spot_img
Homeຂ່າວຕ່າງປະເທດອີ​ຢູກຽມ​ຫາລື​ການ​ຄ້າ​ເສລີ​ກັບ​ອິນ​ໂດ​ເນ​ເຊຍ

ອີ​ຢູກຽມ​ຫາລື​ການ​ຄ້າ​ເສລີ​ກັບ​ອິນ​ໂດ​ເນ​ເຊຍ

Published on

ຢູ່​ທີ່​ກອງ​ປະຊຸມ​ອີ​ຢູ​ເຫັນ​ດີ​ເດີນ​ໜ້າ​ແຜນການ​ເຈລະຈາ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັບ​ອິນ​ໂດ​ເນ​ເຊຍ​ຄາດ​ຄະ​ເນ​ວ່າ​ຈະ​​ເລີ່​ມ​ໄດ້​ໃນ​ທ້າຍ​ປີ​ນີ້.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ກອງ​ປະຊຸມ 28 ປະ​ເທດ​ສະມາຊິກ​ສະຫະພາບ​ເອີຣົບ (ອີ​ຢູ) ​ເຫັນ​ດີ​ກຽມ​ເດີນ​ໜ້າ​ເຈລະຈາ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັບ​ອິນ​ໂດ​ເນ​ເຊຍ ຄາດ​ຄະ​ເນ​ວ່າ ຈະ​ເລີ່​ມ​ໄດ້​ພາຍ​ໃນ​ທ້າຍ​ປີ​ນີ້ ຊຶ່ງ​ທັງ​ສອງ​ຝ່າຍ​ມີ​ຂະໜາດ​ຕະຫຼາດ​ລວມກັນ​ມີ​ຜູ້​ບໍ​ໂພ​ກຈຳນວນ 750 ລ້ານ​ຄົນ ​ໂດຍ​ອີ​ຢູ່​ມີ​ສະຖານະ​ເປັນ​ຄູ່​ຄ້າ​ລາຍ​ໃຫຍ່​ອັນ​ດັບ 4 ຂອງ​ອິນ​ໂດ​ເນ​ເຊຍ ຂະນະ​ທີ່​ອິນ​ໂດ​ເນ​ເຊຍ​ເປັນ​ຄູ່​ຄ້າ​ອັນ​ດັບ 5 ຂອງ​ອີ​ຢູ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ເປັນອັນ​ດັບ 30 ຂອງ​ໂລກ. ​ແຜນການ​ເຈລະຈາ​ດັ່ງກ່າວ​ມີ​ຂຶ້ນ​ທ່າມກາງ​ຄວາມ​ລະ​ແວງ​ຂອງ​ສາທາ​ລະນະ​ຊົນ​ຕໍ່​ນະ​ໂຍບາຍ​ດ້ານການ​ຄ້າ​ຂອງ​ອີ​ຢູວ່າ ຈະ​ສາມາດ​ຫາ​ປະ​ໂຫຍ​ດຈາກ​ໂລກາ​ວິວັດ​ໄດ້​ຈິງ​ຫຼື​ບໍ່ ​ໂດຍ​ຂໍ້​ຕົກລົງ​ລະຫວ່າງ​ອີ​ຢູ ​ແລະ ກາ​ນາ​ດາ​ກຳລັງ​ປະ​ເຊີນ​ຄວາມ​ສ່ຽງ​ກັບ​ຄວາມບໍ່​ແນ່ນອນ​ໃນ​ຂະ​ບວນການ​ຮັບຮອງ​ລະຫວ່າງ​ສະມາຊິກ 28 ປະ​ເທດ ຂະນະ​ທີ່​ຂໍ້​ຕົກລົງ​ກັບ​ອາ​ເມ​ລິ​ກາ​ກໍ່​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ອາດ​ຖືກ​ໂຈະ​ໄວ້​ກ່ອນ.

ນອກຈາກ​ອິນ​ໂດ​ເນ​ເຊຍ ​ແລະ ປະ​ເທດ​ສະມາຊິກ​ອາ​ຊຽນທີ່​ມີ​ການ​ເຈລະຈາ​ເລື່ອງ​ວຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັບ​ອີ​ຢູ​ແລ້ວ​ມີ​ຄື: ຟິລິບ​ປິນ, ມາ​ເລ​ເຊຍ, ​ໄທ ຂະນະ​ທີ່​ການ​ເຈລະຈາ​ສະຫຼຸບ​ລົງ​ແລ້ວ​ຄື​ສິງກະ​ໂປ​ໃນ​ປີ 2014 ​ແລະ ສສ ຫວຽດນາມ​ໃນ​ປີ 2015 ​ໂດຍ​ແຜນການ​ເຈລະຈາ​ການ​ຄ້າ​ກັບ​ອາ​ຊຽນທັງ​ກຸ່ມ​ໄດ້​ຖືກ​ລໍ​ຕົວ​ອອກ​ໄປ ​ແລະ ຫັນ​ໄປ​ມຸ້ງ​ເນັ້ນ​ການ​ເຮັດ​ຂໍ້​ຕົກລົງ​ແບບ​ທະວີ​ພາຄີ​ລາຍ​ປະ​ເທດ ​ເພື່ອ​ເປັນ​ຮາກ​ຖານ​ໄປ​ສູ່​ຂໍ້​ຕົກລົງ​ອີ​ຢູ-ອາ​ຊຽນ​ໃນ​ອະນາຄົດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...