spot_img
Homeຂ່າວການພັດທະນາດັດ­ສົມ​ມາດ­ຕະ­ຖານ ເຮັດ​ໃຫ້​ໂຮງ­ງານ​ຂະ​ໝາດນ້ອຍ​ທົ່ວ​ປະ­ເທດ​ຫຼຸດ​ລົງ

ດັດ­ສົມ​ມາດ­ຕະ­ຖານ ເຮັດ​ໃຫ້​ໂຮງ­ງານ​ຂະ​ໝາດນ້ອຍ​ທົ່ວ​ປະ­ເທດ​ຫຼຸດ​ລົງ

Published on

ການ​ດັດ­ສົມ​ໂຮງ­ງານ​ໃຫ້​ໄດ້​ມາດຕະ​ຖານ ແລະ​ປັບ­ປຸງ​ເພື່ອ​ຂະ­ຫຍາຍ​ການຜະ­ລິດ​ຈາກ​ໂຮງ­ງານ​ຂະ­ໜາດ​ນ້ອຍ​ມາເປັນ​ໂຮງ­ງານ​ຂະ­ໜາດ​ກາງ ແລະ​ໃຫຍ່ ໄດ້​ເຮັດ​ໃຫ້​ໂຮງ­ງານ​ຂະ­ໜາດ​ນ້ອຍ ແລະ ຄອບ­ຄົວ​ຢູ່​ລາວ​ມີ​ຈຳ­ນວນ​ຫຼຸດ​ລົງ ຂະ­ນະທີ່​ປະ­ຈຸ​ບັນ​ທົ່ວ​ປະ­ເທດ​ມີ​ໂຮງ­ງານ​ຂະໜາດ​ນ້ອຍ​ທັງ​ໝົດ 6 ພັນ​ກວ່າ​ແຫ່ງ ສ່ວນ​ແບບ​ຄອບ­ຄົວ​ມີ 21 ພັນ​ກວ່າ​ແຫ່ງ ຈາກ​ຈຳ­ນວນ​ໂຮງ­ງານ​ທຸກ​ຂະ­ໜາດ​ມີ​ທັງໝົດ​ເກືອບ 30 ພັນ​ກວ່າ​ແຫ່ງ​ໃນ​ທົ່ວ​ປະເທດ.

ວັນ​ທີ 18-19 ກໍ­ລະ­ກົດ 2016 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ການ​ຈັດ​ກອງປະ­ຊຸມ​ປະ­ຈຳ​ປີ 2016 ຂອງ​ຂະ­ແໜງ​ອຸດ ສາ​ຫະ​ກຳ ແລະ​ການ​ຄ້າ (ອຄ) ຂຶ້ນ ໂດຍ​ເຂົ້າ​ຮ່ວມ​ເປັນ​ປະ­ທານ​ຂອງ​ທ່ານ ນາງ ເຂັມ​ມະ­ນີ ພົນ​ເສ­ນາ ລັດ​ຖະ​ມົນ
ຕິ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ, ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ, ພ້ອມ​ດ້ວຍ​ຜູ້ແທນ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການຄ້າ​ທີ່​ມາ​ຈາກ 18 ແຂວງ​ທົ່ວ​ປະ­ເທດ ແລະ​ກະ­ຊວງ​ກ່ຽວ­ຂ້ອງເຂົ້າ​ຮ່ວມ.

ທ່ານ​ ນາງ ເຂັມ​ມະ­ນີ ພົນ​ເສ­ນາ ໄດ້ກ່າວ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານໃນ​ໄລ­ຍະ​ຜ່ານ​ມາ​ໂດຍ​ສະ­ເພາະສົກ​ປີ 2014-2015 ຊຶ່ງ​ເຫັນ​ວ່າ​ຍອດ​ມູນ​ຄ່າ ການ​ຜະ­ລິດ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ແລະ ຫັດ­ຖະ­ກຳ​ທົ່ວ​ປະ­ເທດ​ປະ­ຕິ­ບັດ​ໄດ້ 5.462ຕື້​ກີບ, ຖ້າ​ທຽບ­ໃສ່​ສົກ​ປີ 2013-2014 ອັດ­ຕາ​ການ​ຂະ­ຫຍາຍ­ຕົວ​ສະ­ເລ່ຍ 1,2% ໃນ​ນີ້ ອຸດ­ສາ­ຫະ­ກຳ​ທີ່​ເດັ່ນ​ກວ່າ​ໝູ່​ແມ່ນ ອຸດ­ສາ­ຫະ­ກຳ​ຜະ­ລິດ​ເຄື່ອງ​ດື່ມ​ກວມ​ເອົາ 42,98%, ຜະ­ລິດ​ຕະ​ພັນ​ສະ­ບຽງ​ອາຫານ​ກວມ 21,27%, ການ​ປະ­ກອບ​ລົດໃຫຍ່, ລົດ­ຈັກ ແລະ​ຜະ­ລິດ​ອາ​ໄຫຼ່​ຕ່າງໆ ກວມ 5,9%, ການ​ຜະ­ລິດ​ຜະ­ລິດ​ຕະ​ພັນຈາກ​ແຮ່​ທາດ​ທີ່​ບໍ່​ແມ່ນ​ໂລ­ຫະ​ກວມ 4,6%, ພ້ອມ​ນີ້, ໄດ້​ເອົາ­ໃຈ­ໃສ່​ໃນ​ການ­ຈັດ­ຕັ້ງ ແລະ​ປັບ­ປຸງ​ນິ­ຕິ​ກຳ​ໃຫ້​ສອດ­ຄ່ອງ​ກັບ​ສະພາບ​ຕົວ​ຈິງ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກໃຫ້​ແກ່​ພາກ​ທຸ­ລະ​ກິດ, ດັດ­ສົມ​ໂຮງ­ງານ, ພັດ­ທະ­ນາ​ເຂດ ແລະ​ນິ­ຄົມ​ອຸດ­ສາ­ຫະ­ກຳໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

