Homeປະຊາສຳພັນອຸຕຸນິຍົມຯເຕືອນ! ອາດມີພາຍຸໝູນເຂດຮ້ອນ ເຄື່ອນເຂົ້າພາກເໜືອລາວ 27-29 ກໍລະກົດນີ້!

ອຸຕຸນິຍົມຯເຕືອນ! ອາດມີພາຍຸໝູນເຂດຮ້ອນ ເຄື່ອນເຂົ້າພາກເໜືອລາວ 27-29 ກໍລະກົດນີ້!

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ລະຫວ່າງວັນທີ 27-29 ກໍລະກົດນີ້, ຄວາມກົດດັນອາກາດຕ່ຳ ຢູ່ເຂດທະເລຈີນໃຕ້ ຈະເພີ່ມກຳລັງແຮງຂຶ້ນ ແລະ ອາດກໍຕົວເປັນພະຍຸໝູນເຂດຮ້ອນ ເຄື່ອນທີ່ຜ່ານເຂດເກາະໄຮໜຳ ແລະ ເຄື່ອນເຂົ້າຝັ່ງພາກເໜືອຂອງ ສສ ຫວຽດນາມ ແລະ ອາດຜ່ານພາກເໜືອຂອງ ສປປ ລາວ, ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ພ້ອມມີລົດພັດແຮງ ຢູ່ບັນດາແຂວງພາກເໜືອ ລົງຫາພາກກາງ. ໄລຍະວັນທີ 30-31 ກໍລະກົດ, ສະພາບຝົນຈະຫລຸດລົງ. ພ້ອມນີ້ ອາດເຮັດໃຫ້ມີສະພາບດິນເຈື່ອນ, ນ້ຳຖ້ວມຊູ່, ນ້ຳຖ້ວມ ແລະ ນ້ຳປ່າໄຫລຊຸແຮງ. ດັ່ງນັ້ນ ຈຶ່ງເຕືອນປະຊາຊົນ ທີ່ອາໃສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບພະຍຸ ແລະ ຝົນຕົກໜັກດັ່ງກ່າວ, ເຊິ່ງອາດສົ່ງຜົນໃຫ້ເກີດອັນຕະລາຍ ກັບຊັບສິນຂອງມີຄ່າ, ຊີວິດຄົນ ແລະ ສັດໄດ້.

ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງຟ້າເຫລື້ມ ໃນລະດັບປານກາງຫາໜັກ ພ້ອມມີລົມພັດແຮງ, ຈາກນັ້ນ ສະພາບຝົນຈະຫລຸດລົງ. ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 29-31 ອົງສາ. ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກເພີ່ມຂຶ້ນຕື່ມອີກໃນໄລຍະ 28-30 ກໍລະກົດ, ຊຶ່ງຈະຕົກໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກຢູ່ບາງບໍລິເວນ, ສ່ວນລະຫວ່າງວັນທີ 30-31 ກໍລະກົດ, ສະພາບຝົນຈະຫລຸດລົງເລັກນ້ອຍ, ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ. ພາກກາງ: ຈະມີຝົນຕົກໃນລະດັບປານກາງຫາໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 33-35 ອົງສາ ແລະ ພາກໃຕ້: ຈະມີຝົນຕົກຫລາຍຂຶ້ນ, ຊຶ່ງຈະຕົກໃນລະດັບຄ່ອຍຫາປານກາງຢູ່ຫລາຍທ້ອງຖິ່ນ. ຈາກນັ້ນ ທ້າຍອາທິດ ສະພາບຝົນຈະຫລຸດລົງ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 34-36 ອົງສາ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...