Homeຄົມຄິດຄົມຄົນຄຳສຸພາສິດສ້າງຄວາມສຸກງ່າຍໆ ດ້ວຍໃຈເຮົາເອງ

ສ້າງຄວາມສຸກງ່າຍໆ ດ້ວຍໃຈເຮົາເອງ

Published on

ຄວາມສຸກນັ້ນ ໃຜໆກໍຢາກມີ ໃຜໆກໍປາຖະໜາ ເຖິງວ່າຈະມີເງິນທອງຫລາຍປານໃດກໍຕາມ ຖ້າບໍ່ມີຄວາມສຸກແລ້ວ ຊີວິດກໍບໍ່ມີຄວາມໝາຍ ເວົ້າແນວນີ້ບໍ່ແມ່ນໝາຍຄວາມວ່າ ຄົນທີ່ບໍ່ມີເງິນ ເປັນຄົນທີ່ມີຄວາມ ສຸກ ຫລືຄົນທີ່ບໍ່ມີຫຍັງ ເປັນຄົນທີ່ມີຄວາມສຸກ ມັນບໍ່ແມ່ນແນວນັ້ນ. ຄວາມຈິງແລ້ວ ຄວາມສຸກມັນບໍ່ໄດ້ຢູ່ໃກ້ ຫລືໄກ ຄວາມສຸກບໍ່ແມ່ນສິ່ງຂອງທີ່ແລກມາດ້ວຍເງິນທອງຈຳນວນມະຫາສານ ຫລືໄປຫາຊອກຢູ່ເມືອງນອກເມືອງນາ. ຕາມຫລັກພະພຸດທະສາສະໜາແລ້ວ ພະພຸດທະເຈົ້າວ່າ ຄວາມສຸກມັນຢູ່ໃນໃຈເຮົານີ້ເອງ ຂໍພຽງແຕ່ເຮົາປັບປ່ຽນວິທີຄິດ, ວິທີການກະທຳພຽງເທົ່ານັ້ນ ເຮົາກໍມີຄວາມສຸກແລ້ວ.

ຄວາມສຸກມີຢູ່ 3 ລະດັບຄື :

  1. ຄວາມສຸກແບບຍາດແຍ່ງກັນ ຄືຄວາມສຸກທີ່ກ່ຽວກັບວັດຖຸ (ສ່ວນຫລາຍ) ຖ້າເຮົາສຸກເຂົາກໍທຸກ ຖ້າ

ເຂົາທຸກ ເຮົາກໍສຸກ ປະມານນີ້ ມັນເປັນຄວາມສຸກທີ່ບໍ່ເອື້ອອາທອນແກ່ກັນ ເຮັດໃຫ້ເກີດບັນຫາຕ່າງໆຕາມມາ ເມື່ອເບິ່ງກວ້າງອອກໄປໃນສັງຄົມແລ້ວ ມະນຸດເຮົາຕ່າງກໍຫາຄວາມສຸກຈາກການໄດ້ ແລະການເອົາ ກໍຍາດແຍ່ງ ບຽດບຽນກັນ ສັງຄົມເດືອດຮ້ອນວຸ່ນວາຍ ທຸກຄົນຍາດແຍ່ງກັນຫາຄວາມສຸກ ກໍເລີຍທຸກກັນໄປໝົດ ບໍ່ມີໃຜໄດ້ຄວາມສຸກ ດັ່ງນັ້ນຈຶ່ງຕ້ອງມີຄວາມສຸກທີ່ພັດທະນາຕໍ່ໄປຈາກນີ້.

  1. ຄວາມສຸກທີ່ປະສານກັນ ຊ່ວຍກັນສຸກ ຖ້າເຮົາມີຄວາມສຸກແລ້ວ ກໍເຮັດໃຫ້ເຂົາມີຄວາມສຸກນຳດ້ວຍ ນີ້

ກໍຄື ຄວາມສຸກທີ່ເກີດຈາກການພັດທະນາຈິດໃຈໂດຍສະເພາະກໍຄື ຄວາມຮັກແທ້ໆ ຄືປາຖະໜາຈະໃຫ້ຜູ້ອື່ນເປັນສຸກ ກໍຄືຄວາມເມດຕານັ້ນເອງ ຄວາມຮັກໃນລັກສະນະນີ້ ເຮົາຈະເຫັນໄດ້ຈາກຄວາມຮັກຂອງພໍ່ແມ່ຕໍ່ລູກ ຢາກໃຫ້ລູກເປັນສຸກ ເຮັດທຸກສິ່ງທຸກຢ່າງເພື່ອລູກ ແລະຕົນເອງກໍມີຄວາມສຸກໄປພ້ອມ ໂດຍບໍ່ເສຍດາຍ ເສຍໃຈເລີຍ.

  1. ຄວາມສຸກແບບອິດສະລະ ເປັນຄວາມສຸກທີ່ສຸດຍອດ ມັນເປັນຄວາມສຸດທີ່ຢູ່ສູງກວ່າສອງຄວາມສຸກ

ຜ່ານມາ ຄວາມສຸກໃນລັກສະນະນີ້ ເປັນຄວາມສຸກທີ່ສ້າງເອງໄດ້ ໂດຍບໍ່ຕ້ອງອາໄສອິຫຍັງເຂົ້າມາຊ່ວຍ ຂໍຍົກຕົວຢ່າງ : ຍາມເມື່ອເຮົາພົບເຈີກັບຄວາມທຸກທໍລະມານ ພຽງແຕ່ເຮົາມີມຸມມອງຄິດໃໝ່ ຄິດບວກ ແລ້ວປ່ຽນໄປເປັນຄວາມສຸກ  ມັນກໍຈະເຮັດໃຫ້ເຮົາເປັນສຸກ.

ພະພຸດທະເຈົ້າວ່າ ຄວາມສຸກນີ້ມັນເປັນອະນິດຈັງ ໝາຍຄວາມວ່າ ມັນເກີດຂຶ້ນແລ້ວຕັ້ງຢູ່ ແລະດັບໄປ ມັນປ່ຽນແປງໄດ້ ສະນັ້ນຈຶ່ງວ່າ ເມື່ອຄົນເຮົາມີຄວາມສຸກແລ້ວ ຢ່າຫລົງມົວເມົາໃນຄວາມສຸກ ເພາະມັນຈະເຮັດໃຫ້ເຮົາຫລົງຕົວ-ລືມຕົນ ເຮົາຕ້ອງຮູ້ເທົ່າທັນມັນຢູ່ຕະຫລອດເວລາ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...