Homeຂ່າວການສຶກສາໂຮງຮຽນການເງິນດົງຄຳຊ້າງ ສຳເລັດໂຄງການກໍ່ສ້າງ ໄລຍະ 2

ໂຮງຮຽນການເງິນດົງຄຳຊ້າງ ສຳເລັດໂຄງການກໍ່ສ້າງ ໄລຍະ 2

Published on

ປະຕິບັດສັນຍາກ່ຽວກັບ ການຮ່ວມມື ທາງດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ ແລະ ວິທະ
ຍາສາດເຕັກໂນໂລຊີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ໄລຍະ 2006-2010. ລັດຖະບານ
ລາວ ໄດ້ກຳນົດແຜນການລວມ ແລະ ໂຄງການກໍ່ສ້າງອາຄານ ໂຮງຮຽນການເງິນດົງຄຳຊ້າງ (ສະຖາ
ບັນ ເສດຖະກິດ-ການເງິນ ດົງຄຳຊ້າງ ໃນປັດຈຸບັນ) ແລະ ແບ່ງການລົງທຶນອອກເປັນ 2 ໄລຍະ.
ໃນນັ້ນ, ໄລຍະທີ 1 ແມ່ນໄດ້ສຳເລັດ ແລະ ມອບ-ຮັບ ໄປແລ້ວ ໃນວັນທີ 19 ພະຈິກ 2008 ປະກອບມີ:
ອາຄານຫ້ອງການ 3 ຊັ້ນ 1 ຫຼັງ ທີ່ສາມາດຮອງຮັບ ຄູ-ອາຈານ ໄດ້ 150 ຄົນ, ອາຄານຫ້ອງຮຽນ 3 ຊັ້ນ
1 ຫຼັງ ທີ່ຮອງຮັບນັກສຶກສາໄດ້ 800 ຄົນ, ອາຄານຫໍພັກນັກສຶກສາ 3 ຊັ້ນ 1 ຫຼັງ ທີ່ຮອງຮັບນັກສຶກສາ
ໄດ້ 480 ຄົນ, ໂຮງອາຫານ 2 ຊັ້ນ 1 ຫຼັງ ບັນຈຸໄດ້ 200 ຄົນ, ສະໂມສອນ ຂະໜາດ 600 ບ່ອນນັ່ງ 1 ຫຼັງ
ແລະ ພື້ນຖານໂຄງລ່າງບໍລິເວນອ້ອມຂ້າງ.​
s26_2
ຈາກໝາກຜົນດັ່ງກ່າວ ແລະ ເພື່ອຮອງຮັບໃຫ້ແກ່ການ ພັດທະນາການສຶກສາ ຂອງສະຖາບັນແຫ່ງນີ້.
ໂຄງການໄລຍະ 2 ຈຶ່ງໄດ້ຮັບການຈັດຕັ້ງປະຕິບັດ ໃນສັນຍາກ່ຽວກັບ ການຮ່ວມມື ທາງດ້ານເສດຖະກິດ,
ວັດທະນະທຳ, ການສຶກສາ ແລະ ວິທະຍາສາດເຕັກໂນໂລຊີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ
ໄລຍະ 2011-2015 ມູນຄ່າ 47 ກວ່າຕື້ກີບ ໃນນັ້ນ, ເປັນທຶນຊ່ວຍເຫຼືອຈາກລັດຖະບານຫວຽດນາມ 43
ກວ່າຕື້ກີບ ແລະ ສ່ວນທີ່ເຫຼືອແມ່ນທຶນສົມທົບ ຂອງລັດຖະບານລາວ ປະກອບມີ: ການກໍ່ສ້າງອາຄານ
ແຝດ 3 ຊັ້ນ 1 ຫຼັງ ບັນຈຸນັກສຶກສາໄດ້ 1.500 ຄົນ, ອາຄານຮຽນ 3 ຊັ້ນ 1 ຫຼັງ ທີ່ຮອງຮັບນັກສຶກສາໄດ້
800 ຄົນ, ອາຄານຄົ້ນຄວ້າ ແລະ ຮຽນ 2 ຊັ້ນ 2 ຫຼັງ ຮອງຮັບໄດ້ 300 ຄົນ, ອາຄານຫໍພັກສຳລັບພະນັກ
ງານມາຝຶກອົບຮົມ 3 ຊັ້ນ 1 ຫຼັງ ທີ່ຮອງຮັບໄດ້ 100 ຄົນ, ອາຄານຫໍສະໝຸດ 2 ຊັ້ນ 1 ຫຼັງ ຮອງຮັບໄດ້
288 ຄົນ ແລະ ປັບປຸງພື້ນຖານໂຄງລ່າງ ພາຍນອກອາຄານ.  ໂຄງການໄລຍະທີ 2  ດັ່ງກ່າວໄດ້ກໍ່ສ້າງ
ສຳເລັດ ແລະ ຈັດພິທີມອບ – ຮັບ ໃນວັນທີ 26 ມິຖຸນາ 2014 ຜ່ານມານີ້ ໂດຍມີທ່ານ ສົມສະຫວາດ
ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ທັງເປັນປະທານຄະນະກຳມາທິ
ການຮ່ວມມື ລາວ-ຫວຽດນາມ, ທ່ານ ດຣ ລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງການເງິນແຫ່ງ
ສປປ ລາວ ແລະ ທ່ານ ດິງເຕິນຢຸງ ລັດຖະມົນຕີວ່າການ ກະຊວງການເງິນ ສສ ຫວຽດນາມ ເຂົ້າຮ່ວມ
ເປັນປະທານໃນພິທີ.
ແຫຼ່ງຂ່າວ: ຫ້ອງວ່າການລັດຖະບານ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...