spot_img
Homeຂ່າວຕ່າງປະເທດເກີດເຫດເຮືອບິນຂົນສົ່ງ ຕຳຕຶກໃນເຄນຢາ ເສຍຊີວິດຍົກລຳ

ເກີດເຫດເຮືອບິນຂົນສົ່ງ ຕຳຕຶກໃນເຄນຢາ ເສຍຊີວິດຍົກລຳ

Published on

ເຈົ້າໜ້າທີ່ການບິນເຄນຢາລະບຸວ່າ ພົບຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ໃນມື້ນີ້ (2 ກໍລະກົດ)

ເມື່ອເຮືອບິນລຳລຽງສິນຄ້າລຳໜຶ່ງ ທີ່ກຳລັງຈະຂົນສົ່ງພືດສະໝຸນໄພ ໄປປະເທດໂຊມາເລຍ ພຸ່ງຕຳເຂົ້າ

ອາຄານ ພາຍຫຼັງບິນຂຶ້ນຈາກສະໜາມບິນຫຼັກໃນເມືອງຫຼວງຂອງເຄນຢາ ເຊິ່ງເປັນສະໜາມບິນ

ທີ່ມີການສັນຈອນໜາແໜ້ນຫຼາຍທີ່ສຸດ ໃນຂົງເຂດອັບຟຣິກາຕາເວັນອອກ. ໃນຖ້ອຍຖະແຫຼງຕອນໜຶ່ງ

ຂອງເຈົ້າໜ້າທີ່ທາງການໄດ້ເວົ້າວ່າ ” ເມື່ອຕອນເຊົ້າ ເຮືອບິນຂົນສົ່ງສິນຄ້າ ຟັອກເກີ້ 50 ທີ່ມີຜູ້ໂດຍສານ

ທັງໝົດ 4 ຄົນ ໄດ້ພຸ່ງຕຳເຂົ້າໃສ່ອາຄານການຄ້າຫຼັງໜຶ່ງພາຍຫຼັງບິນຂຶ້ນຈາກສະໜາມບິນສາກົນ

ໂຈໂມ ເຄນຍັດຕາ ຂອງນະຄອນຫຼວງໄນໂຣບີ ”

 

-

 

ເຮືອບິນລຳນີ້ປະສົບອຸບັດຕິເຫດກ່ອນເຊົ້າມືດຂອງມື້ນີ້ ເຊິ່ງເປັນຊ່ວງເວລາທີ່ຄາດກັນວ່າ ບໍ່ໜ້າຈະມີໃຜ

ຢູ່ໃນອາຄານຫຼັງດັ່ງກ່າວ, ຊ່າງພາບຂອງສຳນັກຂ່າວ ເອເອັຟພີ ທີ່ຢູ່ໃນບ່ອນເກີດເຫດເລົ່າວ່າ ເຮືອບິນລຳ

ນີ້ພຸ່ງເຂົ້າອາຄານ 2 ຊັ້ນ ເຊິ່ງເປັນທີ່ຕັ້ງຂອງຮ້ານຄ້າຂາຍຍ່ອຍ ທີ່ຢູ່ຫ່າງຈາກສະໜາມບິນອອກໄປປະມານ

3 ກິໂລແມັດ.  ຈາກແຫຼ່ງຂ່າວຂອງຕຳຫຼວດເຄນຢາກໍໄດ້ກ່າວວ່າ ຜູ້ທີ່ໂດຍສານມາກັບເຮືອບິນລຳນີ້ ເສຍຊີ

ວິດທັງໝົດ, ເຈົ້າໜ້າທີ່ຕຳຫຼວດລະດັບອາວຸໂສຄົນໜຶ່ງເວົ້າວ່າ ” ຜູ້ໂດຍສານເສຍຊີວິດທັງ 4 ຄົນ, ເຮືອບິນ

ລຳນີ້ພຸ່ງຕຳເສົາໄຟຟ້າ ກ່ອນທີ່ຈະປະທະກັບຕົວອາຄານ ແລ້ວຈິ່ງເກີດໄຟລຸກຖ້ວມ ”

 

ກຸ່ມຄັວນພຸ່ງອອກມາຈາກຝາຂອງອາຄານຄອນກຣີດດ້ານໜ້າ ທີ່ຖືກເຮືອບິນຕຳ ເຊິ່ງຍັງມີບາງສ່ວນຍັງ

ຄົງຢູ່ລະຫວ່າງການກໍ່ສ້າງ, ພື້ນທີ່ໂດຍຮອບຂອງສະໜາມບິນ ເປັນເຂດອຸດສາຫະກຳ ແລະ ທີ່ຕັ້ງຂອງໂຮງ

ງານຕ່າງໆ ຕະຫຼອດຈົນບ້ານເຮືອນ ແລະ ຮ້ານຄ້າ.  ສະພາກາແດງເຄນຢາ ກ່າວວ່າ ສາມາດກູ້ຮ່າງຜູ້ເສຍ

ຊີວິດໄດ້ແລ້ວໜຶ່ງລາຍ ໃນຂະນະທີ່ພາລະກິດຄົ້ນຫາ ແລະ ຊ່ວຍຊີວິດ ກໍຍັງຄົງເດີນໜ້າຕໍ່ໄປ.

 

ທ່ານ ອີຣິກ ຄີໄຣເທ ຫົວໜ້າຝ່າຍຄວາມປອດໄພຂອງສະໜາມບິນກ່າວວ່າ ສະໜາມບິນແຫ່ງນີ້ຖືກສັ່ງປິດ

ໃນບໍ່ເທົ່າໃດນາທີຜ່ານມານີ້ ເພື່ອດຳເນີນການຕາມຂັ້ນຕອນ, ແຕ່ມາຮອດປະຈຸບັນນີ້ແມ່ນໄດ້ກັບມາເປີດ

ໃຫ້ບໍລິການເປັນປົກກະຕິແລ້ວ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...