Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານ 10 ຢ່າງ ຄວນກິນຫຼັງອອກກຳລັງກາຍ

ອາຫານ 10 ຢ່າງ ຄວນກິນຫຼັງອອກກຳລັງກາຍ

Published on

ຫຼາຍຄົນທີ່ອອກກຳລັງກາຍ ຫຼື ຫຼຸດນ້ຳໜັກອາດເຂົ້າໃຈຜິດວ່າ ຫຼັງຈາກອອກກຳລັງກາຍແລ້ວນັ້ນ

ບໍ່ຄວນທີ່ຈະຮັບປະທານອາຫານປະເພດໃດໆເພາະຈະເຮັດໃຫ້ຕຸ້ຍ, ແຕ່ໃນຄວາມເປັນຈິງແລ້ວ

ຫຼັງຈາກອອກກຳລັງກາຍນີ້ແຫຼະ ເປັນຊ່ວງເວລາທີ່ຮ່າງກາຍ ຕ້ອງການອາຫານຢ່າງເຊັ່ນ: ນ້ຳ,

ໂປຣຕີນ ແລະ ຄາໂບໄຮເດຣດ ເປັນຢ່າງຍິ່ງ ເພື່ອໃຊ້ໃນການທົດແທນການສູນເສຍ ແລະ ເສີມ

ສ້າງກ້າມເນື້ອນັ້ນເອງ.

 

ລອງມາເບິ່ງວ່າ ອາຫານທີ່ຄວນຮັບປະທານຫຼັງຈາກອອກກຳລັງກາຍນັ້ນ ມີອາຫານປະເພດໃດແດ່,

ແຕ່ກ່ອນຈະກິນສິ່ງໃດເຂົ້າໄປນັ້ນ ກໍຕ້ອງຂຶ້ນຢູ່ກັບປະລິມານແກລໍຣີທີ່ເຮົາໄດ້ຮັບເຂົ້າໄປ, ອາດຈະ

ກິນແບບບໍ່ໃຫ້ຫຼາຍ ຫຼື ໜ້ອຍເກີນໄປຈະດີທີ່ສຸດ ແລະ ທີ່ສຳຄັນ ຄວນຮັບປະທານຫຼັງການອອກກຳ

ລັງກາຍສຳເລັດແລ້ວ 30 ນາທີຂຶ້ນໄປ ເພື່ອຈະໄດ້ບໍ່ເປັນພາລະໜັກໜ່ວງໃຫ້ແກ່ຮ່າງກາຍຂອງຕົນເອງ.

 

1.  ໄຂ່

ໄຂ່ໜ່ວຍນ້ອຍໆທີ່ເຮົາເຫັນຢູ່ນັ້ນ ແມ່ນອຸດົມໄປດ້ວຍທາດໂປຣຕີນເຖິງ 6.3 ກຣາມ ແລະ ໃນໜ່ວຍ

ໜຶ່ງກໍມີພຽງ 70 ແກລໍຣີເທົ່ານັ້ນ ເຊິ່ງເອີ້ນໄດ້ວ່າ ໄຂ່ ເປັນໜຶ່ງໃນອາຫານຈາກທຳມະຊາດໄດ້ເປັນຢ່າງດີ

ຈິ່ງບໍ່ແປກໃຈທີ່ເຮົາມັກຈະເຫັນຜູ້ທີ່ຄວບຄຸມນ້ຳໜັກ ຫຼື ແມ່ນແຕ່ນັກເພາະກາຍກໍມັກຈະກິນໄຂ່ກັນ

ເປັນພິເສດ, ເພາະມີປະໂຫຍດລ້ວນໆແບບນີ້ ນັກອອກກຳລັງກາຍຈິ່ງບໍ່ຄວນພາດ.