ຊຶ່ງ​ມາ​ຮອດ​ປະ­ຈຸ​ບັນ​ໂຮງ­ງານ​ອຸດ ສາ​ຫະ​ກຳ​ປຸງ​ແຕ່ງ​ທົ່ວ​ປະ­ເທດ​ມີ​ມັງ​ໝົດ 29.628 ແຫ່ງ, ໃນ​ນີ້ ໂຮງ­ງານ​ຂະ­ໜາດ ໃຫຍ່ 714 ແຫ່ງ, ຂະ­ໜາດ​ກາງ 1.043 ແຫ່ງ, ໂຮງ­ງານ​ຂະ­ໜາດ​ນ້ອຍ 6.686 ແຫ່ງ ແລະ​ອຸດ­ສາ­ຫະ­ກຳ​ແບບ​ຄອບ­ຄົວ ຈຳ­ນວນ 21.185 ແຫ່ງ, ທຽບ­ໃສ່​ສົກ ປີ 2014-2015 ເຫັນ​ວ່າ ມີ​ທ່າ​ອ່ຽງ​ຫຼຸດລົງ​ຂອງ​ໂຮງ­ງານ​ອຸດ­ສາ­ຫະ­ກຳ​ຂະ­ໜາດນ້ອຍ ແລະ​ອຸດ­ສາ­ຫະ­ກຳ​ແບບ​ຄອບ­ຄົວ, ເນື່ອງ​ຈາກ​ການ​ດັດ­ສົມ​ໂຮງ­ງານ​ໃຫ້​ໄດ້ ມາດ­ຕະ­ຖານ ແລະ​ປັບ­ປຸງ​ເພື່ອ​ຂະ­ຫຍາຍ ການ​ຜະ­ລິດ​ຈາກ​ໂຮງ­ງານ​ຂະ­ໜາດ​ນ້ອຍ ມາ​ເປັນ​ໂຮງ­ງານ​ຂະ­ໜາດ​ກາງ ແລະ​ໃຫຍ່.

ພ້ອມ​ນັ້ນ​ການ​ຊຸກ­ຍູ້ ແລະ​ສົ່ງ­ເສີມ​ການຜະ­ລິດ​ເປັນ​ສິນ­ຄ້າ ກໍ​ເປັນ​ຂະ​ບວນ​ຟົດ­ຟື້ນ ໂດຍ​ສະ­ເພາະ​ຂະ­ແໜງ​ທີ່​ເປັນ​ທ່າ­ແຮງເຊັ່ນ: ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ໄມ້, ສະ­ບຽງອາ­ຫານ, ວັດ​ສະ​ດຸ​ກໍ່­ສ້າງ, ຕັດ­ຫຍິບ, ຫັດຖະ​ກຳ, ຕ່ຳ­ຫູກ, ສິນ­ຄ້າ​ກະ­ສິ­ກຳ ແລະ​ອື່ນໆ.

