spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 21 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 21 ກໍລະກົດ

Published on

ວັນທີ 21 ກໍລະກົດ ປີ 1995 ຫຼືມື້ນີ້ເມື່ອ 21 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Castlevania: Dracula X ເທິງເຄື່ອງ Super Famicom ທີ່ປະເທດຍີ່ປຸ່ນ ພັດທະນາໂດຍບໍລິສັດ Konami ອີກຢ່າງໜຶ່ງ ພາກນີ້ຖືເປັນພາກຣີເມກຈາກພາກ Rondo of Blood ທີ່ເຄີຍລົງໃຫ້ກັບເຄື່ອງ PC-Engine ມາກ່ອນ ເຖິງວ່າເຄື່ອງ Super Famicom ນັ້ນຈະມີຖານຜູ້ຫຼິ້ນຫຼາຍກວ່າ PC-Engine ກໍຕາມ ແຕ່ເນື່ອງຈາກສະເປັກເຄື່ອງ Super Famicom ນັ້ນຕ່ຳກວ່າ ອີກທັງເຄື່ອງ Super Famicom ຍັງໃຊ້ກະແຊັດເກມໃນການຫຼິ້ນເຊິ່ງມີຄວາມບັນຈຸໜ້ອຍກວ່າ ຈຶ່ງເຮັດໃຫ້ທັງກຣາບຟິກແລະລາຍລະອຽດຕ່າງໆ ຖືກຫຼຸດລົງຈາກເວີຊັ່ນ PC-Engine ຢູ່ພໍສົມຄວນ (ແຕ່ເລື່ອງຄວາມຍາກຍັງຄືເກົ່າ)

ເນື້ອເລື່ອງຂອງ Castlevania: Dracula X ຈະເກີດຂຶ້ນໃນປີ ຄ.ສ 1792 ເມື່ອຣິດເຕີ ເບວມອນ (Richter Belmont) ທາຍາດຕະກູນຂ້າແວມໄພຣ໌ທີ່ຫາກ່ອນມີອາຍຸພຽງ 19 ປີ ໄດ້ບຸກມາທີ່ປະສາດແດຣັກຄູລ້າເພື່ອຊ່ອຍແອນເນັດ ແຟນສາວຂອງຣິດເຕີ ແລະມາເຣຍ ນ້ອງສາວຂອງແອນເນັດທີ່ຖືກລັກພາໂຕໄປ ເຊິ່ງໂຕເກມຈະມີສາກຈົບທັງໝົດ 3 ແບບໄດ້ແກ່: ຈົບແບບບໍ່ຊ່ອຍໃຜເລີຍ, ຊ່ອຍມາເຣຍພຽງຄົນດຽວ ແລະຊ່ອຍໄດ້ທັງ 2 ຄົນ ເຊິ່ງສາກຈົບເຫຼົ່ານີ້ຈະຂຶ້ນກັບວ່າເຮົາໄດ້ເກັບກະແຈລະຫວ່າງທາງເພື່ອໄປຊ່ອຍສາວໆຫຼືບໍ່.

ດ້ານລະບົບເກມພາກນີ້ເຮົາຈະໄດ້ບັງຄັບເປັນ ຣິດເຕີ ເບວມອນ ຜູ້ໄດ້ຮັບແສ້ແວມໄພຣ໌ຄິວເລີ້ເປັນມໍລະດົກຕົກທອດຈາກຕະກູນຂອງລາວເອງ ເຊິ່ງລະບົບທີ່ເພີ່ມເຂົ້າມາໃນພາກ Rondo of Blood ແລະພາກນີ້ແມ່ນລະບົບ Item Crush ທີ່ຈະເປັນການໃຊ້ທ່າໄມ້ຕາຍຂອງອາວຸດເສີມຕ່າງໆ ເຊັ່ນມີດສັ້ນທີ່ການໃຊ້ປົກກະຕິຈະເປັນການດຶກອອກໄປພຽງອັນດຽວ ແຕ່ຖ້າກົດໃຊ້ Item Crush ຂອງມີດກໍຈະເປັນການດຶກມີດລົວໆອອກໄປຫຼາຍໆອັນແທນ ຫຼືການໃຊ້ Item Crush ຂອງນ້ຳມົນກໍຈະເປັນການເອີ້ນນ້ຳມົນລົງມາເປັນສາຍຝົນ ເພື່ອໂຈມຕີສັດຕູທັງໝົດເທິງໜ້າຈໍ ເປັນຕົ້ນ.  