557000006551201

2. ນ້ຳສົ້ມຄັ້ນສົດ

ນອກຈາກທ່ານຈະໄດ້ວິຕາມິນຊີ ໃນນ້ຳສົ້ມຄັ້ນແລ້ວ ຍັງຈະໄດ້ຮັບຄຸນປະໂຫຍດຈາກທາດໂປຕາສ

ຊຽມ ເຊິ່ງສາມາດຊ່ວຍໃຫ້ຮ່າງກາຍຂອງເຮົາສົດຊື່ນຂຶ້ນມາ, ນ້ຳສົ້ມຄັ້ນ ຈິ່ງເປັນສິ່ງທີ່ຄວນດື່ມພາຍ

ຫຼັງຈາກການອອກກຳລັງກາຍ.

557000006551202

3.  ໝາກກ້ວຍ

ກ້ວຍ ຈັດເປັນອາຫານທີ່ມີຄຸນຄ່າທາງໂພສະນາການສູງຢ່າງຍິ່ງ ເນື່ອງຈາກອຸດົມໄປດ້ວຍທາດໂປຣ

ຕີນ, ຄາໂບໄຮເດຣດ, ຟອສຟໍຣັສ, ທາດເຫຼັກ, ວິຕາມິນເອ ອີກທັງຍັງມີແມກນິຊຽມ ແລະ ທີ່ສຳ

ຄັນນັ້ນ ຄາໂບໄຮເດຣດໃນກ້ວຍ ສາມາດດູດຊຶມໄດ້ຢ່າງວ່ອງໄວ ເມື່ອຮັບປະທານເຂົ້າໄປແລ້ວຫຼັງ

ຈາກການອອກກຳລັງກາຍ ຈິ່ງສາມາດຊ່ວຍເສີມສ້າງກ້າມເນື້ອ ແລະ ຟືນຟູຮ່າງກາຍໄດ້ດີຫຼາຍ.

557000006551203

4.  ປາແຊວມອນ

ການກິນປາແຊວມອນນັ້ນ ຮ່າງກາຍບໍ່ພຽງແຕ່ຈະໄດ້ຮັບໂປຣຕີນ, ແຕ່ຍັງຈະໄດ້ຮັບສານ

ໂອເມກ້າ 3 ອີກດ້ວຍ ເຊິ່ງສານໂອເມກ້າ 3 ທີ່ພົບໃນປາແຊວມອນນັ້ນ ຍັງສາມາດຊ່ວຍສ້າງກ້າມ

ເນື້ອ ແລະ ເພີ່ມປະສິດທິພາບໃນການເຮັດວຽກຂອງກ້າມເນື້ອໃຫ້ຫຼາຍຂຶ້ນອີກດ້ວຍ.

557000006551204

5.  ບລູເບີຣີ

ບລູເບີຣີ ເປັນໝາກໄມ້ທີ່ມີສານຕ້ານອະນຸມູນອິດສະຫຼະຂ້ອນຂ້າງສູງ ເຊິ່ງມີທີມງານວິໄຈ

ອອກມາວ່າ ບລູເບີຣີ ສາມາດຊ່ວຍເພີ່ມອັດຕາການຟື້ນຕົວຫຼັງຈາກການອອກກຳລັງກາຍໜັກໆໄດ້.

557000006551205

6.  ຖົ່ວ ແລະ ໝາກໄມ້ອົບແຫ້ງ

ຫາກທ່ານເກີດຢາກກິນແບບຂະໜົມຫຼັງຈາກອອກກຳລັງກາຍ ກໍນຶກເຖິງປະເພດຖົ່ວ ແລະ

ໝາກໄມ້ອົບແຫ້ງເປັນອັນດັບທຳອິດ, ເພາະເນື່ອງຈາກວ່າທັງສອງສິ່ງທີ່ກ່າວເຖິງຢູ່ນີ້ ມີໂປຣຕີນ

ແລະ ຄາໂບໄຮເດຣດ ທີ່ຮ່າງກາຍສາມາດດູດຊຶມໄດ້ຢ່າງວ່ອງໄວ, ດັ່ງນັ້ນ ຫຼັງຈາກອອກກຳລັງກາຍ

ຄວນຈະກິນສິ່ງເຫຼົ່ານີ້ປະມານ 1 ຫຼື 2 ກຳມື ເຊິ່ງຖົ່ວມີປະໂຫຍດຕໍ່ການສ້າງກ້າມເນື້ອຫຼາຍທີ່ສຸດນັ້ນ

ແມ່ນປະເພດຖົ່ວເຫຼືອງ ເພາະເຄິ່ງຖ້ວຍຂອງຖົ່ວເຫຼືອງ ມີໂປຣຕີນສູງເຖິງ 34 ກຣາມ.

