Homeສຸຂະພາບ ແລະ ສີ່ງແວດລ້ອມສາເຫດທີ່ແມ່ຍິງມີອາການປວດປະຈຳເດືອນ

ສາເຫດທີ່ແມ່ຍິງມີອາການປວດປະຈຳເດືອນ

Published on

00-56ເປັນຫຍັງແມ່ຍິງຈິ່ງມີອາການປວດປະຈຳເດືອນ
–  ອາການປວດປະຈຳເດືອນໂດຍທົ່ວໄປ ເກີດຂຶ້ນເນື່ອງຈາກມີການປ່ຽນແປງຮໍໂມນລະຫວ່າງມີປະຈຳເດືອນຜະໜັງມົດລູກມີການສ້າງສານໜຶ່ງຂຶ້ນທີ່ຮຽກວ່າ ພຣອສຕາແກລນດິນ (Prostaglandin) ເຊິ່ງເຮັດໃຫ້ເກີດການຫົດຕົວຂອງຫຼອດເລືອດ ມີການເຄັ່ງຕຶງຂອງກ້າມເນື້ອ ສົ່ງຜົນໃຫ້ເກີດມີການບີບຕົວຂອງກ້າມເນື້ອມົດລູກ ແລະ ເຮັດໃຫ້ມົດລູກຫົດຕົວແຮງຂຶ້ນ ເປັນສາເຫດເຮັດໃຫ້ເກີດອາການປວດປະຈຳເດືອນ

ສານ Prostaglandin ຈະຖືກສ້າງອອກມາຫຼາຍໃນຊ່ວງເວລາ 1-3 ວັນທຳອິດຂອງການມີປະຈຳເດືອນ ແລະ ໂດຍທົ່ວໄປແລ້ວ ອາການປວດປະຈຳເດືອນຈະເລີ່ມກ່ອນລົງປະຈຳຈຳເດືອນ ຫຼື ຫຼັງລົງປະຈຳເດືອນມື້ທຳອິດ ເຊິ່ງອາການປວດປະຈຳເດືອນນັ້ນຈະໃຊ້ເວລາຫຼາຍ ຫຼື ໜ້ອຍຊົ່ວໂມງນັ້ນແມ່ນຂຶ້ນກັບປະລິມານຂອງສານ ພຣອສຕາແກລນດິນທີ່ຫລັ່ງອອກມາ ແລະ ເມື່ອລະດັບປະລິມານຂອງສານນີ້ກັບເຂົ້າສູ່ພາວະປົກກະຕິແລ້ວ ອາການປວດປະຈຳເດືອນກໍ່ຈະຫາຍດີໄປເອງ

ທີ່ມາ: http://topicstock.pantip.com/woman/topicstock/2009/09/Q8284886/Q8284886.html

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...