Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 20 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 20 ກໍລະກົດ

Published on

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 7 ກໍລະກົດ ສຳລັບ Metal Gear ພາກທຳອິດ



ວັນທີ 20 ກໍລະກົດ ປີ 1990 ຫຼືມື້ນີ້ເມື່ອ 26 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Metal Gear 2: Solid Snake ເທິງເຄື່ອງ MSX ທີ່ປະເທດຍີ່ປຸ່ນ. ໂດຍ Metal Gear 2: Solid Snake ເປັນພາກຕໍ່ຂອງ Metal Gear ທີ່ລົງໃຫ້ກັບເຄື່ອງ MSX ແລະ Famicom ໃນປີ 1987 ເຊິ່ງທ່ານຮິເດໂອະ ໂຄຈິມ້າ ກໍຍັງຮັບໜ້າທີ່ເປັນໄດເຮັກເຕີ້, ເກມດີໄຊເນີ້ ແລະຄົນຂຽນພລ໋ອດເກມນີ້ແບບໝົດຍົກເຊັດເລີຍ ແຕ່ວ່າພາກນີ້ຈະມີຜູ້ຫຼິ້ນຈຳນວນບໍ່ຫຼາຍໄດ້ຫຼິ້ນກັນ ນັ້ນກໍເພາະວ່າເກມນີ້ວາງຈຳໜ່າຍສະເພາະເຄື່ອງ MSX ແຖມຍັງຂາຍສະເພາະເວີຊັ່ນຍີ່ປຸ່ນເທົ່ານັ້ນ. 

ເນື້ອເລືີອງຂອງພາກນີ້ຈະເປັນເຫດການໃນປີ 1999 ຫຼືພຽງບໍ່ຈັກປີຫຼັງຈາກເຫດການໃນພາກທຳອິດ ເມື່ອໂຊລິດ ສະເນກ (Solid Snake) ຕ້ອງແຝງໂຕເຂົ້າໄປໃນດິນແດນຂອງຂ້າເສິກທີ່ມີຊື່ວ່າ ຊັນຊິບາຣ໌ແລນ (Zanzibar Land) ເພື່ອຊ່ອຍເຫຼືອໂຕປະກັນທີ່ເປັນນັກວິທະຍາສາດເຊິ່ງຖືກລັກພາໂຕມາ ພ້ອມກັບມີອີກພາລະກິດຄືທຳລາຍຫຸ່ນ Metal Gear D ຖິ້ມໃຫ້ບໍ່ເຫຼືອຊາກ.

ໃນສ່ວນຂອງລະບົບເກມ Metal Gear 2: Solid Snake ຈະເປັນວິວັດທະນາການລະບົບຈາກພາກທຳອິດໃນທຸກໆດ້ານ ໂດຍສິ່ງທີ່ປ່ຽນໄປຈາກເກົ່າຫຼາຍທີ່ສຸດຄືຄວາມສາມາດຂອງພວກທະຫານສັດຕູ ໂດຍໃນພາກທຳອິດ ພວກທະຫານມັນຈະມີໄລຍະໃນການເບິ່ງເປັນເສັ້ນຊື່ເທົ່ານັ້ນ ແຕ່ໃນພາກ 2 ນີ້ລັດສະໝີຂອງພວກມັນຈະເພີ່ມເປັນ 45° ແຖມຍັງມີການຫັນໜ້າໄປມາເປັນໄລຍະແລະຍັງຍ່າງຂ້າມສາກໄປມາໄດ້ນຳ ອີກທັງທະຫານໃນພາກນີ້ຈະສາມາດໄດ້ຍິນສຽງຕີນຂອງເຮົາເວລາແລ່ນຫຼືເຄາະກຳແພງເຊັ່ນກັນ. ນອກຈາກນີ້ກໍຈະມີອາວຸດໃໝ່ໆມາໃຫ້ໃຊ້ເມື່ອຫຼິ້ນໄປໄກເຖິງຈຸດໜຶ່ງ ແລະແຕ່ລະອາວຸດກໍຈະມີລູກຫຼິ້ນໃຫ້ເຮົານຳມາປະຍຸກໃຊ້ໃນການກຳຈັດສັດຕູໄດ້ອີກນຳ. 