557000006551206

7.  ໝາກນັດ

ໝາກນັດ ຖືໄດ້ວ່າເປັນໝາກໄມ້ທີ່ມີວິຕາມິນຊີສູງ ອີກທັງໃນໝາກນັດ ຍັງມີສານ ບຣໍມີເລນ

(Bromelain) ເຊິ່ງສານນີ້ ນອກຈາກຈະຊ່ວຍຍ່ອຍໂປຣຕີນໄດ້ແລ້ວ ຍັງສາມາດຊ່ວຍຕ້ານການ

ອັກເສບ, ຮັກສາອາການຟົກຊ້ຳ ແລະ ເຄັດຂໍ້ໄດ້ເປັນຢ່າງດີ, ທີ່ສຳຄັນວິຕາມິນຊີໃນໝາກນັດ

ຍັງເປັນອົງປະກອບສຳຄັນໃນການຊ່ວຍທົດແທນເນື້ອເຍື່ອ ທີ່ສູນເສຍຈາກການອອກກຳລັງ

ກາຍອີກດ້ວຍ.

557000006551207

8.  ມັນດ້າງ

ມັນດ້າງ ຖືເປັນອາຫານເພື່ອສຸຂະພາບທີ່ດີເລີດກໍວ່າໄດ້ ເພາະໃນມັນດ້າງແມ່ນປະກອບໄປ

ດ້ວຍວິຕາມິນຕ່າງໆຢ່າງຫຼວງຫຼາຍ ເຊັ່ນ: ວິຕາມິນ ບີ 6, ວິຕາມິນຊີ, ວິຕາມິນດີ, ແມກນິຊຽມ,

ໂປຕາສຊຽມ ແລະ ຄາໂບໄຮເດຣດ ເຊິ່ງເໝາະຢ່າງຍິ່ງທີ່ຈະນຳມາຮັບປະທານ ຫຼັງຈາກການ

ອອກກຳລັງກາຍແລ້ວ.

557000006551208

9.  ໝາກກີວີ

ກີວີ ເປັນໝາກໄມ້ອີກຊະນິດໜຶ່ງ ທີ່ອຸດົມໄປດ້ວຍວິຕາມິນຊີ ແລະ ໂປຕາສຊຽມ ທີ່ມີສ່ວນ

ຊ່ວຍຕ້ານອະນຸມູນອິດສະຫຼະ ສາມາດເສີມສ້າງກ້າມເນື້ອພາຍຫຼັງການອອກກຳລັງກາຍໄດ້ດີ

ບໍ່ແພ້ອາການຊະນິດອື່ນໆ.

557000006551209

10.  ນ້ຳດື່ມ

ຜິວສູນເສຍຄວາມຊຸ່ມຊື່ນ ອາດເກີດຂຶ້ນໄດ້ຫຼັງຈາກທີ່ເຮົາອອກກຳລັງກາຍ, ດັ່ງນັ້ນ ເພື່ອເຮັດ

ໃຫ້ຄວາມສົດຊື່ນກັບຄືນມາ ຫຼັງຈາກອອກກຳລັງກາຍ ໃຫ້ສັງເກດເບິ່ງວ່າ ນ້ຳໜັກຂອງຕົນເອງ

ຫຼຸດໄປເທົ່າໃດ ຫາກຫຼຸດໄປເທົ່າໃດ ກໍໃຫ້ດື່ມນ້ຳກັບໄປເທົ່ານັ້ນ ເຊິ່ງປະລິມານນ້ຳທີ່ແນະນຳ

ແມ່ນໃຫ້ດື່ມຫຼັງອອກກຳລັງກາຍປະມານ 2 – 3 ຈອກ ກໍເໝາະສົມ.

557000006551210

 

ຂໍ້ມູນຈາກ: Manager Online

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...