spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 24 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 24 ກໍລະກົດ

Published on

ວັນທີ 24 ກໍລະກົດ ປີ 1997 ຫຼືມື້ນີ້ເມື່ອ 19 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Monster Rancher ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ແຕ່ບາງຄົນອາດຈະຮູ້ຈັກກັບຊື່ Monster Farm ຫຼາຍກວ່າ ເພາະຊື່ Monster Farm ນັ້ນເປັນຊື່ທີ່ໃຊ້ວາງຈຳໜ່າຍໃນຍີ່ປຸ່ນ ຫຼັງຈາກທີ່ອອກໄປຈຳໜ່າຍນອກຍີ່ປຸ່ນກໍປ່ຽນຊື່ໃຫ້ເປັນສາກົນຂຶ້ນກໍຄື Monster Rancher. ໂດຍໂຕເກມ Monster Rancher ພາກນີ້ເປັນພາກທຳອິດຂອງຊີຣີທີ່ Tecmo ພັດທະນາຂຶ້ນມາ ແລະເປັນເກມທີ່ບຸກເບີກແນວເກມທີ່ສ້າງມອນສເຕີ້ ທີ່ເກີດຂຶ້ນໃນເວລານັ້ນນຳ.

ດ້ານລະບົບເກມ Monster Rancher ຈະມີລະບົບຊອກຫາມອນສເຕີ້ທັງແບບວິທີທຳມະດາຄືໄປຫາລູກມອນສເຕີ້ໃນຕະຫຼາດ ກັບອີກວິທີຄືໃຊ້ລູກຫຼິ້ນສະເພາະຂອງເກມນີ້ ນັ້ນກໍຄືໄປໃນໂໝດສ້າງມອນສເຕີ້ ຈາກນັ້ນເກມຈະຢຸດລົງຊົ່ວຄາວເພື່ອໃຫ້ຜູ້ຫຼິ້ນເອົາແຜ່ນຊີດີອັນໃດກໍໄດ້ທີ່ມີຂໍ້ມູນຢູ່ໃນນັ້ນ ບໍ່ວ່າຈະເປັນຊີດີເພງ, ຊີດີຮູບເງົາ, ຊີດີເກມອື່ນ ຫຼືແມ້ແຕ່ຊີດີທີ່ມີແຕ່ໄຟລ໌ວຽກຂອງເຮົາເຂົ້າໄປໃນເຄື່ອງ PS1 ແລ້ວປິດຝາ, ແປັບໜຶ່ງເກມຈະເຮັດການອ່ານຂໍ້ມູນແຜ່ນຊີດີທີ່ເຮົາໃສ່ເຂົ້າໄປ ຈົນປະມວນຜົນອອກມາເປັນມອນສເຕີ້ສາຍພັນຕ່າງໆ ຕາມຊະນິດຂອງຂໍ້ມູນແຜ່ນຊີດີນັ້ນໆ ເຊິ່ງຈະມີແຜ່ນຊີດີບາງປະເພດທີ່ສາມາດສ້າງມອນສເຕີ້ແບບພິເສດອອກມາໄດ້ເຊັ່ນ: ແຜ່ນເພງຮ້ອງສະເຫຼີມສະຫຼອງວັນຄຣິສມາດ ກໍຈະສ້າງມອນສເຕີ້ທີ່ເປັນສາຍພັນ Santa ໄດ້. ນອກຈາກນີ້ ຫາກຜູ້ຫຼິ້ນມີມອນສເຕີ້ຕັ້ງແຕ່ 2 ໂຕຂຶ້ນໄປກໍສາມາດຈັບມາປະສົມກັນອອກມາເປັນມອນສເຕີ້ໂຕໃໝ່ທີ່ມີຄ່າພະລັງອ້າງອີງຈາກໂຕທີ່ເປັນພໍ່ກັບແມ່ໄດ້ເຊັ່ນກັນ. 

