spot_img
Homeຂ່າວຕ່າງປະເທດຫວຽດນາມຍິນດີເຈລະຈາທະວິພາຄີກັບຈີນ ໃນບັນຫາຂໍ້ຂັດແຍ່ງທະເລຈີນໃຕ້!

ຫວຽດນາມຍິນດີເຈລະຈາທະວິພາຄີກັບຈີນ ໃນບັນຫາຂໍ້ຂັດແຍ່ງທະເລຈີນໃຕ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ຫວຽດນາມມີຈຸດມຸ່ງໝາຍ ທີ່ຈະແກ້ໄຂບັນຫາຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ຜ່ານການເຈລະຈາລະດັບທະວິພາຄີ ຊຶ່ງຝ່າຍຫວຽດນາມໄດ້ສະແດງຈຸດຢືນດັ່ງກ່າວ ໃນລະຫວ່າງເຂົ້າຮ່ວມກອງປະຊຸມ ລັດຖະມົນຕີການຕ່າງປະເທດອາຊຽນ ທີ່ນະຄອນຫລວງວຽງຈັນ ສປປ ລາວ ໂດຍຫວຽດນາມລະບຸ ຕົນເອງມີນະໂຍບາຍແກ້ໄຂຂໍ້ຂັດແຍ່ງ ດ້ວຍວິທີການສັນຕິວິທີ ຕາມກົດໝາຍລະຫວ່າງປະເທດ ແລະ ສະຫະປະຊາຊາດ ໃນນັ້ນແມ່ນໃຫ້ຄວາມສຳຄັນຕໍ່ການເຈລະຈາ ໃນລະດັບທະວິພາຄີ.

ທັງນີ້ ຈີນ ແລະ ຫວຽດນາມ ມີຂໍ້ຂັດແຍ່ງດິນແດນມາຍາວນານ ໃນບໍລິເວນໝູ່ເກາະສະແປຣດລີ ແລະ ໝູ່ເກາະພາຣາເຊວ ໃນທະເລຈີນໃຕ້, ແນວໃດກໍຕາມ ຈີນໄດ້ເປັນຄູ່ຄ້າລາຍໃຫຍ່ສຸດຂອງຫວຽດນາມ ໂດຍທັງສອງປະເທດ ພະຍາຍາມທີ່ຈະແກ້ໄຂ ແລະ ຟື້ນຟູຄວາມສຳພັນ ດ້ວຍການແລກປ່ຽນການຢ້ຽມຢາມ ຂອງເຈົ້າໜ້າທີ່ລະດັບສູງ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...