblins)

ເນື້ອເລື່ອງຂອງໄດ ມາໄຄມາຣະ ຈະຄ້າຍກັນກັບມາໄຄມູຣະ ໂດຍຜູ້ຫຼິ້ນຈະໄດ້ຮັບບົດເປັນອັດສະວິນ ນາມວ່າ ອາເທີ ຄືເກົ່າ ແຕ່ເທື່ອນີ້ລາວຕ້ອງໄດ້ບຸກກອງທັບຜີສາດ ແລະຜີດິບ ເພື່ອໄປຈັດການລູຊິເຟີ້ ເພື່ອຊຸບຊີວິດເຈົ້າຍິງແລະປະຊາຊົນທີ່ຖືກລູຊິເຟີ້ຂ້າຕາຍໃຫ້ຟື້ນຄືນກັບມາ.

 

ສ່ວນທາງດ້ານລະບົບເກມ ຫາກໃຜທີ່ເຄີຍຫຼິ້ນມາກ່ອນຈະຮູ້ວ່າຄວາມຍາກຂອງຊີຣີນີ້ມັນບໍ່ໄດ້ມີແຕ່ສັດຕູຕາມທາງ ແລະບອສ ທີ່ເກັ່ງໆເທົ່ານັ້ນ ເພາະແຕ່ລະການເຄື່ອນໄຫວຂອງອາເທີເອງນີ້ແຫຼະທີ່ເປັນອຸປະສັກສຸດຍອດຂອງໂຕເກມເລີຍ ເນື່ອງຈາກການໂດດຂອງລາວໃນແຕ່ລະເທື່ອ ຜູ້ຫຼິ້ນຈະຕ້ອງເຮັດການຄຳນວນໄລຍະທາງທີ່ຈະໂດດໄປດ້ານໜ້າ ພ້ອມທັງຈຸດທີ່ຈະລົງໃຫ້ແມ້ນໆ ບໍ່ສະນັ້ນເຮົາກໍມັກຈະຕົກເຫວຕາຍຫຼາຍກວ່າຈະໄປຕາຍເພາະຖືກສັດຕູຕີຕາຍ (ເກມນີ້ເວລາໂດດໄປທາງໃດແລ້ວຈະປ່ຽນໃຈກາງອາກາດແບບເກມ Rockman X ຫຼື Contra ບໍ່ໄດ້). 

ທັງນີ້ ໄດ ມາໄຄມູຣະ ຈະມີການເພີ່ມປະສິດທິພາບຂອງໂຕອາເທີຂຶ້ນມາພໍສົມຄວນ ເລີ່ມຈາກການທີ່ອາເທີສາມາດດຶງອາວຸດຂຶ້ນໄປດ້ານເທິງແບບຊື່ໆ ແຖມຍັງດຶງລົງລຸ່ມແບບຊື່ໆໄດ້ນຳໃນຕອນອາເທີລອຍຢູ່ກາງອາກາດ ຍິ່ງໄປກວ່ານັ້ນລະຫວ່າງເກມຈະມີຊຸດເກາະສີທອງໃຫ້ເກັບຈາກບາງຫີບສົມບັດນຳ, ຖ້າໃສ່ແລ້ວຜູ້ຫຼິ້ນຈະສາມາດສາກຍິງອາວຸດໃນໂຕທຸກຊະນິດ ແລະການສາກຍິງຂອງອາວຸດຈະມີພະລັງທຳລາຍສູງກວ່າການດຶງອາວຸດນັ້ນໆແບບທຳມະດາຫຼາຍເທົ່າ ແຕ່ຖ້າເຮົາຖືກສັດຕູໂຈມຕີໃນຕອນທີ່ເຮົາໃສ່ເກາະສີທອງ ເກາະກໍຈະແຕກອອກຈົນເຫຼືອແຕ່ໂສ້ງບ໋ອກເຊີ້ໂຕດຽວ. 


Fact ເລັກນ້ອຍກ່ຽວກັບເກມ Ghouls ‘n Ghosts

  • ເກມນີ້ເປັນອີກ 1 ໃນຊີຣີທີ່ເກົ່າແກ່ເຊິ່ງພັດທະນາໂດຍ Capcom ໂດຍພາກທີ່ເຮັດຍອດຂາຍໄດ້ສູງສຸດກໍຄືພາກທຳອິດທີ່ເຮັດຍອດຂາຍທົ່ວໂລກໄດ້ 1.64 ລ້ານຊຸດ (ລວມທຸກແພລັດຟອຣ໌ມ)

  • ໄດ ມາໄຄມູຣະຈະມີໃຫ້ຫຼິ້ນທັງໝົດ 6 ດ່ານ ແຕ່ການຈະຫຼິ້ນຈົບແບບເຫັນສາກຈົບສົມບູນໄດ້ ຜູ້ຫຼິ້ນຈະຕ້ອງຜ່ານ 5 ດ່ານທຳອິດຕາມປົກກະຕິກ່ອນ ແລ້ວເກມຈະບັງຄັບໃຫ້ເຮົາຕ້ອງຫຼິ້ນດ່ານ 1 ໃໝ່ອີກຮອບ ແລ້ວໃນການຫຼິ້ນຮອບທີ 2 ນີ້ກໍຈະມີອາວຸດພິເສດໃຫ້ເກັບໄດ້ເມື່ອຜູ້ຫຼິ້ນໃສ່ເກາະທອງເທົ່ານັ້ນ ຫຼັງຈາກຜ່ານ 5 ດ່ານທຳອິດໄດ້ອີກຮອບ ໂຕເຮົາກໍຈະມາຢູ່ດ້ານໜ້າດັນຈ້ຽນລັບຂອງລູຊິເຟີ້ ເຊິ່ງເຮົາຕ້ອງໃຊ້ອາວຸດພິເສດນີ້ໃນການເປີດທາງເຂົ້າໄປ (ຖ້າບໍ່ມີກໍເຂົ້າບໍ່ໄດ້) ນອກຈາກນີ້ເຮົາຍັງຕ້ອງໃຊ້ອາວຸດພິເສດໃນການກຳຈັດບອສນຳເພື່ອໃຫ້ມັນຕາຍແທ້ໆແລະພົບສາກຈົບແບບ Good Ending. 

ທີ່ມາ:online station

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...