spot_img
Homeຂ່າວພາຍ​ໃນສະຫາຍເລຂາທິການໃຫຍ່ລະບຸ ກວດກາແລ້ວບໍ່ແກ້ໄຂ ຖືວ່າການກວດກາ ບໍ່ມີຄວາມໝາຍ!

ສະຫາຍເລຂາທິການໃຫຍ່ລະບຸ ກວດກາແລ້ວບໍ່ແກ້ໄຂ ຖືວ່າການກວດກາ ບໍ່ມີຄວາມໝາຍ!

Published on

ຂປລ. ​ໃນໂອກາດ ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວໄດ້ໃຫ້ກຽດເຂົ້າຮ່ວມແລະໂອ້ລົມຕໍ່ກອງປະຊຸມ ວຽກງານກວດກາທົ່ວປະເທດ ຄັ້ງທີ III ​​ໃນວັນທີ 20 ກໍລະກົດ 2016 ນີ້ ທີ່ຫ້ອງປະຊຸມໃຫຍ່ສູນກາງພັກ ພາຍຫລັງທີ່ໄດ້ດໍາເນີນມາ​​ເປັນເວລາ 3 ວັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນຄໍາ ວິພາວັນ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກແລະເລຂາຄະນະພັກກະຊວງ, ອົງການທຽບເທົ່າ, ນະຄອນຫລວງແລະແຂວງ ພ້ອມດ້ວຍພະນັກງານຫລັກແຫລ່ງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະກິດ ​​ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 5 ປີຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະນໍາແລະ ບັນດາສະຫາຍ ທີ່ເຮັດວຽກງານກວດກາໃຫ້ສືບຕໍ່ເອົາໃຈໃສ່ບາງບັນຫາ ເປັນຕົ້ນແມ່ນ ຕ້ອງມີຄວາມເປັນເອກະພາບເລິກເຊິ່ງ ຕໍ່ວຽກງານກວດກາໃນໄລຍະໃໝ່, ຕັດສິນໃຈເດັດຂາດໃນການຫັນປ່ຽນແບບບຸກທະລຸ ໃນດ້ານຈິນຕະນາການແລະ ການກະທໍາ, ການກວດກາຕ້ອງຮັບປະກັນຄວາມຖືກຕ້ອງ, ​ຕ້ອງປະຕິບັດຢ່າງເປັນລະບົບໃນການຈັດຕັ້ງຂອງພັກ ກໍຄືໃນອົງການລັດໃນນັ້ນຂັ້ນເທິງກວດກາຕໍ່ຂັ້ນລຸ່ມແລະ ຂັ້ນລຸ່ມ ມີສ່ວນຮ່ວມໃນການຕິດຕາມແລະ ສະເໜີຄວາມຄິດເຫັນຕໍ່ຂັ້ນເທິງ, ການຈັດຕັ້ງກວດກາຕໍ່ສະມາຊີກແລະ ອົງການກວດກາ ຕ້ອງດໍາເນີນການກວດກາຕໍ່ທຸກເປົ້າໝາຍ ຕາມພາລະບົດບາດທີ່ກໍານົດໄວ້, ບັນຫາເກີດຢູ່ບ່ອນໃດ ບ່ອນນັ້ນເປັນເຈົ້າການແກ້ໄຂນັ້ນແມ່ນທັດສະນະທີ່ຖືກຕ້ອງ, ​ຕ້ອງ​​ເປັນແບບຢ່າງໃນການເຮັດວຽກງານກວດກາແລະ ການປະຕິບັດຕາມຫລັກການກວດກາຂອງພັກ, ​ເປັນເຈົ້າການຕິດຕາມ, ກໍາແໜ້ນຕໍ່ພະນັກງານຢູພາຍ​​ໃຕ້ການຄຸ້ມຄອງຂອງຕົນເພື່ອຊຸກຍູ້, ກໍ່ສ້າງ, ສຶກສາອົບຮົມ, ນໍາໃຊ້ຢ່າງຖືກຕ້ອງເປັນການປ້ອງກັນບໍ່ໃຫ້ພະນັກງານກະທໍາຜິດ​, ​ເອົາໃຈໃສ່ປັບປຸງທາງດ້ານການຈັດຕັ້ງ, ບຸກຄະລາກອນແລະ ລະບອບແບບແຜນວິທີເຮັດວຽກກວດກາເຊິ່ງເປັນສິ່ງທີ່ຕັດສິນໂດຍກົງ ເຖິງປະສິດທິຜົນຂອງວຽກງານກວດກາ, ຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ຊີ້ນໍາເພື່ອເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດແລະ ຂອງບັນດາອົງການຈັດຕັ້ງມະຫາຊົນ ໃນການກວດກາ, ຖືເປັນກົນໄກສໍາຄັນ ເພື່ອໃຫ້ສັງຄົມມີສ່ວນຮ່ວມໃນການກວດກາເຊິ່ງໃຫ້ແຕ່ລະອົງການ ເອົາໃຈໃສ່ສຶກສາອົບຮົມດ້ານລະບຽບກົດໝາຍ ນັບທັງກົດລະບຽບຂອງພັກ, ບັນດານິຕິກໍາໃນການຄຸ້ມຄອງລັດຄຸ້ມຄອງສັງຄົມ ທີ່ຈໍາເປັນໃຫ້ແກ່ສະມາຊິກຂອງຕົນ, ອົງການຈັດຕັ້ງກ່ຽວຂ້ອງ ນັບທັງອົງການກວດກາແຕ່ລະຂັ້ນຊາບແລະເປັນຂໍ້ມູນຕົວຈິງທີ່ເປັນປະໂຫຍ, ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕໍ່ກັບການຕົກລົງແກ້ໄຂ ຜົນຂອງການກວດກາໃຫ້ເຂັ້ມງວດ, ສັກສິດຕາມກົດລະບຽບຂອງພັກແລະ ກົດໝາຍ, ຖ້າກວດກາແລ້ວບໍ່ແກ້ໄຂ ຖືວ່າການກວດກາບໍ່ມີຄວາມໝາຍ, ຖືສໍາຄັນການຈັດຕັ້ງປະເມີນຜົນວຽກງານແລະ ຖອດຖອນບົດຮຽນພຶດຕິກໍາຕົວຈິງ ຢ່າງປົກກະຕິຕໍ່ເນື່ອງ ໃນການຈັດຕັ້ງປະຕິບັດບັນດາທິດທາງທີ່ວາງອອກໃນກອງປະຊຸມຄັ້ງນີ້ ຕ້ອງມີການປະເມີນຜົນເປັນແຕ່ລະໄລຍະ, ຈັດຕັ້ງຖອດຖອນບົດຮຽນເປັນປົກກະຕິ ຈາກນັ້ນດໍາເນີນການປັບປຸງດັດປັບແຜນເຄື່ອນໄຫວໃຫ້ສອດຄ່ອງກັບແຕ່ລະສະຖານະການ, ການເຄື່ອໄຫວກວດກາຕ້ອງເປັນການເຄື່ອນໄຫວທີ່ກ້າຫານ, ອົດທົນແລະ ປະດິດສ້າງຢ່າງແທ້ຈິງ ຈຶ່ງຈະສາມາດຍົກສູງຄວາມສັກສິດຂອງວຽກງານ ທັງສ້າງຄວາມສະຫງົບ, ຄວາມເປັນລະບຽບແລະເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຢູ່ພາຍ​​ໃນບົນພື້ນຖານຫລັກການຈັດຕັ້ງນໍາພາຂອງພັກແລະ ກົດໝາຍຂອງລັດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...