Homeຂ່າວທ້ອງຖິ່ນທາງການແຂວງສະຫວັນນະເຂດ ຍຶດເງິນຄືນແລະຊັບສິນ ຈາກບັນດາພະນັກງານທຸຈະລິດ

ທາງການແຂວງສະຫວັນນະເຂດ ຍຶດເງິນຄືນແລະຊັບສິນ ຈາກບັນດາພະນັກງານທຸຈະລິດ

Published on

85E52D08-6E1C-4A3A-88B0-2FF0CFCDD596_w987_r1_s

ພິທີ ມອບ-ຮັບ ໜ້າທີ່ເຈົ້າແຂວງໆ ສະຫວັນນະເຂດ ລະຫວ່າງທ່ານ ສຸພັນ ແກ້ວມີໄຊ ຄົນເກົ່າແລະທ່ານ ສັນຕິພາບ ພົມວິຫານ ຄົນໃໝ່

ທາງການແຂວງສະຫວັນນະເຂດ ສາມາດຍຶດຄືນເງິນ ແລະຊັບສິນຈາກບັນດາພະນັກ ງານ ທຸຈະລິດ ໄດ້ເກືອບ 5 ຕື້ກີບ ຫລັງຈາກສະຫະລັດ ໄດ້ຝຶກອົບຮົມພະນັກງານກວດກາ ພັກ- ລັດໃນລາວແລ້ວນັ້ນ.

ກອງປະຊຸມສະຫລຸບວຽກງານກວດກາປະຈຳປີ 2016 ຂອງກະຊວງການເງິນ ລາຍງານ ການກວດກາສະພາບການສໍ້ລາດບັງຫຼວງ ໃນຂະແໜງການເງິນແຂວງສະຫວັນນະເຂດ ເມື່ອບໍ່ນານມານີ້ ວ່າ ໄດ້ກວດພົບການເບີກຈ່າຍ ທີ່ບໍ່ຖືກຕ້ອງຕາມລະບຽບການເງິນ ແລະ ມີການປອມແປງເອກະສານ ເພື່ອຫລົບລ່ຽງການສົ່ງລາຍຮັບເຂົ້າງົບປະມານ ຄິດເປັນມູນ ຄ່າລວມ ຫຼາຍກວ່າ 6 ຕື້ກີບ.

1A273E94-60FC-45A2-808A-D06221707E4F_w610_r0_s

ແຜນທີ່ ຈັດອັນດັບ ການສໍ້ລາດບັງຫຼວງ ໃນປະເທດ ຢູ່ຂົງເຂດອາຊີ

ທັງນີ້ ໂດຍຈາກການກວດກາດັ່ງກ່າວ ພົບວ່າພາກສ່ວນທີ່ເຮັດໃຫ້ເກີດການເສຍຫາຍ ຫຼາຍທີ່ສຸດ ກໍຄືການເກັບອາກອນບຸກເບີກສວນອ້ອຍ ທີ່ເມືອງໄຊບູລີ ດ້ວຍການປອມແປງ ໃບເກັບເງິນອາກອນ ແລ້ວມອບເຂົ້າງົບປະມານບໍ່ຄົບຖ້ວນ ຄິດເປັນມູນຄ່າການເສຍຫາຍ ຫຼາຍກວ່າ 3 ຕື້ກີບ ສ່ວນການເກັບອາກອນໄມ້ ຢູ່ດ່ານແດນສະຫວັນ ກໍມີການຍັກຍອກ ເອົາເງິນຂອງລັດໄປ ຫຼາຍກວ່າ 1 ຕື້ກີບ ເຊັ່ນດຽວກັນກັບ ການເກັບຄ່າທຳນຽມພາຫະນະ ແລະ ຜູ້ໂດຍສານຜ່ານສະພານມິດຕະພາບແຫ່ງທີ 2 ກໍປາກົດວ່າ ບໍ່ໄດ້ມີການສົ່ງລາຍຮັບ ຫຼາຍກວ່າ 1 ຕື້ກີບ ທັງຍັງກວດພົບເງິນຜິດດ່ຽງການເບີກຈ່າຍ ທີ່ບໍ່ມີເອກະສານຢັ້ງຢືນ ອີກຫຼາຍກວ່າ 885 ລ້ານກີບ ຊຶ່ງເປັນການຈັດຕັ້ງປະຕິບັດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ງົບປະມານແຫ່ງລັດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການອະທິບາຍວ່າ:

“ຕາມການລາຍງານຂອງການກວດສອບແຫ່ງລັດ ເຫັນວ່າ ໄດ້ມີການລະເມີດ ລະບຽບ ການເງິນຂອງຫົວໜ່ວຍງົບປະມານ ສ່ວນໃຫຍ່ແມ່ນມາຈາກ ການຂຶ້ນແຜນລາຍຮັບ- ລາຍຈ່າຍ ຂອງບາງຫົວໜ່ວຍງົບປະມານ ຍັງບໍ່ທັນສົມຄູ່ກັບທ່າແຮງ ທີ່ມີຕົວຈິງຂອງ ຕົນ ໂດຍສະເພາະແມ່ນລາຍຮັບວິຊາການ ເງິນກອງທຶນ ແຕ່ອັນທີ່ໜ້າເປັນຫ່ວງກວ່າ ໝູ່ ກໍຄືຫົວໜ່ວຍງົບປະມານ ຈຳນວນໜຶ່ງ ຍັງຖືເບົາການປະຕິບັດຕາມລະບຽບ ກົດ ໝາຍ ຍັງຄົງສືບຕໍ່ມີສອງລະບົບບັນຊີ ຊຶ່ງບໍ່ສອດຄ້ອງກັບມາດຕາ 6 ຂໍ້ 1 ຂອງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ.”