Fact ເລັກນ້ອຍກ່ຽວກັບເກມ Castlevania: Dracula X

  • ໃນສ່ວນຂອງລະຫັດ ຖ້າໃຜໃສ່ໄອຄອນຂວານໃນຊ່ອງຂວາລຸ່ມພຽງຊ່ອງດຽວ ແລ້ວປ່ອຍຊ່ອງອື່ນໆຫວ່າງໄວ້ ກໍຈະສາມາດຫຼິ້ນດ່ານສຸດທ້າຍໄດ້ທັນທີ ແລະຈະເປັນສາກຈົບແບບສົມບູນນຳ. 

  • ຖ້າຜູ້ຫຼິ້ນສາມາດຜ່ານດ່ານໃດດ່ານໜຶ່ງໄດ້ໂດຍບໍ່ຖືກໂຈມຕີຫຼືເສຍພະລັງຊີວິດເລີຍ ເມື່ອຈົບດ່ານແລະນັບຄະແນນ ເຮົາຈະໄດ້ໄອເທັມ 1UP ເພີ່ມຊີວິດໃຫ້ໂຕເຮົາ 1 ໂຕຟຣີໆທັນທີ. 

  • ຊ່ວງທ້າຍດ່ານ 3 ເຮົາຈະພົບກັບທຽນທີ່ໂຈມຕີແລ້ວໄດ້ກະແຈມາດອກໜຶ່ງ ເຊິ່ງກະແຈນີ້ຈະໃຊ້ໄຂປະຕູເພື່ອຊ່ອຍມາເຣຍແລະແອນເນັດໄດ້ ແລະຍັງມີຄວາມລັບອີກຢ່າງຄື ຖ້າຜູ້ຫຼິ້ນມີຈຳນວນຫົວໃຈຫຼາຍກວ່າ 15 ດວງ ເວລາກົດປຸ່ມເພື່ອໃຊ້ Item Crush ໃນຕອນທີ່ມີກະແຈ ໂຕເຮົາຈະລອຍຂຶ້ນກາງອາກາດໃນສະພາບຖືກະແຈນຳ ບ່ອນນີ້ຖ້າເຮົາກະໄລຍະດີໆ ໃຫ້ກະແຈໃນມືໄປຕຳຖືກໂຕສັດຕູ ພວກມັນຈະຕາຍທັນທີພຽງແຕ່ສຳຜັດຖືກ, ໂດຍກະແຈຖືເປັນອາວຸດເສີມທີ່ມີພະລັງໂຈມຕີສູງທີ່ສຸດໃນເກມ ແຖມຍັງບໍ່ເສຍຫົວໃຈໃນການກົດໃຊ້ Item Crush ອີກນຳ (ແຕ່ຈຳເປັນຕ້ອງມີຫົວໃຈ 15 ດວງກ່ອນຈຶ່ງຈະກົດໃຊ້ໄດ້)

  • ຫາກຜູ້ຫຼິ້ນບໍ່ໄດ້ຖືອາວຸດເສີມ ຈຳພວກຂວານ, ມີດ, ໄມ້ກາງເຂນ ຫຼືນ້ຳມົນມາເລີຍ ແຕ່ມີຈຳນວນຫົວໃຈ 15 ດວງຂຶ້ນໄປ ກໍຈະສາມາດໃຊ້ແສ້ໄຟໄດ້ ໂດຍກົດປຸ່ມ Item Crush ເຊິ່ງຈະເປັນການໂຈມຕີດ້ວຍແສ້ໄຟໄປດ້ານໜ້າເກືອບສຸດຈໍພຽງເທື່ອດຽວ ແຕ່ຂໍ້ເສຍຄືມັນເປືອງຫຼາຍ ເຊິ່ງບໍ່ແນະນຳ. 

ທີ່ມາ:online station

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...