spot_img
Homeຂ່າວຕ່າງປະເທດຜູ້ນຳຢູເຄຣນ ເປີດສາກຖະຫຼົ່ມກຸ່ມນິຍົມຣັດເຊຍ ຫຼັງປະກາດບໍ່ຂະຫຍາຍເວລາຢຸດຍິງ

ຜູ້ນຳຢູເຄຣນ ເປີດສາກຖະຫຼົ່ມກຸ່ມນິຍົມຣັດເຊຍ ຫຼັງປະກາດບໍ່ຂະຫຍາຍເວລາຢຸດຍິງ

Published on

ຫຼັງຈາກປະທານາທິບໍດີ ເປໂຕຣ ໂປໂຣເຊນໂກ ແຫ່ງຢູເຄຣນ ໄດ້ຖະແຫຼງເມື່ອຕອນຄ່ຳຂອງ ວັນຈັນ 30 ມິຖຸນາຜ່ານມາ

ວ່າຈະບໍ່ຂະຫຍາຍເວລາຢຸດຍິງ ກັບຝ່າຍກອງກຳລັງນິຍົມຣັດເຊຍພາຍໃນປະເທດ, ເຮັດໃຫ້ໃນວັນທີ 1 ກໍລະກົດ ຜ່ານມາ

ນີ້ ກອງທັບຢູເຄຣນໄດ້ນຳໃຊ້ລົດຖັງ ແລະ ເຮືອບິນຖິ້ມລະເບີດ ໂຈມຕີຢ່າງດຸເດືອດຕໍ່ນັກຮົບຜູ້ນິຍົມຣັດເຊຍ.

 

ປະທານາທິບໍດີ ເປໂຕຣ ໂປໂຣເຊນໂກ ແຫ່ງຢູເຄຣນ ໃນຂະນະກຳລັງກ່າວ ປາໄສທາງໂທລະພາບ ເມື່ອຄືນວັນຈັນທີ 30 ມິຖຸນາ ຜ່ານມາ ເພື່ອປະກາດ ບໍ່ຂະຫຍາຍເວລາຢຸດຍິງ ແລະ ຈະນຳໃຊ້ກຳລັງຮຸນແຮງປາບປາມ.

 

ເປັນການສູ້ຮົບຄັ້ງຮຸນແຮງທີ່ສຸດໃນເອີລົບ ໃນຮອບເກືອບ 2 ທົດສະວັດ ເຮັດໃຫ້ເກີດຄວາມບໍ່ພໍໃຈຢ່າງທັນທີທັນໃດຈາກ

ປະທານາທິບໍດີວາລາດີເມຍ ປູຕິນ ແຫ່ງສະຫະພາບຣັດເຊຍ ແລະ ກະຕຸ້ນໃຫ້ນາໆຊາດຕ້ອງໄດ້ບືນຕົວຄືນໃໝ່ ສຳລັບ

ຄວາມພະຍາຍາມທີ່ຈະດຶງສະຖານະການ ໃຫ້ກັບມາຢູ່ພາຍໃຕ້ການຄວບຄຸມອີກຄັ້ງ.

 

ປະທານາທິບໍດີ ເປໂຕຣ ໂປໂຣເຊນໂກ ໃຫ້ໄດ້ເຫດຜົນວ່າ ພວກນັກຮົບນິຍົມຣັດເຊຍ ໄດ້ອີງອາໄສເວລາຂອງການຢຸດຍິງຜ່ານ

ມາ ເພື່ອຈັດຕັ້ງແນວຮົບຂຶ້ນໃໝ່ ແລະ ລັກລອບລະດົມອາວຸດໜັກມາຈາກຣັດເຊຍ, ດ້ານໂຄສົກກະຊວງປ້ອງກັນປະເທດ

ຂອງຢູເຄຣນບອກວ່າ ໄດ້ເປີດປະຕິບັດການບຸກໂຈມຕີທາງອາກາດ ແລະ ຖະຫຼົ່ມດ້ວຍປືນໃຫຍ່ໃນແນວເຂດແດນທາງພາກ

ຕາເວັນອອກ ອັນເປັນຖິ່ນຖານຂອງປະຊາກອນກ່ວາ 7 ລ້ານຄົນ ເຊິ່ງສ່ວນໃຫຍ່ປາກພາສາຣັດເຊຍ.

 

ດ້ານຣັດເຊຍ ກໍໄດ້ອອກມາສະແດງຄວາມວິຕົກກັງວົນໃນທັນທີ ໂດຍປະທານາທິບໍດີປູຕິນ ບອກວ່າ ທ່ານໂປໂຣເຊນໂກ

ຕ້ອງໄດ້ຮັບຜິດຊອບຕໍ່ເຫດຄວາມສູນເສຍໃດໆກໍຕາມ ທີ່ຈະເກີດຂຶ້ນໃນອານາຄົດ ແລະ ກະຊວງການຕ່າງປະເທດຣັດເຊຍ

ກ່າວວ່າ ລັດຖະບານຢູເຄຣນ ຈຳເປັນຕ້ອງຊີ້ແຈງຕໍ່ການກໍ່ອາຊະຍາກຳ ກັບພົນລະເຮືອນຜູ້ຮັກສັນຕິ, ເຖິງຢ່າງໃດກໍຕາມ

ກະຊວງການຕ່າງປະເທດຂອງຝຣັ່ງ ປະກາດວ່າ ຊາດຕາເວັນຕົກຈະບໍ່ລະຄວາມພະຍາຍາມ ໃນການຫາທາງອອກຢ່າງຖາ

ວອນຂອງວິກິດການດັ່ງກ່າວນີ້.