ແຕ່ຢ່າງໃດກໍຕາມ ກົມກວດກາການເງິນ ແລະຫ້ອງການກວດກາການເງິນ ແຂວງ ສະຫວັນນະເຂດ ໄດ້ດຳເນີນມາດຕະການຍຶດຄືນເງິນ ແລະ ຊັບສິນຈາກບັນດາ ພະນັກງານ ທຸຈະລິດ ດັ່ງກ່າວ ໄດ້ແລ້ວເກືອບເຖິງ 5 ຕື້ກີບ ຫຼືຄິດເປັນ 83 ເປີເຊັນ ຂອງ ການເສຍຫາຍທັງໝົດ ຊຶ່ງຖືວ່າ ມີປະສິດທິພາບສູງໃນການຈັດຕັ້ງປະຕິບັດດັ່ງກ່າວ ທີ່ເປັນຜົນຈາກການທີ່ສະພາ ທະນາຍຄວາມຂອງສະຫະລັດອາເມຣິການ ແລະ ສະຖານ ທູດສະຫະລັດ ປະຈຳ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ກັບພະນັກງານ 77 ຄົນຂອງຄະນະກວດກາສູນກາງພັກ-ລັດ ແລະ 37 ໜ່ວຍງານກ່ຽວຂ້ອງ ໃນທົ່ວປະເທດລາວ ເມື່ອບໍ່ນານມານີ້ ຢູ່ທີ່ນະຄອນວຽງຈັນ.

ໂດຍເປົ້າໝາຍສຳຄັນຂອງການຈັດການຝຶກອົບຮົມ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ອົງການກວດ ກາໃນລາວ ສາມາດນຳໃຊ້ກົດໝາຍເພື່ອຕ້ານການສໍ້ລາດບັງຫຼວງໄດ້ຢ່າງມີປະສິດທິພາບ ຮວມເຖິງການນຳໃຊ້ກົດໝາຍອື່ນໆ ແລະສົນທິສັນຍາຕ່າງໆ ທີ່ກ່ຽວຂ້ອງໃຫ້ໄດ້ ຢ່າງມີ ປະສິດທິຜົນນັ້ນ ແລະທີ່ສຳຄັນບັນດາພະນັກງານກວດກາຂອງລາວ ທັງ 77 ຄົນ ຍັງໄດ້ ຮຽນຮູ້ກ່ຽວກັບລະບົບ ແລະທັກຊະຕ່າງໆ ໃນການກວດກາ ການສືບສວນ-ສອບສວນ ແລະ ການກູ້ເອົາຊັບສິນຂອງລັດ ກັບຄືນມາອີກດ້ວຍ.

ໂດຍກ່ອນໜ້ານີ້ ຄະນະກວດກາສູນກາງພັກ-ລັດ ລາຍງານວ່າ ໃນຕະຫຼອດປີ 2015 ທີ່ຜ່ານມາ ໄດ້ດຳເນີນການກວດກາ 303 ໜ່ວຍງານເປົ້າໝາຍໃນ 11 ກະຊວງ 13 ແຂວງ ແລະ ນະຄອນວຽງຈັນ ພົບວ່າ ການສໍ້ລາດບັງຫຼວງຂອງບັນດາພະນັກງານພັກ-ລັດ ໃນ ທົ່ວປະເທດ ໄດ້ເຮັດໃຫ້ລັດຖະບານສູນເສຍ ລາຍຮັບ ແລະງົບປະມານ ໄປເປັນມູນຄ່າ ລວມເຖິງ 3,034.3 ຕື້ກີບ ຫຼື 373 ລ້ານໂດລາ ຊຶ່ງໃນນີ້ ກໍສາມາດຍຶດຄືນມາໄດ້ພຽງ 467.59 ຕື້ກີບ ຫຼື ຄິດເປັນ 15 ເປີເຊັນ ເທົ່ານັ້ນ.

ພ້ອມກັນນີ້ ຄະນະກວດກາສູນກາງພັກ-ລັດ ກໍໄດ້ດຳເນີນມາດຕະການລົງໂທດ ຕໍ່ພະນັກ ງານລັດ ຈຳນວນ 95 ຄົນ ທີ່ທຸຈະລິດ ແລະໄດ້ຍັກຍອກເອົາງົບປະມານຂອງລັດໄປ ຫຼາຍ ກວ່າ 242 ຕື້ກີບ ຊຶ່ງໃນນີ້ 62 ຄົນ ເປັນພະນັກງານຂອງແຂວງອຸດົມໄຊ 22 ຄົນ ເປັນ ພະນັກງານທະນາຄານແຫ່ງຊາດ ແລະ 11 ຄົນ ເປັນພະນັກງານໃນກະຊວງການເງິນ ຕາມລຳດັບ.

ຂໍ້ມູນຈາກ :

fwfwref

 

ບົດຄວາມຫຼ້າສຸດ

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...