Homeຂ່າວພາຍ​ໃນແມ່ຍິງກະຊວງ ຖວທ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 61 ປີ

ແມ່ຍິງກະຊວງ ຖວທ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 61 ປີ

Published on

ຂປລ. ສະຫະພັນ​ແມ່ຍິງ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​​ຫວນ​ຄືນ​ມູນ​ເຊື້ອ ວັນ​ສ້າງ​ຕັ້ງສະຫະພັນ​ແມ່ຍິງ​ລາວ ຄົບຮອບ 61 ປີ (20/7/1955-20/7/2016) ພ້ອມ​ທັງ​ ສະຫລຸບ​ວຽກງານ​ການ​​ເຄື່ອນ​ໄຫວ​ໃນ​ 1 ປີຜ່ານ​ມາ. ​ຂຶ້ນ​ໃນ​ຕອນ​ເຊົ້າ​ ວັນ​ທີ 22 ກໍລະກົດນີ້ ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ​ໂດຍ​ການ​ເປັນ​ປະທານ​ ຂອງ​ທ່ານ​ນາງ ສຸພະລັກ ທິລະ​ວົງ ປະທານ​ສະຫະພັນແມ່​ຍິງ ​ກະຊວງ ຖວທ, ມີອະ​ດິດພະນັກງານ​ບຳນານ, ​ພ້ອມ​ດ້ວຍສະມາຊິກ ສະຫະພັນ​ແມ່ຍິງ ຖວທ ​ເຂົ້າ​ຮ່ວມ.

ທ່ານ ​ນາງ ສຸພະ​ລັກ ທິລະ​ວົງ ​ໄດ້​ຫວນຄືນປະຫວັດມູນເຊື້ອ ການກຳເນີດເຕີບ​ໃຫຍ່ຂະຫຍາຍຕົວ ແລະ ຜົນງານ ການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດປົດປ່ອຍຊາດ ແລະ ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງ. ຕະຫລອດໄລຍະ 61 ປີຜ່ານມາ. ​ທ່ານ​ປະທານ​ສະຫະພັນ​ແມ່ຍິງ ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ເຖິງປະຫວັດຄວາມ​ເປັນມາ ຂອງການຕໍ່ສູ້ເພື່ອຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຢູ່ໃນເວທີສາກົນ ແລະ ການຕໍ່ສູ້ຄຽງບ່າຄຽງໄຫລ່ ຂອງແມ່ຍິງລາວ ໃນການຕໍ່ສູ້ປົດປ່ອຍຊາດ​ ໃນ​ພາ​ລະ​ກິດ​ຕ່າງໆ ພ້ອມທັງ​ໄດ້ຢໍ້າ​ໃຫ້​ຄົນ​ລຸ້ນຫລັງ ຈົດຈຳບຸນຄຸນຂອງພັກ, ຍ້ອນມີການປະຕິວັດ ແມ່ຍິງລາວຈຶ່ງໄດ້ຮັບການປົດປ່ອຍ ​ແລະ ມີສິດເທົ່າທຽມ ກັບເພດຊາຍດັ່ງທຸກວັນນີ້.

ນອກຈາກ ​ນີ້, ທ່ານຍັງໄດ້​ເນັ້ນ​ໃຫ້ ສະມາຊິກສະຫະພັນແມ່ຍິງລາວ ຈົ່ງເປັນເຈົ້າການ ​ໃນ​ການຈັດຕັ້ງປະຕິບັດລະບຽບ ກົດໝາຍຂອງ ສປປ ລາວ ກ່ຽວກັບສິດທິຂອງແມ່ຍິງ ​ແລະ ຮຽກຮ້ອງໃຫ້ສະມາຊິກສະຫະພັນແມ່ຍິງ ຈົ່ງມີຄວາມອົດທົນ, ບຸກບືນຕໍ່ວຽກງານ ແລະ ເຮັດຫລ້ອນໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...