Homeຂ່າວຕ່າງປະເທດພັກຣີພັບບຣິກັນ ເລືອກທ່ານ ໂດນັນ ທຣຳ ເປັນຕົວແທນ ຊິງຕຳແໜ່ງ ປະທານາທິບໍດີອາເມຣິກາ!

ພັກຣີພັບບຣິກັນ ເລືອກທ່ານ ໂດນັນ ທຣຳ ເປັນຕົວແທນ ຊິງຕຳແໜ່ງ ປະທານາທິບໍດີອາເມຣິກາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ກໍລະກົດຜ່ານມານີ້ວ່າ ກອງປະຊຸມໃຫຍ່ພັກສາທາລະນະ ຫລື ພັກຣິພັບບລິກັນ ຂອງສະຫະລັດອາເມຣິກາ ໄດ້ມີມະຕິຕົກລົງເລືອກເອົາ ທ່ານ ໂດນັນ ທຣຳ ເປັນຕົວແທນຂອງພັກ ເພື່ອລົງສະໝັກຊິງຕຳແໜ່ງ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ຢ່າງເປັນທາງການ ໂດຍທ່ານ ທຣຳ ຈະດຳເນີນການຫາສຽງ ເພື່ອແຂ່ງຂັນກັບ ທ່ານ ນາງ ຮິນລາຣີ ຄລີນຕັນ ຊຶ່ງເປັນຕົວແທນຈາກ ພັກປະຊາທິປັດ ຫລື ພັກເດໂມແຄຣັດ ໃນການເລືອກຕັ້ງປະທານາທິບໍດີ ສະຫະລັດອາເມຣິກາ ທີ່ຈະມີຂຶ້ນໃນວັນທີ 8 ພະຈິກ ຈະມາເຖິງນີ້.

ທ່ານ ທຣຳ ໄດ້ກ່າວປາໄສຕໍ່ກອງປະຊຸມໃຫຍ່ດັ່ງກ່າວນີ້ວ່າ ຈະໃຫ້ຄຳໝັ້ນໃນການສ້າງວຽກເຮັດງານທຳ, ສ້າງຄວາມເຂັ້ມແຂງໃຫ້ກອງທັບ, ປົກປ້ອງຊາຍແດນສະຫະລັດຯ ແລະ ຟື້ນຟູກົດໝາຍ, ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຊາວອາເມຣິກາ.

 

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...