Homeຂ່າວທ້ອງຖິ່ນ9 ເດືອນຜ່ານມາ ແຂວງໄຊຍະບູລີ ສົ່ງອອກສິນຄ້າກະສິກຳ ມູນຄ່າເກືອບ 17 ລ້ານໂດລາ!

9 ເດືອນຜ່ານມາ ແຂວງໄຊຍະບູລີ ສົ່ງອອກສິນຄ້າກະສິກຳ ມູນຄ່າເກືອບ 17 ລ້ານໂດລາ!

Published on

ຂປລ. ຕາມການລາຍງານຈາກ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ການປູກພືດເປັນສິນຄ້າ ທົ່ວແຂວງໄຊຍະບູລີ ເຫັນວ່າມີການຂະຫຍາຍຕົວດີພໍສົມຄວນ ​ໂດ​ຍສະ​ເພາະ ໄລຍະ 9 ເດືອນຜ່ານມາ ສາມາດສົ່ງອອກສິນຄ້າໄປຕ່າງປະເທດ ມີມູນຄ່າ​ເກືອບ 17 ລ້ານໂດລາສະຫະລັດ, ໃນນີ້ເດັ່ນກວ່າໝູ່ແມ່ນ ພືດສິນຄ້າທີ່ໄດ້ມີການເຊັນສັນຍາ SPS ເຊັ່ນ: ສາລີແຂງ 77.199 ໂຕນ, ມັນຕົ້ນ 53.350 ໂຕນ, ໝາກເດືອຍ 6.530 ໂຕນ ແລະ ພືດອື່ນໆອີກເຊັ່ນ: ຖົ່ວດິນ, ດອກແຂມ, ໝາກງາ, ໝາກຕາວ, ປໍສາ ​ແລະ ຂີງພັນ ​ເຊິ່ງສິນຄ້າເຫລົ່ານີ້ ແມ່ນໄດ້ສົ່ງອອກດ່ານສາກົນ ພາຍໃນແຂວງ.

ນອກຈາກສົ່ງພືດກະສິກຳອອກຕ່າງປະເທດແລ້ວ ການລ້ຽງສັດເປັນສິນຄ້າ ກໍໄດ້ມີການຂະຫຍາຍຕົວ ​ແລະ ມີປັດ​ໄຈໃໝ່ເກີດຂຶ້ນ ກ້າວໄປສູ່ການລ້ຽງແບບເປັນຟາມ. ທົ່ວແຂວງມີຟາມລ້ຽງໝູ 52 ຟາມ ມີໝູ 9.986 ໂຕ, ຟາມລ້ຽງໄກ່ພັນໄຂ່ 32 ຟາມ ມີໄກ່ 72.340 ໂຕ, ໄກ່ພັນຊີ້ນ 10 ຟາມ, ເປັດພັນໄຂ່ 4 ຟາມ, ເປັດພັນຊີ້ນ 4 ຟາມ, ມີກະຊັງປາ 103 ກະຊັງ ສາມາດສົ່ງອອກສັດຂາຍ ທັງພາຍໃນ ແລະ ຕ່າງແຂວງ ​ໄດ້ທັງໝົດ 55.950 ໂຕ. ສ່ວນສິນຄ້ານຳເຂົ້າ ແມ່ນໝາກໄມ້, ພືດຜັກຕ່າງໆ ລວມທັງເບ້ຍໃມ້ໃຫ້ໝາກ ມີມູນຄ່າທັງໝົດ 304.913 ໂດລາສະຫະລັດ.

 

ແຫລ່ງຂ່າວ:

ຂປລ

/ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...