 

ບັນດາເຫຼົ່າຜູ້ນຳຂອງຝ່າຍນັກຮົບນິຍົມຣັດເຊຍ ທີ່ຕໍ່ສູ້ເພື່ອຕ້ອງການແບ່ງແຍກດິນແດນ ໄປຮວມເຂົ້າກັບຣັດເຊຍ ແລະ ອີກ

ຝ່າຍໜຶ່ງທີ່ຕໍ່ສູ້ຕ້ານຄືນ ເພື່ອຮັກສາອຳນາດຂອງຢູເຄຣນໄວ້ນັ້ນ ຕ່າງກໍລາຍງານວ່າ ເກີດເຫດປະທະກັນຢ່າງໜັກໜ່ວງ

ທັງຍິງປືນໃຫຍ່ ແລະ ການຖິ້ມລະເບີດຈາກເຮືອບິນ ທົ່ວເຂດແຂວງລູກາດ ແລະ ໂດເນດ ຕາມແນວຊາຍແດນຂອງຣັດເຊຍ

ເຊິ່ງເປັນເຂດທີ່ໝັ້ນຂອງຝ່າຍຕ້ອງການແບ່ງແຍກດິນແດນ.  ອຳນາດການປົກຄອງທ້ອງຖິ່ນແຂວງໂດເນດ ເຊິ່ງເປັນພັນ

ທະມິດກັບລັດຖະບານຣັດເຊຍ ບອກວ່າມີພົນລະເຮືອນ 4 ຄົນ ເສຍຊີວິດ ແລະ ໄດ້ຮັບບາດເຈັບ 5 ຄົນ ຈາກເຫດລົດເມຖືກ

ຍິງໂຈມຕີໃກ້ເມືອງຄຣາມາຕັອກ ພ້ອມທັງລະບຸວ່າ ທ້ອງຖະໜົນເປັນອັນຕະລາຍເກີນໄປ ສຳລັບການເດີນທາງ ແລະ ໄດ້ມີ

ການລະງັບເສັ້ນທາງເດີນລົດເມລະຫວ່າງເມືອງໄປແລ້ວຫຼາຍສາຍ.  ຊາວບ້ານຫຼາຍຄົນໃນເມືອງຄຣາມາຕັອກ ບອກວ່າ

ກະສຸນປືນໃຫຍ່ໃນຕອນເວົ້າມື້ດຽວກັນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ໃນຂະນະທີ່ທັງສອງຝ່າຍໃຊ້ອາວຸດທຸກຢ່າງທີ່ມີ

ກວາດລ້າງສັດຕູ, ຜູ້ເຫັນເຫດການລາຍງານວ່າ ມີລົດຖັງຄັນໜຶ່ງເຂົ້າຮ່ວມຕໍ່ສູ້ ໃກ້ກັບເມືອງຄາລີບກາ ຂອງແຂວງໂດເນດ

ແລະ ມີການປະທະກັນຢ່າງດຸເດືອດ ທີ່ໝູ່ບ້ານມາຣິອິນກາ ໃນເຂດໃກ້ຄຽງກັນ.

 

ການຕັດສິນໃຈຫວນຄືນສູ່ຄວາມຂັດແຍ່ງ ຂອງທ່ານ ໂປໂຣເຊນໂກ ມີຂຶ້ນຫຼັງຈາກຜູ້ນຳຝຣັ່ງ ແລະ ເຢຍລະມັນ ຮ່ວມຫາລື

ທາງໄກກັບ ປູຕິນ, ໂດຍທັງສາມຄົນເຫັນພ້ອມກັນວ່າ ທ່ານ ໂປໂຣເຊນໂກ ຄວນທີ່ຈະຂະຫຍາຍເວລາຢຸດຍິງອອກໄປອີກ

ເພື່ອເປີດໂອກາດໃຫ້ມີການເຈລະຈາ,  ແຕ່ການຫາລືດັ່ງກ່າວກໍບໍ່ໄດ້ຮັບໝາກຜົນ ທີ່ຈະສາມາດຢຸດຢັ້ງບໍ່ໃຫ້ເກີດການສູ້ຮົບ

ຂຶ້ນອີກ ເຖິງແມ່ນວ່າການສູ້ຮົບໄດ້ຍືດເຍື້ອເປັນເວລາກ່ວາ  11 ອາທິດຜ່ານມາ ເຮັດໃຫ້ຊາວບ້ານເສຍຊີວິດໄປແລ້ວ 450 ຄົນ.

ປະທານາທິບໍດີ ໂປໂຣເຊນໂກ ບອກກັບຜູ້ນຳທັງ 3 ປະເທດນັ້ນວ່າ ພວກກຸ່ມແບ່ງແຍກດິນແດນ ໄດ້ໂຈມຕີຈຸດກວດກາຂອງ

ຢູເຄຣນ ຫຼາຍກ່ວາ 100 ຄັ້ງ ໃນລະຫວ່າງການຢຸດຍິງ, ແຕ່ພວກແບ່ງແຍກດິນແດນ ກໍໄດ້ໂຕ້ຕອບຄືນອີກວ່າ ເປັນກອງກຳ

ລັງຂອງລັດຖະບານເອງ ທີ່ຍັງຄົງຍິງຈະຫຼວດຖະຫຼົ່ມເມືອງຕ່າງໆ ທີ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ ໃນໄລຍະເວລາທີ່

ຢຸດຍິງຢ່າງເປັນທາງການ.

 

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...