Homeມູມໄອທີລາວຫຼຸດຂໍ້ມູນ ໂທລະສັບມືຖື Android ຈາກ Nokia ຈະໃຊ້ຈໍ 2K ແລະຊິບ SD 820

ຫຼຸດຂໍ້ມູນ ໂທລະສັບມືຖື Android ຈາກ Nokia ຈະໃຊ້ຈໍ 2K ແລະຊິບ SD 820

Published on

ຈາກຂໍ້ມູນຫຼ້າສຸດໃນອາທິດນີ້ບໍລິສັດ Nokia ກຳລັງກຽມທີ່ຈະປ່ອຍສະມາດໂຟນ 2 ລຸ້ນລົງສູ່ຕະຫຼາດໃນໄວໆນີ້. ໂດຍອີງຕາມລາຍງານທີ່ວ່າໂທລະສັບລຸ້ນດັ່ງກ່າວຈະສ້າງບົນພື້ນຖານ Nokia Mobile Phones ແຕ່ຈະຜະລິດໂດຍ HMD global Oy. ເມື່ອຍ້ອນກັບໄປຕອນທີ່ HMD Global Oy ປະກາດໃນວັນທີ 18 ພຶດສະພາ 2016 ວ່າໄດ້ເຂົ້າຊື້ທຸລະກິດຟີເຈີໂຟນທີ່ເປັນສ່ວນໜຶ່ງຈາກ Microsoft Mobile ແລະກໍຈະເຂົ້າມາເປັນຜູ້ຜະລິດໂທລະສັບແລະແທັບເລັດພາຍໃຕ້ແບຣນ Nokia ໃນອະນາຄົດນີ້.

ສຳລັບຂໍ້ມູນໂທລະສັບທັງ 2 ລຸ້ນທີ່ຫຼຸດອອກມາບອກເຖິງ ໜ້າຈໍທີ່ຈະນຳມາໃຊ້ຄື: ລຸ້ນນ້ອຍສຸດຈະໃຊ້ຈໍຂະໜາດ 5.2 ແລະລຸ້ນໃຫຍ່ສຸດຈະໃຊ້ຈໍຂະໜາດ 5.5 ນິ້ວ. ໂດຍທີ່ທັງສອງນັ້ນຈະໃຊ້ຄວາມລະອຽດຈໍດຽວກັນຄື 2K ແລະຈະຄອບທັບດ້ວຍລະບົບ Z-Launcher UI ທີ່ສ້າງບົນພື້ນຖານ Android 7.0 Nougat (Android N).

ສ່ວນທາງດ້ານສະເປັກທັງສອງເຄື່ອງຈະໃຊ້ຊິບເຊັດ Snapdragon 820, ໂດຍໂຕເຄື່ອງນັ້ນຈະເປັນແບບໂລຫະໝົດໂຕ ແລະມາພ້ອມກັບມາດຕະຖານ IP68 ທີ່ສາມາດກັນນ້ຳ ແລະຝຸ່ນໄດ້. ຖ້າຫາກອີງຕາມຂ່າວທີ່ຫຼຸດອອກມາກ່ອນໜ້ານີ້ໂທລະສັບຈາກ Nokia ຈະມາພ້ອມກັບກ້ອງຄວາມລະອຽດສູງເຖິງ 22.6 ລ້ານພິກເຊວ ແລະຈະວາງຈຳໜ່າຍໃນລາຄາປະມານ 3000 ຢວນ (3.650.000 ກີບ).
ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...