spot_img
Homeຂ່າວພາຍ​ໃນເປີດທາງການແລ້ວ ເຂດພັດທະນາຄົບວົງຈອນໜອງທາ

ເປີດທາງການແລ້ວ ເຂດພັດທະນາຄົບວົງຈອນໜອງທາ

Published on

ວັນທີ 27 ກໍລະກົດຜ່ານມາ ທີ່ເຂດພັດທະນາຄົບວົງຈອນໜອງທາ ຂອງທະນາຄານຮ່ວມທຸລະກິດລາວ-ຫວຽດໄດ້ເປີດນຳໃຊ້ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫງວຽນວັນບິງ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ ຫວຽດກ່າວວ່າ: ເພື່ອແນໃສ່ເພີ່ມທະວີລະ ບົບພື້ນຖານວັດຖຸທີ່ທັນສະໄໝຕອບສະໜອງຄວາມຕ້ອງການໃນການດຳ ເນີນທຸລະກິດ ພ້ອມກັບການຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ, ສ້າງ ຄວາມອຸ່ນອຽນໃຈໃນການເຮັດວຽກໃຫ້ແກ່ບັນດາພະນັກງານທີ່ໄດ້ຮັບມອບໝາຍມາປະຕິບັດໜ້າທີ່ຢູ່ລາວ, ທະນາຄານຮ່ວມທຸລະກິດລາວ-ຫວຽດໄດ້ມີການສະເໜີ ແລະໄດ້ຮັບການຕອບລົງເຫັນດີຈາກຄະນະການນຳຂອງທະນາ ຄານແມ່ BIDV ແລະBCEL ກ່ຽວກັບ ທິດທາງໃນການລົງທຶນໂຄງການກໍ່ສ້າງເຂດພັດທະນາຄົບວົງຈອນອະເນກປະສົງຮັບໃຊ້ບັນດາຄວາມຕ້ອງການ ໃນການເຮັດວຽກ, ປະຊຸມສຳມະນາ ແລະເປັນເຮືອນພັກເຊົາໃຫ້ແກ່ບັນດາພະນັກງານ BIDV.

ຊຶ່ງເຂດພັດທະນາຄົບວົງຈອນໜອງທາ ແມ່ນນອນໃນເຂດໂຄງການບ້ານຊຸມຊົນໜອງທາ (Para dise Land) ນອນໃນກຸ່ມບໍລິສັດຫ່າໂດມີທີ່ຕັ້ງຢູ່ຖະໜົນດອນແດງ ບ້ານໜອງທາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ລວມເນື້ອທີ່ດິນ 3,8 ເຮັກຕາ ໃນນີ້ເນື້ອທີ່ການກໍ່ສ້າງແມ່ນ 10.300 ຕາແມັດ ດ້ວຍມູນຄ່າເກືອບ 200 ຕື້ກີບ ຫຼື ປະມານເກືອບ 25 ລ້ານໂດລາ ໂດຍໄດ້ແບ່ງເປັນ 3 ເຂດເປັນຕົ້ນເຂດຫ້ອງການເຮັດວຽກ, ເຂດສູນກາງຝຶກອົບຮົມ, ບຳລຸງວິຊາຊີບ, ຫ້ອງສຳມະນາ, ຫ້ອງປະຊຸມ ແລະ ເຂດເຮືອນຮັບແຂກ ແລະເຮືອນພັກພະນັກງານນີ້ແມ່ນໂຄງການຈຸດສຸມຂອງທະ ນາຄານຮ່ວມທຸລະກິດລາວ-ຫວຽດໃນແຜນການລົງທຶນໄລຍະ 2015-2016 ໂດຍໃຊ້ເວລາໃນການກໍ່ສ້າງໂຄງການ 15 ເດືອນ.

ປະຈຸບັນເຂດພັດທະນາຄົບວົງຈອນໜອງທາໄດ້ສຳເລັດ ແລະເປີດນຳໃຊ້ ນອກຈາກການຕອບສະໜອງຄວາມຕ້ອງການທີ່ດີທີ່ສຸດໃຫ້ແກ່ໄລຍະການພັດທະນາການເຄື່ອນໄຫວທຸລະກິດ ແລະຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ແກ່ພະນັກງານທີ່ເຮັດວຽກຢູ່ບັນດາຕົວແທນທຸລະກິດຂອງ BIDV ຢູ່ລາວ, ໂຄງການຍັງເນັ້ນຈຸດ ທີ່ໂດດເດັ່ນໃຫ້ແກ່ການວາງແຜນທາງສະຖາປັດຕະຍະກຳ ແລະທິວທັດຕົວເມືອງຂອງນະຄອນຫຼວງວຽງຈັນ, ການຈັດຕັ້ງພື້ນທີ່ຕາມແບບໃໝ່ປະສົມປະສານລະຫວ່າງແບບທີ່ເປັນມູນເຊື້ອ ແລະທັນສະໄໝ ນອກນັ້ນຍັງສະແດງໃຫ້ເຫັນເຖິງຄຸນລັກສະນະທາງດ້ານວັດທະນະທຳຂອງສະຖາປັດຕະຍະກຳຫວຽດນາມ ໂດຍເຊື່ອແນ່ວ່າເຂດພັດທະນາຄົບວົງຈອນໜອງທາຈະເປັນໂຄງການປະດັບປະດານະຄອນຫຼວງວຽງຈັນໃຫ້ມີຄວາມສວຍງາມ ພ້ອມທັງເປັນຈຸດເນັ້ນໜັກທາງດ້ານວັດທະນະທຳທີ່ມີລັກສະນະເປັນສັນຍາລັກພິເສດຂອງລາວ ແລະຫວຽດນາມ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...