spot_img
Homeຂ່າວການພັດທະນາວາງ­ສະ­ແດງ​ເຄື່ອງ​ເຮືອນ​ລາວ​ ເພີ່ມ​ມູນ​ຄ່າ​​ສິນ­ຄ້າ

ວາງ­ສະ­ແດງ​ເຄື່ອງ​ເຮືອນ​ລາວ​ ເພີ່ມ​ມູນ​ຄ່າ​​ສິນ­ຄ້າ

Published on

ເມື່ອວັນທີ 20 ກໍ­ລະ­ກົດຜ່ານມາ ສະ­ມາ­ຄົມເຟີນີເຈີລາວໄດ້ເປີດງານວາງສະ­ແດງເຄື່ອງເຮືອນລາວຄັ້ງທີ I ຂຶ້ນທີ່ ສູນການຄ້າລາວ-ໄອເຕັກໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປປ ລາວ, ທ່ານ ນາງ ເຂັມມະ­ນີ ພົນເສ­ນາ ລັດຖະມົນ­ຕີກະ­ຊວງອຸດສະ­ຫະກຳ ແລະການຄ້າ ທ່ານ ຄຳໄພ ສົມຊະ­ນະ ປະ­ທານສະມາຄົມເຟີນີເຈີລາວ ແລະແຂກທີ່ຖືກເຊີນຈາກພາກ­ສ່ວນທີ່ກ່ຽວ­ຂ້ອງຕ່າງໆເຂົ້າຮ່ວມ.

ທ່ານ ຄຳໄພ ສົມຊະ­ນະ ກ່າວວ່າ: ງານດັ່ງ­ກ່າວແມ່ນເລີ່ມແຕ່ວັນທີ 18 ຫາ 24 ກໍ­ລະ­ກົດ 2016 ທີ່ສູນການຄ້າລາວ-ໄອເຕັກ, ຈຸດ­ປະ­ສົງກໍເພື່ອເປັນການອະ­ນຸ ລັກຮັກ­ສາປ່າ­ໄມ້, ນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະມີໄມ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະ­ລິດຕະພັນ ສຳ­ເລັດຮູບມາຈາກໄມ້, ຫວາຍ ແລະໄມ້ ປ່ອງໃຫ້ມີຫຼາກຫຼາຍຜະ­ລິດຕະພັນຕາມສັງ­ຄົມປະ­ຈຸບັນຕ້ອງ­ການ ແລະເປັນທີ່ນິຍົມກັນຢູ່ ດ້ວຍການນຳໃຊ້ເຕັກໂນໂລຊີ ທີ່ທັນສະ­ໄໝ ແລະພ້ອມທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະ­ລິດຕະພັນເຟີນີເຈີໄມ້ລາວ, ໂດຍສະ­ເພາະກໍ່ແມ່ນ (ມູນຄ່າຈໍລະຈອນຊື້-ຂາຍສິນ­ຄ້າ ລວມທັງໝົດໃນງານມີປະ­ມານ 20 ຕື້ກີບ, ແລະຄາດຄະ­ເນຈະມີການຊື້-ຂາຍໄດ້ປະ ມານ 80%, ຕົກເປັນມູນຄ່າຢູ່ປະ­ມານ 16 ຕື້ກີບ.

ສຳ­ລັບຜູ້ເຂົ້າຮ່ວມວາງ­ສະ­ແດງສິນຄ້າຄັ້ງນີ້ ແມ່ນມີຈຳ­ນວນທັງໝົດ 47 ຫົວໜ່ວຍ ແລະມີ 143 ຫ້ອງຂາຍ, ມາຈາກຫົວ­ໜ່ວຍການຜະ­ລິດເຟີນີເຈີທີ່ຜະ­ລິດຈາກໄມ້ຫວາຍ, ໄມ້­ປ່ອງ ແລະເຄື່ອງແກະສະ­ຫຼັກໄມ້ຕ່າງໆ ມີ 8 ຫົວ­ໜ່ວຍ 22 ຫ້ອງ ວາງ­ສະ­ແດງ, ຫັດ­ຖະ­ກຳມີ 8 ຫົວ­ໜ່ວຍ 12 ຫ້ອງວາງ­ສະ­ແດງ, ມາຈາກ 8 ແຂວງໃນທົ່ວປະ­ເທດແມ່ນມີຈຳ­ນວນ 9 ຫົວ­ໜ່ວຍທຸ­ລະກິດ, ສ່ວນອີກ 22 ຫົວໜ່ວຍ ແລະມີ 101 ຫ້ອງວາງ­ສະ­ແດງ ແມ່ນຜູ້ຜະ­ລິດເຟີນີເຈີມາຈາກນະ­ຄອນຫຼວງວຽງຈັນ.

ແນວ­ໃດກໍດີເພື່ອເຮັດໃຫ້ງານວາງສະ­ແດງສິນ­ຄ້າດັ່ງ­ກ່າວມີຄວາມໝາຍ, ຫຼາກຫຼາຍສີ­ສັນ ແລະຄຶກ­ຄື້ນມ່ວນ­ຊື່ນ, ສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າມາຊື້-ຂາຍສິນ­ຄ້າ ແລະຜູ້ມາທ່ຽວຊົມງານວາງ­ສະ­ແດງເຄື່ອງເຮືອນລາວຄັ້ງນີ້ ໃນວັນທີ 22 ກໍ­ລະ­ກົດ 2016 ແມ່ນມີການ­ສະ­ແດງຄອນ­ເສີດລາວ-ໄທ ແລະການແຂ່ງ­ຂັນຕີ­ມວຍ, ຊຶ່ງເລີ່ມແຕ່ ເວ­ລາ 18:00 ເປັນ­ຕົ້ນໄປ.

ທີ່ມາ:​ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...