ເມື່ອຜູ້ຫຼິ້ນສ້າງມອນສເຕີ້ຫຼືມີມອນສເຕີ້ຮຽບຮ້ອຍແລ້ວ ກໍຕ້ອງມີການເຝິກຝົນມັນໃຫ້ເຮັດວຽກແລະອອກກຳລັງກາຍເພື່ອເພີ່ມຄ່າພະລັງຕ່າງໆໃຫ້ສູງຂຶ້ນ ແລະພໍໄດ້ຄ່າພະລັງທີ່ສູງລະດັບໜຶ່ງ ເຮົາກໍຕ້ອງພາມັນໄປຕໍ່ສູ້ທີ່ລານປະລອງ ໂດຍມອນສເຕີ້ຈະເຮັດການສູ້ຂອງມັນເອງ ຜູ້ຫຼິ້ນຈະເປັນພຽງຜູ້ຊົມຂ້າງສະໜາມເທົ່ານັ້ນ ຫາກມອນສເຕີ້ຂອງເຮົາເອົາຊະນະໄດ້ກໍຈະໄດ້ເງິນລາງວັນແລະໄອເທັມຕອບແທນ. 

Fact ເລັກນ້ອຍກ່ຽວກັບເກມ Monster Rancher

  • ປັດຈຸບັນນີ້ Monster Rancher ໄດ້ວາງຈຳໜ່າຍໃນທຸກແພລັດຟອຣ໌ມລວມກັນເຖິງ 17 ພາກ ໂດຍແບ່ງເປັນ PS1 ຈຳນວນ 4 ພາກ, Game Boy Color ຈຳນວນ 2 ພາກ, PS2 ຈຳນວນ 3 ພາກ, Game Boy Advance ຈຳນວນ 2 ພາກ, Nintendo DS ຈຳນວນ 2 ພາກ, PC ຈຳນວນ 1 ພາກ (ໃຊ້ຊື່ວ່າ Monster Farm Online ເຊິ່ງເປີດບໍລິການສະເພາະໃນຍີ່ປຸ່ນ) ແລະເທິງສະມາດໂຟນອີກ 3 ພາກ (ແຕ່ມີພຽງ My Monster Rancher ເທົ່ານັ້ນທີ່ວາງຈຳໜ່າຍນອກຍີ່ປຸ່ນ), ເຖິງວ່າໂຕເກມຈະວາງຈຳໜ່າຍມາຫຼາຍແພລັດຟອຣ໌ມ ແຕ່ມີພຽງແພລັດຟອຣ໌ມ PS1 ເທົ່ານັ້ນທີ່ເຮັດຍອດຂາຍໄດ້ສູງທີ່ສຸດ ແລະໄດ້ຮັບຄຳວິຈານໄປໃນທາງບວກຫຼາຍ.

  • ຕອນທີ່ຈະສ້າງມອນສເຕີ້ຂຶ້ນມາຫາກຜູ້ຫຼິ້ນລອງໃສ່ແຜ່ນເກມ Tecmo’s Deception (PS1) ເຂົ້າໄປຈະສາມາດສ້າງມອນສເຕີ້ພິເສດທີ່ມີຊື່ວ່າ Ardebaran ໄດ້. 

  • ຕໍ່ຈາກຂໍ້ຄວາມດ້ານເທິງ ຫາກລອງໃສ່ແຜ່ນເພງລວມຮິດຂອງ Billy Joel (Billy Joel Greatest Hits) ຈະສາມາດສ້າງມອນສເຕີ້ພິເສດທີ່ມີຊື່ວ່າ Shades ໄດ້. 

  • ແຜ່ນແທ້ຂອງເກມນີ້ຈະມີເພງລັບເຊື່ອງຢູ່ ໂດຍການນຳເອົາແຜ່ນເກມໄປລອງເປີດທີ່ເຄື່ອງຫຼິ້ນ CD ເພງທົ່ວໄປແລ້ວລອງຫຼິ້ນ track ທີ 2 ເບິ່ງກໍຈະສາມາດຟັງເພງລັບທີ່ເວົ້ານີ້ໄດ້. 

ທີ່ມາ:online station

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...