Homeມູມໄອທີລາວມີຄີບອຣ໌ດກໍຕ້ອງມີເມົ້າ!! Elephone ເປີດໂຕເມົ້າສຳລັບຄົນມັກຫຼິ້ນເກມ

ມີຄີບອຣ໌ດກໍຕ້ອງມີເມົ້າ!! Elephone ເປີດໂຕເມົ້າສຳລັບຄົນມັກຫຼິ້ນເກມ

Published on

​ກ່ອນໜ້ານີ້ເຮົາໄດ້ລາຍງານກ່ຽວກັບຂ່າວທີ່ Elephone ເປີດໂຕອຸປະກອນເສີມອັນໃໝ່ສຳລັບເກມເມີ້ ນັ້ນກໍຄື EleEnterGame1 ເຊິ່ງເປັນແປ້ນພິມສຳລັບຄົນມັກຫຼິ້ນເກມໂດຍສະເພາະ ໂດຍໂຕແປ້ນພິມແມ່ນເຮັດມາຈາກໂລຫະ ແລະປຸ່ມຕ່າງໆກໍມີແສງເປັນແບບສີຮຸ້ງ ນອກນີ້ກໍສາມາດປັບແສງຂອງປຸ່ມໄດ້ອີກ.

ແຕ່ຫຼ້າສຸດນີ້ຄົງຈະບໍ່ຈົບຢູ່ທີ່ແປ້ນພິມຢ່າງດຽວເພາະ Elephone ໄດ້ເປີດໂຕອຸປະກອນເສີມອັນໃໝ່ມາຄວບຄູ່ກັບແປ້ນພິມຄື ເມົ້າສຳລັບຫຼິ້ນເກມ. ສຳລັບເມົ້າທີ່ເວົ້າເຖິງນີ້ຈະເປັນແບບ 2 in 1 ຄື: ສາມາດໃຊ້ໄດ້ທັງມີສາຍ ແລະ ແບບບໍ່ມີສາຍໄດ້, ໂດຍຍັງມາພ້ອມກັບຄຸນສົມບັດຄັກໆແບບໄຟແຈ້ງເຕືອນເພື່ອໃຫ້ບໍ່ພາດກັບການແຈ້ງເຕືອນຂອງເກມສຳຄັນຯ ແລະກໍຍັງມາພ້ອມສີແສງທີ່ແຕກຕ່າງກັນເຖິງ 7 ສີດ້ວຍກັນ ເວົ້າໄດ້ວ່າເປັນການເພີ່ມຄວາມຮູ້ສຶກມີຊີວິດຊີວາໃນການຫຼິ້ນເກມໄປໃນໂຕເລີຍ.

ທາງດ້ານການອອກແບບເອງກໍຖືວ່າອອກແບບມາໄດ້ເໝາະແກ່ການໃຊ້ງານຫຼາຍ ແລະໃຫ້ຄວາມຮູ້ສຶກທີ່ດີໃນການຈັບເລີຍ. ນອກຈາກນີ້ກໍຍັງມີເກຍຄວາມໄວສີ່ ແລະ ການປັບ DPI ໄດ້ສີ່ລະດັບ. ພາຍໃນຂອງເມົ້າຍັງໃສ່ optical engine ທີ່ມີຄວາມແມ້ນສູງເພື່ອໃຫ້ການຫຼິ້ນເກມນັ້ນບໍ່ມີສະດຸດ, ພ້ອມກັບການຕັດຄື້ນແມ່ເຫຼັກ ແລະສົ່ງສັນຍານໃຫ້ມີສະຖຽນນະພາບຫຼາຍຂຶ້ນ.

ໃນດ້ານລາຄາເອງຕອນນີ້ກໍຍັງບໍ່ມີການເປີດເຜີຍອອກມາເທື່ອ ແຕ່ກໍຄາດວ່າຈະບໍ່ແພງຫຼາຍ ຢ່າງໃດກໍຕາມຖ້າລາຄາປະກາດອອກມາແລ້ວຈະອັບເດດໂພສໃນພາຍຫຼັງ
ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...