ໂດຍ​ສະ­ແດງ​ອອກ​ໃນ​ລວມ​ຍອດ​ຜະ ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ຂະ­ແໜງ­ການ​ຄ້າ ຂາຍ­ຍົກ-ຂາຍ­ຍ່ອຍ ແລະ​ສ້ອມ­ແປງ​ລວມທັງ​ໝົດ 8.792 ຕື້​ກີບ, ເພີ່ມ​ຂຶ້ນ 9% ທຽບໃສ່​ສົກ​ປີ­ຜ່ານ­ມາ​ມູນ​ຄ່າ​ດັ່ງ­ກ່າວ​ກວມ​ອັດຕາ​ສ່ວນ 49% ຂອງ​ຂະ­ແໜງ​ບໍ­ລິ­ການ ແລະ​ກວມ​ເອົາ 19,8% ຂອງ GDP ຂັ້ນ ຂອດ​ກໍ​ເຫັນ​ວ່າ​ເອື້ອ​ອຳ­ນວຍ​ຫຼາຍ​ຂຶ້ນ, ການ​ຄຸ້ມ​ຄອງ​ທຸ­ລະ​ກິດ​ເຫັນ​ວ່າ​ເຂົ້າ​ສູ່​ລະບຽບ​ກົດ­ໝາຍ​ຫຼາຍ​ຂຶ້ນ, ຜູ້​ປະ­ກອບ​ກິດ​ຈະ ການ​ມີ​ຄວາມ​ຮັບ​ຮູ້, ເຂົ້າ­ໃຈ​ເຖິງ​ສະ­ພາບການ​ແຂ່ງ­ຂັນ​ການ​ຕະ­ຫຼາດ ໂດຍ​ສະ­ເພາະການ​ເຂົ້າ​ສູ່​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ​ຊຶ່ງ​ສາ­ມາດ​ຕີ​ລາຄາ​ໄດ້​ຈາກ​ການ​ລົງ­ທຶນ​ໃນ​ຂະ­ແໜງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ, ການ​ຄົ້ນ­ຄວ້າ​ສ້າງ ແລະ​ປັບ­ປຸງ​ກົດ­ໝາຍ, ນິ­ຕິ​ກຳ, ແລະ​ນະ­ໂຍ­ບາຍ, ການ​ຄົ້ນ­ຄວ້າວິ­ທະ­ຍາ­ສາດ ແລະ​ວິ­ທະ­ຍາ​ການ, ການພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ, ການຕິດ­ຕາມ​ກວດ­ກາ ແລະ​ປະ​ເມີນ, ການ​ຄຸ້ມຄອງ​ລາ­ຄາ​ສິນ­ຄ້າ, ການ​ປະ­ຕິ­ບັດ​ຄຳ​ສັ່ງ ເລກ​ທີ 15/ນຍ ເຫຼົ່າ​ນີ້​ເປັນ­ຕົ້ນ.

ທ່ານ​ ນາງ ​ເຂັມ​ມະ­ນີ ພົນ​ເສ­ນາ ຍັງໃຫ້​ຮູ້​ຕື່ມ​ວ່າ: ຜ່ານ​ການ​ປະ­ຕິ­ບັດ​ວຽກ​ງານຂະ­ແໜງ­ການ​ຄ້າ​ໃນ​ໄລ­ຍະ​ຜ່ານ​ມາ ກໍ​ຍັງມີ​ບາງ​ຈຸດ​ອ່ອນ ແລະ​ຂໍ້­ຄົງ­ຄ້າງ​ຢູ່, ດັ່ງ­ນັ້ນ ເພື່ອ​ເປັນ​ການ​ປັບ­ປຸງ ແລະ​ແກ້​ໄຂ​ຈຸດ​ຄົງຄ້າງ​ຕື່ມ​ໃນ 5 ປີ​ຂ້າງ​ໜ້າ ຂະ­ແໜງ​ອຸດສາ​ຫະ​ກຳ ແລະ​ການ​ຄ້າ ຈະ​ໄດ້​ເອົາ­ໃຈໃສ່​ປະ­ກອບ­ສ່ວນ​ໃນ​ການ​ປະ­ຕິ­ບັດ 7 ຍຸດທະ​ສາດ​ບູ​ລິ​ມະ​ສິດ​ໃຫ້​ມີ​ປະ­ສິດ­ທິ­ພາບ ແລະ​ສືບ­ຕໍ່​ຊຸກ­ຍູ້​ການ​ລົງ­ທຶນ​ໃນ​ຂະ­ແໜງອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ, ການ​ຄົ້ນຄວ້າ​ສ້າງ ແລະ​ປັບ­ປຸງ​ກົດ­ໝາຍ, ນິ­ຕິ​ກຳ ແລະ​ນະ­ໂຍ­ບາຍ, ການ​ຄົ້ນ­ຄວ້າ​ວິ­ທະ­ຍາສາດ ແລະ​ວິ­ທະ­ຍາ​ການ, ການ​ພັດ­ທະ­ນາຊັບ­ພະ­ຍາ­ກອນ​ມະ­ນຸດ, ການ​ຕິດ­ຕາມກວດ­ກາ ແລະ​ປະ​ເມີນ, ການ​ຄຸ້ມ​ຄອງລາ­ຄາ​ສິນ­ຄ້າ ແລະ​ເອົາ­ໃຈ­ໃສ່​ປະ­ຕິ­ບັດຄຳ​ສັ່ງ​ເລກ​ທີ 15/ນຍ ໃຫ້​ເກີດ​ຜົນ​ຫຼາຍທີ່​ສຸດ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...