spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຮັດນ້ຳໝາກນາວ ຫຼຸດຄວາມຕຸ້ຍ ໄດ້ຜົນພຸງຍຸບແນ່ອນ

ເຮັດນ້ຳໝາກນາວ ຫຼຸດຄວາມຕຸ້ຍ ໄດ້ຜົນພຸງຍຸບແນ່ອນ

Published on

ເຄັບລັບ ສູດນ້ຳໝາກນາວ ຫລຸດຄວາມຕຸ້ຍ ຫຼຸດພຸງ ດື່ມກ່ອນນອນ ພຸງຍຸບແນ່ນອນ ງ່າຍເທົ່ານີ້!

ສ່ວນປະກອບ:
1. ໝາກນາວ 1 ໜ່ວຍ

  1. ນ້ຳອຸ່ນ 1 ຈອກ
  2. ນ້ຳຕານແດງ ຫຼືນ້ຳເຜິ້ງ 2 ບ່ວງກາເຟ
  3. ເກືອໜ້ອຍດຽວ (ປາຍບ່ວງກາເຟ)

ວິທີເຮັດ

  1. ຂັ້ນຕອນທຳອິດເອົານ້ຳຕານກັບເກືອລົງລະລາຍໃນຈອກນ້ຳອຸ່ນ ປະໄວ້ໃຫ້ນ້ຳເຢັນລົງ
  2. ຂັ້ນຕອນທີສອງເມື່ອນ້ຳເຢັນລົງແລ້ວ ໃຫ້ບີບນ້ຳໝາກນາວລົງໃສ່ ຄົນໃຫ້ເຂົ້າກັນແລ້ວກິນໄດ້ເລີຍ ຫຼືຈະໃສ່ນ້ຳກ້ອນກິນກໍຍິ່ງແຊບຕື່ມອີກ.
  3. ຂັ້ນຕອນທີສາມໂດຍເວລາທີ່ດີທີ່ສຸດ ຄືກິນກ່ອນນອນຈັກ 15-20 ນາທີ
  4. ຂັ້ນຕອນທີ 4 ນ້ຳຕານແດງຈະເຮັດໃຫ້ມີຄວາມຫວານລົດຊາດແຊບກວ່າ ການໃຊ້ນ້ຳຕານຂາວ
  5. ກິນປະຈຳທຸກວັນ 4 ເດືອນກໍເຫັນຜົນ ແອວນ້ອຍລົງ ຍິ່ງຖ້າກິນທຸກມື້ ໄດ້ຮັບວິຕາມິນ ຊີ ແຄນຊ່ຽມ ເຮັດໃຫ້ຮ່າງກາຍແຂງແຮງ ບໍ່ເປັນຫວັດງ່າຍ ກະດູກແຂງແຮງ ໄຂມັນໃນເລືອດກໍຈະຫຼຸດລົງ ກົດຢູລິກໍຈະຫຼຸດລົງ ໄຕກຣີນເຊີໄລກໍຈະປົກກະຕິ ໄຂມັນທີ່ບໍ່ດີຈະຫຼຸດລົງ ໄຂມັນດີກໍຈະເພິ່ມຂຶ້ນ.

 

ຂອບໃຈຂໍ້ມູນ: ອັບຍິ້ມ

ບົດຄວາມຫຼ້າສຸດ

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...