Fact ເລັກນ້ອຍກ່ຽວກັບເກມ Metal Gear 2: Solid Snake

  • ໃນລະຫວ່າງທີ່ຫຼິ້ນເກມໃຫ້ເຮົາໃຊ້ໄອເທັມຢາສູບ (Cigarettes) ຈາກເມນູ ເພື່ອຈັບຂຶ້ນມາສູບ ຈາກນັ້ນໃຫ້ເຂົ້າໄປທີ່ວິທະຍຸສື່ສານ ຈູນຄື້ນໄປທີ່ 140.07 ເຮົາຈະສາມາດຟັງເພງ Soundtrack ທັງໝົດຂອງໂຕເກມໄດ້.

  • ເມື່ອຫຼິ້ນເກມໄປຮອດຊ່ວງໜຶ່ງ ເຮົາຈະໄດ້ໄອເທັມ Zanzibar Land Brooch ຈາກ Nastasha ມາພໍໄດ້ມາແລ້ວກໍໃຫ້ໄປທີ່ຫ້ອງຊາວນ້າແລ້ວຢູ່ໃນນັ້ນຈົນໄອເທັມປ່ຽນສະພາບເປັນກະແຈ ເມື່ອສຳເລັດແລ້ວໃຫ້ໄປທີ່ໂຮງນອນຂອງທະຫານໃນ Zanzibar Land Fortress ພາຍໃນນັ້ນຈະມີລ໋ອກເກີ້ຢູ່ ເຊິ່ງເຮົາສາມາດໃຊ້ກະແຈທີ່ຫາກ່ອນໄດ້ມາໄຂລ໋ອກເກີ້ນີ້ໄດ້ ເມື່ອເປີດລ໋ອກເກີ້ແລ້ວຈະໄດ້ເທບຄາສເຊັດມາກໍ້ໜຶ່ງ ໂດຍເທບທີ່ເວົ້ານີ້ຈະໃຊ້ລໍ້ຄວາມສົນໃຈຂອງທະຫານ Zanzibar Land ເພື່ອລອບຂ້າໄດ້ (ແຕ່ຖ້າເຮົາອອກຈາກພື້ນທີ່ນັ້ນໄປໂຊນອື່ນເທບຈະຫາຍໄປທັນທີ)

  • ໂຕເກມ Metal Gear 2: Solid Snake ລວມເຖິງພາກກ່ອນໜ້ານີ້ເຊິ່ງເປັນພາກທຳອິດຂອງຊີຣີນີ້ທີ່ໃຊ້ຊື່ວ່າ Metal Gear ໄດ້ຖືກຍັດລົງເປັນເກມແຖມໃນແຜ່ນພິເສດ ສຳລັບຜູ້ທີ່ຊື້ ຊຸດ Limited ຂອງເກມ Metal Gear Solid 3: Subsistence ເທົ່ານັ້ນ ໂດຍໃນເວີຊັ່ນທີ່ເອົາມາລົງໃນຊຸດ Limited ນີ້ກໍມີການແປເມນູແລະບົດເວົ້າໂຕລະຄອນໝົດເກມເປັນພາສາອັງກິດຢ່າງເປັນທາງການນຳ. 

  • Metal Gear 2: Solid Snake ໄດ້ຮັບຄຳຍ້ອງຈາກນັກວິຈານຫຼາກຫຼາຍໃນດ້ານເນື້ອເລື່ອງຂອງເກມທີ່ມີຄວາມເລິກເຊິ່ງ ພ້ອມສອດແຊກປະເດັນລ້ຳສະໄໝ ມາຈົນເຖິງລະບົບເກມກໍຍັງມີມິຕິກວ່າເກມລະດັບ 8-Bit ອື່ນໆທົ່ວໄປເລືອກຈະນຳສະເໜີກັນ ແຕ່ໃນດ້ານຍອດຂາຍພັດຂ້ອນຂ້າງຈະສວນທາງກັບກະແສດ້ານບວກຂອງເກມ ໂດຍສາເຫດຫຼັກໆກໍຄືພາກນີ້ວາງຈຳໜ່າຍພຽງແຕ່ເຄື່ອງ MSX ໃນຂະນະທີ່ຕອນນັ້ນເຄື່ອງ Famicom ກຳລັງເປັນເຄື່ອງທີ່ມີຄວາມນິຍົມສູງສຸດແລະຖານຜູ້ຫຼິ້ນກໍຢູ່ກັບເຄື່ອງດັ່ງກ່າວນັ້ນເອງ. 

ທີ່ມາ:online station

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...