spot_img
Homeຂ່າວພາຍ​ໃນນັກທ່ອງທ່ຽວເຂົ້າຊົມເມືອງມໍລະດົກໂລກແລ້ວ 3 ແສນກວ່າຄົນ ສ້າງລາຍຮັບກວ່າ 8 ຮ້ອຍຕື້ກີບ

ນັກທ່ອງທ່ຽວເຂົ້າຊົມເມືອງມໍລະດົກໂລກແລ້ວ 3 ແສນກວ່າຄົນ ສ້າງລາຍຮັບກວ່າ 8 ຮ້ອຍຕື້ກີບ

Published on

ຫຼວງພະບາງເມືອງມໍລະດົກໂລກ ໄດ້ກາຍເປັນສະເໜດຶງດູດນັກທ່ອງທ່ຽວຈາກທົ່ວທຸກມຸມໂລກໃຫ້ມາທ່ຽວຊົມທຸກໆລະດູການ ໂດຍໄດ້ສ້າງສີສັນ ໃຫ້ເມືອງມໍລະດົກໂລກບໍ່ມີຍາມງຽບເຫົງາມີບັນຍາກາດຄຶກຄື້ນຕະຫຼອດເວລາ ຊຶ່ງພຽງເຄິ່ງປີເທົ່ານັ້ນມີນັກທ່ອງທ່ຽວເຂົ້າມາທ່ຽວຊົມເຖິງ 3 ແສນກວ່າຄົນສາມາດສ້າງລາຍຮັບໄດ້ກວ່າ 8 ຮ້ອຍຕື້ກີບ.

