spot_img
Homeຂ່າວຕ່າງປະເທດຈີນ ຈະຕັ້ງກອງທຶນລົງທຶນກະສິກຳ 375 ລ້ານໂດລາ

ຈີນ ຈະຕັ້ງກອງທຶນລົງທຶນກະສິກຳ 375 ລ້ານໂດລາ

Published on

ເຈົ້າ​ໜ້າ​ທີ່​ຈີນ​ລະບຸ​ວ່າ ຈີນ​ຈະ​ຕັ້ງ​ກອງ​ທຶນ​ລົງທຶນ​ກະສິກຳ​ຢູ່​ອົດ​ສະຕຣາລີ​ ມູນ​ຄ່າ 375 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ໃຫ້​ຜູ້​ບໍລິ​ໂພ​ກສາມາດ​ເຂົ້າ​ເຖິງ​ຜັກ​ສົດ ​ແລະ ສົ່ງ​ໄປ​ຍັງ​ຕະຫຼາດ​ຕ່າງໆ.

ສຳນັກ​ຂ່າວຕ່າງປະ​ເທດລາຍ​ງານ​ວ່າ ວັນທີ 27 ກໍລະກົດທີ່​ຜ່ານ​ມາ ເຈົ້າໜ້າທີ່ຈີນໃຫ້ຮູ້ວ່າ ບໍລິສັດ Tsing Capital, ເຊິ່ງເປັນບໍລິສັດຄຸ້ມຄອງການລົງທຶນຂອງ ຈີນ ຈະຕັ້ງກອງທຶນລົງທຶນກະສິກຳຢູ່ອົດສະຕຣາລີ, ມູນຄ່າ 375 ລ້ານໂດລາໃນທ້າຍປີ 2016 ນີ້ ໂດຍສະເພາະຂົງເຂດພືດທັນຍາຫານ, ອ້ອຍ ແລະ ອື່ນໆ ເພື່ອໃຫ້ຜູ້ບໍລິໂພກສາມາດນຳໃຊ້ ຜັກສົດ ແລະ ສົ່ງໄປຍັງຕະຫລາດຕ່າງໆ, ພ້ອມກັນນັ້ນ ຈະກໍ່ສ້າງໂຮງງານປຸງແຕ່ງຜະລິດຕະພັນອາຫານໃນພາກພື້ນ ວີມເມຣາ ລັດວິກຕໍເຣຍ.

ປະຈຸບັນ ບໍລິສັດນີ້ ປະກອບມີ 8 ກອງທຶນຢູ່ສະຫະລັດອາເມລິກາ ແລະ ຈີນ ໂດຍມີມູນຄ່າລວມ 1 ຕື້ໂດລາ ສະຫະລັດ, ສ່ວນຫລາຍຈະລົງທຶນເຂົ້າໃນການນຳໃຊ້ພະລັງງານໃຫ້ໄດ້ຮັບປະສິດທິຜົນ ແລະ ອະນຸຮັກສິ່ງແວດລ້ອມ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...