Homeຂ່າວຕ່າງປະເທດຫວຽດນາມຫລຸດເປົ້າສົ່ງອອກເຂົ້າປີນີ້ ລົງເຫລືອ 5.65 ລ້ານໂຕນ

ຫວຽດນາມຫລຸດເປົ້າສົ່ງອອກເຂົ້າປີນີ້ ລົງເຫລືອ 5.65 ລ້ານໂຕນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ກໍລະກົດຜ່ານມານີ້ວ່າ ສະມາຄົມອາຫານຫວຽດນາມ ຫລື VFA ໄດ້ປັບຫລຸດຕົວເລກເປົ້າໝາຍ ການສົ່ງອອກເຂົ້າຂອງຫວຽດນາມໃນປີນີ້ ຈາກ 6.5 ລ້ານໂຕນ ເຫລືອພຽງ 5.65 ລ້ານໂຕນ ຍ້ອນຕົວເລກການສົ່ງອອກເຂົ້າ ໄດ້ຫລຸດລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ເດືອນເມສາເປັນຕົ້ນມາ ເຮັດໃຫ້ຍອດການສົ່ງອອກເຂົ້າ 6 ເດືອນຕົ້ນປີ 2016 ນີ້ ຫລຸດລົງເຖິງ 2% ເມື່ອທຽບກັບປີກາຍ.

ທັງນີ້ ສາເຫດຂອງການສົ່ງອອກທີ່ຫລຸດລົງ ແມ່ນເນື່ອງຈາກລູກຄ້າ ຜູ້ຊື້ເຂົ້າຈາກຫວຽດນາມ ກຳລັງລໍຖ້າຊື້ເຂົ້າຈາກປະເທດໄທ ທີ່ກຳລັງຈະປ່ອຍຂາຍ ອອກຈາກຄັງສຳຮອງເຂົ້າຂອງປະເທດ ຈຳນວນ 3.7 ລ້ານໂຕນ ທີ່ມີລາຄາຖືກກວ່າ ໃນທ້າຍເດືອນກໍລະກົດນີ້.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...