spot_img
Homeມູມໄອທີລາວພາຍໃນເຄິ່ງປີນີ້ Huawei ຂາຍໂທລະສັບໄປໄດ້ຫຼາຍກວ່າ 60 ລ້ານເຄື່ອງ

ພາຍໃນເຄິ່ງປີນີ້ Huawei ຂາຍໂທລະສັບໄປໄດ້ຫຼາຍກວ່າ 60 ລ້ານເຄື່ອງ

Published on

ຫຼັງໆມານີ້ເຮົາຈະເຫັນໄດ້ວ່າ Huawei ນັ້ນກຳລັງຢູ່ໃນຊ່ວງປ່ອຍໂທລະສັບລຸ້ນໃໝ່ໆອອກມາເລື້ອຍໆບໍ່ວ່າເປັນ Huawei Maimang 5G9 liteHonor 5AHonor 8 ແລະອີກລຸ້ນທີ່ກຳລັງຈະເປີດໂຕຄື Honor Note 8. ແຕ່ໃນທາງດຽວກັນກ່ອນໜ້ານີ້ກໍມີລາຍງານກ່ຽວກັບຍອດຂາຍຂອງ P9 ແລະ P9 Plus ອອກມາກ່ອນແລ້ວ. 

Maimang 5

ຫຼ້າສຸດນີ້ເອງ Yu Chengdong ຮອງປະທານອາວຸໂສຂອງບໍລິສັດ ກໍອອກມາປະກາດກ່ຽວກັບຍອດຂາຍເຄິ່ງປີທຳອິດຂອງປີ 2016 ຜ່ານບັນຊີ Weibo ໂດຍບອກວ່າບໍລິສັດສາມາດເຮັດຍອດຂາຍໄປໄດ້ເຖິງ 60.56 ລ້ານເຄື່ອງ ເຊິ່ງເພີ່ມຂຶ້ນກວ່າປີແລ້ວນີ້ເຖິງ 25%. ສ່ວນສິນຄ້າທີ່ເປັນທີ່ນິຍົມຫຼາຍທີ່ສຸດຂອງບໍລິສັດແມ່ນ Mate 8, P9, P9 Plus, MateBook ແລະ Huawei Watch

ໂດຍໃນຊ່ວງເຄິ່ງປີທຳອິດຂອງປີ 2016 ນີ້ບໍລິສັດມີລາຍຮັບຈາກສະມາດໂຟນເພີ່ມຂຶ້ນຫຼາຍກວ່າປີກ່ອນເຖິງ 41% ຫຼືປະມານ 77.4 ພັນລ້ານຢວນ. ບໍລິສັດຍັງມີສ່ວນແບ່ງສະມາດໂຟນໃນຕະຫຼາດໂລກຢູ່ທີ່ 11.4% ເປັນອັນດັບ 3 ນຳຫຼັງພຽງ Samsung ແລະ Apple.

ນອກຈາກນີ້ທາງບໍລິສັດຍັງໄດ້ໂພສລາຍລະອຽດກ່ຽວກັບການຕະຫຼາດໃນບາງປະເທດອີກນຳເຊັ່ນ: UK ມີສ່ວນແບ່ງຢູ່ທີ່ 3.9%, 6.7% ທີ່ຝຣັ່ງ ແລະ 9.6% ທີ່ເຢຍລະມັນ. ການຂະຫຍາຍໂຕຂອງແບຣນໃນບາງປະເທດກໍສູງເຊັ່ນ: ປະເທດອີຢິບເຕີບໃຫຍ່ 700%, 200% ທີ່ຊິລີ ແລະ 134% ທີ່ເປຣູ.

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...