ທ່ານ ສຸລິິທິບ ໜໍ່ຄູນຜົນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງພະບາງໃຫ້ຮູ້ບໍ່ ດົນມານີ້ວ່າ: ໃນໄລຍະ 6 ເດືອນຕົ້ນສົກ ປີ 2015-2016 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼວງພະບາງທັງໝົດ 324.424 ຄົນ ທຽບໃສ່ໄລຍະດຽວກັນ ຂອງສົກປີຜ່ານມາເພີ່ມຂຶ້ນ 28.843 ຄົນ ເທົ່າກັບ 9,75% ໃນນັ້ນ ເປັນນັກທ່ອງທ່ຽວສາກົນ 238.558 ຄົນ, ນັກທ່ອງທ່ຽວພາຍໃນມີ 85.866 ຄົນ ສາມາດສ້າງລາຍຮັບໄດ້ທັງໝົດ 800 ຕື້ກວ່າກີບ ຫຼື ປະມານ 100 ລ້ານກວ່າໂດລາ.
ປະຈຸບັນພາຍໃນແຂວງຫຼວງພະບາງ ມີແຫຼ່ງທ່ອງທ່ຽວຮອງຮັບນັກທ່ອງທ່ຽວທັງໝົດ 228 ແຫ່ງ ໃນນັ້ນ ມີແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ 108 ແຫ່ງ, ວັດທະນະທຳ 86 ແຫ່ງ ແລະປະຫວັດສາດ 34 ແຫ່ງ ໂດຍຈຳນວນແຫຼ່ງທ່ອງທ່ຽວດັ່ງກ່າວ ທາງອຳນາດການປົກຄອງແຂວງຫຼວງພະບາງໄດ້ກຳນົດ ແລະຄັດເລືອກເອົາແຫຼ່ງທ່ອງທ່ຽວທີ່ເປັນບຸລິມະສິດສຳຄັນ ຈຳນວນ 20 ແຫ່ງຄື: ຕາດກວາງຊີ, ວັດຊຽງທອງ, ບ້ານຈ່ານ, ບ້ານຊ່າງໄຫ, ວັດຈອມເພັດ, ຖ້ຳຕິ່ງ, ຫໍພິພິທະພັນ, ທາດພູສີ, ຕາດແສ້ ແລະອື່ນໆ.
ນອກນີ້ ບັນດາແຫຼ່ງທ່ອງທ່ຽວດັ່ງກ່າວຍັງສາມາດສ້າງລາຍຮັບເພີ່ມໃຫ້ ແກ່ປະຊາຊົນໃນທ້ອງຖິ່ນກໍຄືປະຊາຊົນ ຢູ່ເຂດອ້ອມແອ້ມແຫຼ່ງທ່ອງທ່ຽວ, ຊຶ່ງໄດ້ສ້າງເງື່ອນໄຂ ແລະສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ, ກະຕຸກຊຸກຍູ້ໃຫ້ມີການຜະລິດສິນຄ້າ ເພື່ອຮັບໃຊ້ການ ທ່ອງທ່ຽວນັບມື້ຂະຫຍາຍຕົວເປັນຕົ້ນ ແມ່ນການຜະລິດຫັດຖະກຳ, ຫຍິບປັກຖັກແສ່ວ, ຕ່ຳຫູກທໍໄໝ, ຜະລິດເຈັ້ຍສາ, ຊ້ານ້ຳກ້ຽງ, ການປຸງແຕ່ງອາຫານ, ການປູກຝັງ-ລ້ຽງສັດເປັນສິນຄ້າ ກໍມີການຂະຫຍາຍຕົວອັນພົ້ນເດັ່ນແມ່ນ ໄດ້ມີກຸ່ມການລ້ຽງສັດ, ກຸ່ມການປູກພືດຜັກທີ່ສະອາດປອດສານຜິດເພື່ອຮັບໃຊ້ ການທ່ອງທ່ຽວ ຊຶ່ງໄດ້ສ້າງລາຍຮັບທີ່ເປັນຮູບປະທຳໃຫ້ແກ່ປະຊາຊົນນັບມື້ນັບເພີ່ມຂື້ນ.
ຊຶ່ງປະຈຸບັນ ປະຊາຊົນຊາວຫຼວງພະບາງມີລາຍຮັບສະເລ່ຍຕໍ່ຫົວຄົນ 12 ລ້ານກວ່າກີບ ປະມານ 1.532 ໂດລາສະຫະລັດຕໍ່ຄົນຕໍ່ປີ, ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ ໂດຍສະເພາະແມ່ນປະຊາຊົນໃນເທສະບານເມືອງຫຼວງພະບາງມີລາຍຮັບສະເລ່ຍຕໍ່ຫົວຄົນແມ່ນຫລາຍກວ່າ 2.000 ໂດລາສະຫະລັດຕໍ່ຄົນຕໍ່ປີ, ເຮືອນຊານບ້ານຊ່ອງທີ່ຢູ່ອາໄສໄດ້ມີການບູລະນະປົວແປງ ແລະກໍ່ສ້າງໃຫ້ມີຄວາມຈົບງາມຂຶ້ນເລື້ອຍໆ.
ພ້ອມດຽວກັນນັ້ນພື້ນຖານໂຄງລ່າງກໍໄດ້ຮັບການກໍ່ສ້າງ ແລະປັບປຸງໃຫ້ມີຄວາມສະດວກສະບາຍ ແລະຈົບງາມເປັນຕົ້ນແມ່ນຢູ່ເຂດທີ I ຂອງມໍລະດົກ ແລະແຫຼ່ງທ່ອງທ່ຽວຫຼາຍແຫ່ງເພື່ອຮອງຮັບການມາຢ້ຽມຢາມ-ທ່ຽວຊົມຂອງນັກທ່ອງທ່ຽວລວມເຖິງເມືອງມໍລະດົກໂລກກໍໄດ້ຮັບການປັບປຸງປົວແປງໃຫ້ມີຄວາມຈົບງາມດີຂື້ນກາຍເປັນສະເໜດຶງດູດການທ່ອງທ່ຽວໃຫ້ມີບັນຍາກາດຄຶກຄື້ນຢູ່ຕະຫຼອດລະດູການ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...