Homeຂ່າວທ້ອງຖິ່ນພຽງ 9 ເດືອນ ແຂວງສາລະວັນ ສົ່ງອອກມັນຕົ້ນ ບັນລຸເກືອບ 140.000 ໂຕນ!

ພຽງ 9 ເດືອນ ແຂວງສາລະວັນ ສົ່ງອອກມັນຕົ້ນ ບັນລຸເກືອບ 140.000 ໂຕນ!

Published on

ຂປລ. ໃນ​ໄລຍະ 9 ​ເດືອນສົກປີ 2015-2016 ​ນີ້, ​ແຂວງ​ສາລະ​ວັນ ສາມາດ​ເກັບ​ຊື້​ມັນ​ຕົ້ນ​ແຫ້ງ ​ແລະ ສົ່ງອອກ​ໄປ​ຕ່າງປະ​ເທດ​​ 138.520 ​ໂຕນ​, ໃນ​ນີ້ແປ້ງ​ມັນ​ຕົ້ນ 1.100 ​ໂຕນ, ​ຕະຫລາດ​ທີ່​ສົ່ງ​ອອກຫລາຍ​ກ່ວາ​ໝູ່​ ແມ່ນຣາຊະອານາຈັກ​ໄທ 134.924 ​ໂຕນ ທຽບ​ໃສ່ປີຜ່ານມາ​ ເພີ່ມຂຶ້ນ 3 ​ເທົ່າ ​ແລະ ສສ ຫວຽດນາມ 3.595 ​ໂຕນ ທຽບ​ໃສ່ປີຜ່ານມາ​ເພີ່ມຂຶ້ນ 2 ​ເທົ່າ. ​

ທ່ານ ​ສີ​ສຸພັນ ​ເທບ​ວົງສາ ຫົວໜ້າ​ພະ​ແນ​ກອຸດສາຫະກຳ​-ການ​ຄ້າ ​ແຂວງ​ສາລະ​ວັນ ​​ໃຫ້​ຮູ້ວ່າ: ຂະ​ບວນການ​ປູກ​ມັນ​ຕົ້ນຂອງ​ປະຊາຊົນ​ໃນ​ປີ​ນີ້​ ເຫັນ​ວ່າ​​ເປັນ​ຂະ​ບວນກວ້າງ​ຂວາງຟົດ​ຟື້ນ ຖ້າທຽບ​ໃສ່​ປີຜ່ານມາ​ ​ໂດຍສະ​ເພາະຢູ່​ເມືອງ​ເລົ່າ​ງາມ ເນື້ອ​ທີ່ປູກ​ມັນ​ຕົ້ນ​ເພີ່ມ​ຂຶ້ນ 3 ​ເທົ່າ​ ​​ເຊິ່ງຂະ​ແໜງການ​ທີ່​ກ່ຽວຂ້ອງ ໄດ້ຊຸກຍູ້ ​ແລະ ​ເອື້ອ​ອຳນວຍ​ຄວາມ​ສະດວກ​ ໃຫ້​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ ທີ່​​ເຮັດການ​ເກັບ​ຊື້​ມັນ​ດິບ, ມັນ​ແຫ້ງຢ່າງເປີດ​ກວ້າງ, ພ້ອມ​ທັງເປີດ​​ໂອກາດໃຫ້​ທຸລະ​ກິ​ດພາຍ​ໃນ ​ແລະ ຕ່າງ​ປະ​ເທດ ມາ​ລົງທຶນ​ສ້າງ​ໂຮງງານ​ປຸງ​ແຕ່ງ​ມັນ​ຕົ້ນ​ໃຫ້​ຫລາຍຂຶ້ນ ​ມາ​ຮອດ​ປະຈຸ​ບັນທົ່ວ​ແຂວງມີ 9 ຫົວໜ່ວຍ ດໍາ​ເນີນ​ທຸລະ​ກິດ​ເກັບ​ຊື້​ ​ແລະ ສົ່ງ​ອອກ​ມັນ​ຕົ້ນ ໃນ​ນັ້ນມີ​ໂຮ​ງງານຜະລິດ​ແປ້ງມັນຕົ້ນໜຶ່ງ​ແຫ່ງ ທີ່​ເ​ຮັດ​ການ​ເກັບ​ຊື້ ​ແລະ ​ຜະລິດແປ້ງ​ມັນ​ຕົ້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...